ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານສູງສຸດກໍາປູເຈຍ ເຫັນດີນໍາ ການລົງໂທດ ທ່ານຊໍາແຣງສີ


ທ່ານ Sam Rainsy ຜູ້ນໍາຝ່າຍຄ້ານຂອງກໍາປູເຈຍ.
ທ່ານ Sam Rainsy ຜູ້ນໍາຝ່າຍຄ້ານຂອງກໍາປູເຈຍ.

ສານ​ສູງ​ສຸດ​ຂອງ​ກໍາປູ​ເຈຍ​ເຫັນ​ດີ​ນໍາ​ການ​ຕັດສິນ​ລົງ​ໂທດ​ຈໍາ​ຄຸກ​ເປັນ​ເວລາ 2 ປີ ສໍາລັບ​ທ່ານ​ຊໍາ​ແຣງສີ ຜູ້​ນໍາ​ຝ່າຍ​ຄ້ານ​ທີ່​ມີ​ຊື່​ສຽງ​ຫລາຍ​ທີ່​ສຸດ​ຂອງ​ກໍາປູ​ເຈຍ.

ສານ​ສູງ​ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ສານ​ຊັ້ນ​ຕົ້ນ​ໄດ້​ຕັດສິນ​ຖືກຕ້ອງ​ແລ້ວ​ໃນ​ເດືອນ​ມັງກອນ​ປີ 2010 ນັ້ນ​ເວລາ​ສານ​ດັ່ງກ່າວ​ພົບວ່າ​ທ່ານ​ຊໍາ​ແຣງສີ​ມີ​ຄວາມ​ຜິດ​ແທ້​ໃນ​ຂໍ້​ຫາ​ເປັນ​ຜູ້​ນໍາພາ​ການ​ປະ​ທ້ວງ​ດ້ານ​ການ​ເມືອງໃນ​ລະຫວ່າງທີ່​ທ່ານ​ໄດ້​ໄປ​ຖອນ​ຫລັກ​ໝາຍ​ຊາຍ​ແດນ​ຫລາຍ​ຫລັກ​ໃນ​ເຂດ​ຊາຍ​ແດນ​ພາກ​ຕາ​ເວັນ​ອອກ​ຂອງ​ກໍາປູ​ເຈຍ​ຕິດ​ກັບ​ຫວຽດນາມ​ນັ້ນ.

ທ່ານ​ຊໍາ​ແຣງສີ ຊຶ່ງ​ປັດຈຸບັນ​ລີ້​ໄພ​ຢູ່​ໃນ​ກຸງ​ປາຣີ ຍັງປະ​ເຊີນ
ກັບ​ການ​ລົງ​ໂທດຈຳຄຸກ 10 ປີ​ເຊ່ນ​ກັນ ຍ້ອນໄດ້ກ່າວຫາ
ກ່ຽວກັບການລ່ວງ​ລໍ້າ​ຊາຍ​ແດນຂອງ​ຫວຽດນາມ​ ເຂາມາເອົາ
ດິນກຳປູເຈຍຢູ່​ໃນ Website ຂອງ​ທ່ານ​. ທັງ​ສອງ​ສານ​
ມີ​ຄວາມ​ໝັ້ນ​ໃຈ​ວ່າ ການ​ກ່າວ​ຫາ​ຂອງ​ທ່ານ​ຊໍາ​ແຣງສີ​ນັ້ນ ບຖືກຕອງ.

ພວກ​ສະມາຊິກ​ພັກ​ຝ່າຍ​ຄ້ານ​ຂອງ​ທ່ານ​ຊໍາ​ແຣງສີ ​ແລະ​ພວກ​ກຸ່ມ​ປົກ​ປ້ອງ​ສິດທິມະນຸດ​ບາງ​ກຸ່ມ
ພາກັນ​ກ່າວ​ອ້າງ​ວ່າ ການ​ດໍາ​ເນີນ​ຄະດີ​ດັ່ງກ່າວ​ນີ້​ມີ​ວັດ​ຖຸປະສົງ​ທາງ​ດ້ານ​ການ​ເມືອງ ​ແລະ​ວ່າ​
ພວກ​ສານ​ດັ່ງກ່າວໄດ້​ດໍາ​ເນີ​ນການ​ໄປ​ຕາມຄຳສັ່ງ​ຂອງ​ລັດຖະບານ. ການ​ຕັດສິນ​ຄວາມ​ຜິດ
ທີ່ວ່າ​ນີ້ ມີ​ທ່າ​ທາງ​ວ່າຈະ​ເຮັດ​ໃຫ້​ຝ່າຍ​ຄ້ານ​ອ່ອນ​ແອ​ລົງ​ ກ່ອນ​ການ​ເລືອກ​ຕັ້ງ​ປະຈຳທ້ອງ​ຖິ່ນ
ຕ່າງໆ​ໃນ​ປີໜ້າ ​ແລະ​ການ​ເລືອກ​ຕັ້ງ​ສະພາ​ ໃນ​ປີ 2013 ນັ້ນ.

XS
SM
MD
LG