ຄະນະກໍາມະການເລືອກຕັ້ງກໍາປູເຈຍ ໄດ້ປະຕິເສດບໍ່ຮັບເອົາຄໍາ
ຮ້ອງຂອງຜູ້ນໍາຝ່າຍຄ້ານທ່ານ Sam Rainsy ທີ່ສະໝັກເຂົ້າແຂ່ງ
ຂັນໃນການເລືອກຕັ້ງສະພາ ແຫ່ງຊາດ ຊຶ່ງກຳຈະມີກໍານົດ ໃນວັນ
ອາທິດຈະມາເຖິງນີ້.
ຢູ່ໃນໜັງສືສົ່ງເຖິງ ທ່ານ Sam Rainsy ໃນວັນຈັນວານນີ້ ຄະນະ
ກໍາມະການເລືອກຕັ້ງແຫ່ງຊາດກໍາປູເຈຍ ກ່າວວ່າ ທ່ານໄດ້ຍື່ນຄໍາ
ຮ້ອງຊ້າເກີນໄປຫລັງຈາກໄດ້ກັບຄືນມາແຕ່ການລີ້ໄພ ໃນອາທິດ
ແລ້ວນີ້.
ທ່ານໄດ້ຍື່ນຄໍາຮ້ອງໃນວັນອາທິດແລ້ວ ສອງມື້ ຫລັງຈາກໄດ້ກັບ
ຄືນມາເຖິງນະ ຄອນຫຼວງພະນົມເປັນ ຈາກຝຣັ່ງ ບ່ອນທີ່ທ່ານໄດ້
ອາໄສຢູ່ຕັ້ງແຕ່ປີ2009ເປັນ ຕົ້ນມາ. ທ່ານໄດ້ປະເຊີນໜ້າກັບການ
ຕິດຄຸກ 11 ປີ ຫລັງຈາກການຕັດສິນລົງໂທດ ແບບລັບຫຼັງໃນ
ຫຼາຍໆຂໍ້ຫາ ຊຶ່ງທ່ານກ່າວວ່າ ມີຈຸດປະສົງທາງການເມືອງ.
ກະສັດ Norodom Sihamoni ແຫ່ງກຳປູເຈຍຊົງປະທານອະໄພໂທດໃຫ້ແກ່ ທ່ານ
Sam Rainsy ເມື່ອຫລາຍໆມື້ທີ່ຜ່ານມາ ໂດຍຄໍາຮ້ອງຂໍຈາກນາຍົກລັດ ຖະມົນຕີທີ່
ປົກຄອງປະເທດມາເປັນເວລາດົນນານ ທ່ານ Hun Sen ຊຶ່ເປັນຄູ່ປໍ ລະປັກຂອງຜູ້ນໍາ
ຝ່າຍຄ້ານນັ້ນ. ທ່ານ Hun Sen ກ່າວວ່າ ທ່ານໄດ້ຮ້ອງຂໍໃຫ້ ປະທານອະໄພຍະໂທດ
ໃຫ້ກໍເພື່ອເຫັນແກ່ຜົນປະໂຫຍດໃນການສ້າງຄວາມປອງ ດອງຊາດ ກ່ອນໜ້າການ
ເລືອກຕັ້ງ ໃນວັນທີ 28 ເດືອນກໍລະກົດ.
ນາຍົກລັດຖະມົນຕີ Hun Sen ໄດ້ກໍາອໍານາດມາໄດ້ 28 ປີແລ້ວ. ພວກຕຳໜິ ຕິຕຽນ
ຂອງທ່ານເຫັນວ່າທ່ານເປັນຜູ້ປົກຄອງທີ່ໃຊ້ອໍານາດແບບຜະເດັດການໂດຍ ທີ່ພັກປະ
ຊາຊົນກໍາປູເຈຍ ໄດ້ຄອບງຳລະບົບບໍລິຫານງານຂອງລັດ.