ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກໍາປູເຈຍ ບໍ່ມີ ປະຕິກິລິຍາ ຕໍ່ການສືບລັບ ຂອງ ສຫລ


ນາຍພົນ Tea Banh ລັດຖະມົນຕີປ້ອງກັນປະເທດ ກໍາປູເຈຍ
ນາຍພົນ Tea Banh ລັດຖະມົນຕີປ້ອງກັນປະເທດ ກໍາປູເຈຍ
ບັນດາ​ເຈົ້າ​ໜ້າ​ທີ່ ກໍາປູ​ເຈຍ ກ່າວ​ວ່າ ​ເຂົາ​ເຈົ້າ​ບໍ່​ມີ​ແຜນການທີ່​
ຈະ​ສະ​ແດງປະ​ຕິ​ກິລິຍາ​ຢ່າງ​ແຂງ​ຂັນ​ໃດໆ ​ໃນການ​ກ່າວ​ຫາທີ່
ວ່າ ອົງການ​ສືບ​ລັບຂອງສະຫະລັດ ລັກ​ຟັງການ​ສື່ສານ​ຂອງ​ບັນ
ດາ​ຜູ້​ນໍາ​ຢູ່​ໃນ​ຂົງ​ເຂດ.

ບັນດາ​ປະ​ເທດ​ເອ​ເຊຍ ຮວ​ມທັງ ອິນ​ໂດ​ເນ​ເຊຍ ​ແລະ​ຈີນ ​ໄດ້​
ຮຽກຮ້ອງ ໃຫ້​ມີ ການອະທິບາຍກ່ຽວ​ກັບ​ລາຍ​ງານທີ່ວ່າ ບັນດາ​
ເຈົ້າ​ໜ້າ​ທີ່​ສືບລັບສະຫະລັດ ​ໃຊ້​ສະຖານທູດ​ຢູ່​ໃນ​ຂົງ​ເຂດ ບັງ​
ໜ້າ​ເພື່ອປົກ​ປິດ​ການ​ສອດ​ແນມ​ທາງ​ອີ​ເລັກ​ໂທຣນິກ​ຂອງ​ເຂົາ
​ເຈົ້າ.

​ທີ່​ກຸງ​ພະນົມ​ເປັນ ​ເຖິງ​ຢ່າງ​ໃດ​ກໍ​ດີລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ
ກຳປູ​ເຈຍ ທ່ານ Tea Banh ກ່າວ​ຕໍ່ວີ​ໂອ​ເອ ພະ​ແນ​ກພາ​ສາ​
ກໍາປູ​ເຈຍ​ວ່າບໍ່​ມີ​ການ​ຢັ້ງ​ຢືນ​ພຽງພໍ ທີ່​ຈະປະທ້ວງ​ຢ່າງ​ເປັນ​ທາງ​
ການ​ຕໍ່ກຸງ​ວໍ​ຊິງ​ຕັນ.

ທ່ານ Tea Banh ​ເວົ້າວ່າ “ຖ້າ​ຫາກ​ວ່າ​ ເຂົາ​ເຈົ້າ​ຕິດ​ຕາມ ຫລື
​ສອດ​ແນມ​ແທ້ ກໍຍາກ​ທີ່ຈະຢືນຢັນໄດ້” ລັດຖະມົນຕີປ້ອງ​ກັນ​ປະ​ເທດ​ກຳປູ​ເຈຍກ່າວວ່າ​ “​ແລະມັນ​ອາດ​ຈະ​ບໍ່​ມີຫ​ລັກຖານ​ທີ່​ຈະນໍາ​ມາ​ກ່າວ​ຫາ. ນີ້​ເປັນ​ເລື້ອງ ​ທີ່​ເກືອບ​ວ່າເປັນ​ໄປ​ບໍ່​ໄດ້​ເລີຍ.” ສ່ວນລັດຖະມົນຕີ​ກະຊວງ​ພາຍ​ໃນກຳປູ​ເຈ​ຍ ທ່ານ Sar Kheng ກ່າວ​ວ່າ ທ່ານ​ເຫັນ​ວ່າ ການ​ກະທຳ​ຂອງສະຫະລັດ ແມ່ນ​ສັບສົນ.

ທ່ານ Sar Kheng ​ເວົ້າວ່າ “ຂ້າພະ​ເຈົ້າ ​ເວົ້າໃນ​ນາມ​ຕົນ​ເອງ ບໍ່​ແມ່ນ​ຕາງໜ້າໃຫ້ລັດຖະ
ບານ. ຕາມ​ປົກກະຕິ​ແລ້ວ ສະຫະລັດ​ເປັນ​ຜູ້​ຊຸກຍູ້ປະຊາທິ​ປະໄຕ ​ເສ ລີພາບ ​ແລະ​ສິດທິ​ມະ
ນຸດ ​ແຕ່​ເປັນ​ຫຍັງ​ເຂົາ​ເຈົ້າ​ເຮັດ​ຢ່າງ​ນີ້ ຂ້າພະ​ເຈົ້າ ບໍ່​ຮູ້​ວ່າ ​ເຂົາ​ເຈົ້າ​ຢາກ​ໄດ້​ຫຍັງ.”

ການ​ກ່າວ​ຫາກ່ຽວ​ກັບການ​ສອດ​ແນມ​ຂອງສະຫະລັດ​ຢູ່​ໃນ​ເອ​ເຊຍ​ອາຄະ​ເນ ​ແມ່ນ ​ຫລ້າ​ສຸດ​
ໃນການ​ເປີດ​ເຜີຍທີ່​ມີ​ມາ​ເປັນ​ລຳດັບ ກ່ຽວ​ກັບ​ໂຄງການຕິດຕາມສີ້​ງຊອມ ໃນ​ຂອບ​ເຂດ​ທີ່​ກວ້າງຂວາງຂອງສະຫະລັດ.
XS
SM
MD
LG