ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກໍາປູເຈຍ ເລີ້ມການດໍາເນີນຄະດີ ຂໍ້​ຫາຂາຍຊາດ ຄືນອີກ ຕໍ່ຜູ້ນໍາຝ່າຍຄ້ານ ທ່ານເຄັມ ໂສຄາ


ຕໍາຫຼວດຂອງກໍາປູເຈຍ ຢືນຍາມຢູ່ຕໍ່ໜ້າສານນະຄອນຫຼວງພະນົມເປັນ ໃນລະຫວ່າງການພິຈາລະນາຄະດີຂອງທ່ານເຄັມ ໂສຄາ, ເຊິ່ງເປັນຫົວໜ້າພັກກູ້ຊາດກໍາປູເຈຍ, ໃນນະຄອນຫຼວງພະນົມເປັນ, ປະເທດກໍາປູເຈຍ, ວັນທີ 16 ມັງກອນ 2020.
ຕໍາຫຼວດຂອງກໍາປູເຈຍ ຢືນຍາມຢູ່ຕໍ່ໜ້າສານນະຄອນຫຼວງພະນົມເປັນ ໃນລະຫວ່າງການພິຈາລະນາຄະດີຂອງທ່ານເຄັມ ໂສຄາ, ເຊິ່ງເປັນຫົວໜ້າພັກກູ້ຊາດກໍາປູເຈຍ, ໃນນະຄອນຫຼວງພະນົມເປັນ, ປະເທດກໍາປູເຈຍ, ວັນທີ 16 ມັງກອນ 2020.

ກໍາປູເຈຍ, ໄດ້​ເລີ້ມ​ການດໍາເນີນຄະດີ ​ຂາຍ​ຊາດ ​ຄືນ​ອີກ ຕໍ່ຜູ້ນໍາພັກຝ່າຍຄ້ານ ທ່ານເຄັມ ໂສຄາ (Kem Sokha) ໃນວັນພຸດມື້ນີ້ ຫຼັງຈາກທີ່ຕ້ອງມີ​ການຫຼ້າຊ້າມາເປັນເວລາສອງປີ ອັນເນື່ອງມາຈາກການລະບາດຂອງໄວຣັສໂຄ​ໂຣ​ນາ, ເຊິ່ງເປັນກໍລະນີທີ່ສະຫະລັດໄດ້ຕ້ອງຕິວ່າມີ​ຈຸດ​ປະ​ສົງທາງການເມືອງ, ອີງຕາມລາຍ​ງານຂອງອົງການຂ່າວຣອຍເຕີ.

ທ່ານເຄັມ ໂສຄາ ໄດ້ຖືກຈັບກຸມໃນປີ 2017, ແລະພັກກູ້ຊາດກໍາປູເຈຍ ຫຼື CNRP ເຊິ່ງເປັນພັກຝ່າຍຄ້ານຂອງທ່ານ ໄດ້ຖືກສັ່ງຫ້າມກ່ອນການເລືອກຕັ້ງໃນປີ 2018 ເຊິ່ງໄດ້ຖືກກວດລ້າງໂດຍພັກປະຊາຊົນກໍາປູເຈຍ ຫຼື CPP ຂອງນາຍົກລັດຖະມົນຕີ ຮຸນ ເຊນ.

ພັກ CNRP ໄດ້ຖືກທໍາລາຍລົງຕັ້ງແຕ່ນັ້ນມາ ໂດຍສະມາຊິກຫຼາຍຄົນຂອງພັກໄດ້ຖືກຈັບ ຫຼືໄດ້​ຫລົບໜີໄປ​ລີ້​ໄພ​ຢູ່​ຕ່າງ​ປະ​ເທດ, ​ໃນ​ອັນ​ທີ່ບັນດານັກເຄື່ອນໄຫວກ່າວວ່າ ເປັນການກວດລ້າງປາບປາມ ​ທີ່​ແນ​ໃສ່ເພື່ອຂັດຂວາງຕໍ່​ການທ້າທາຍໃນການ​ຜູກ​ຂາດອໍານາດຂອງພັກ CPP.

ທ່ານເຄັມ ໂສຄາ ບອກກັບບັນດານັກຂ່າວຈາກເຮືອນພັກຂອງທ່ານ ກ່ອນທີ່ຈະເດີນທາງໄປຂຶ້ນສານ ທີ່ນະຄອນຫຼວງພະນົມເປັນວ່າ “ຂ້າພະເຈົ້າຫວັງວ່າ...ສານຈະຕັດສິນໃຈຍົກຟ້ອງຂ້າພະເຈົ້າ, ດັ່ງນັ້ນ ພວກເຮົາຈຶ່ງຈະສາມາດບັນລຸການປອງດອງຊາດ ແລະຄວາມສາມັກຄີຊາດ ເພື່ອພັດທະນາປະເທດຂອງພວກເຮົາ.”

ທ່ານເຄັມ ໂສຄາ ໄດ້ຮັບການປ່ອຍໂຕໃຫ້ເປັນອິດສະຫຼະ ຈາກການກັກ​ບໍ​ລິ​ເວນໃນປີ 2019, ແຕ່ວ່າ ຍັງຄົງຖືກສັ່ງຫ້າມ ໃນການເຄື່ອນໄຫວທາງການເມືອງຢູ່.

ໃນມື້ວັນອັງຄານວານນີ້, ລູກສາວຂອງທ່ານ ນາງໂມໂນວິທະຍາ ເຄັມ (Monovithya Kem) ຍັງໄດ້ຮຽກຮ້ອງໃຫ້ສານ ຍົກ​ເລີກຂໍ້ກ່າວຫາ ໂດຍເສີມວ່າ ພໍ່ຂອງນາງເປັນຄົນທີ່ມີ “ຈິດວິນຍານທີ່ເຂັ້ມແຂງ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG