ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີກຳປູເຈຍ ແນະໃຫ້ທັບມ້າງ ບັນດາກຸ່ມ NGO


An aerial view shows bystanders watching rescuers search for survivors amongst the rubble of a collapsed building in the Kariakoo district of central Dar es Salaam, Tanzania, March 29, 2013.
An aerial view shows bystanders watching rescuers search for survivors amongst the rubble of a collapsed building in the Kariakoo district of central Dar es Salaam, Tanzania, March 29, 2013.

ຈົດໝາຍສະບັບນຶ່ງທີ່ລົງນາມໂດຍລັດຖະມົນຕີກະຊວງການເງິນຂອງກຳປູເຈຍແນະໃຫ້ເຫັນ
ວ່າລັດຖະບານຄວນດຳເນີນມາດຕະການຕໍ່ບັນດາກຸ່ມບັນເທົາທຸກທີ່ໄດ້ທຳການຕໍ່ສູ້ໃນນາມ ຂອງພວກຊາວບ້ານທີ່ຖືກຍົກຍ້າຍນັ້ນ.

ຈົດໝາຍທີ່ສົ່ງໄປຫານາຍົກລັດຖະມົນຕີຮຸນເຊນສະບັບລົງວັນທີ 17 ມິຖຸນາ ທີ່ວິທະຍຸວີໂອ
ເອພະແນກພາສາຂະແມໄດ້ຮັບມານັ້ນ ສະ​ເໜີ​ແນະໃຫ້ລັດຖະບານດຳເນີນມາດຕະການລົບ
ລ້າງ​ເງື່ອນ​ໄຂຂອງບັນດາອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານໃນການປະຕິບັດງານຢູ່ກຳປູ
ເຈຍນັ້ນ.

ຈົດໝາຍດັ່ງກ່າວຍັງເວົ້າຕື່ມວ່າ ຈຸດປະສົງທີ່ສຳຄັນຂອງບັນດາອົງການຈັດຕັ້ງເຫຼົ່ານີ້ກໍແມ່ນ
ເພື່ອໃຫ້ຍົກເລີກການສ້ອມແປງຍົກລະດັບທາງລົດໄຟຄັ້ງໃຫຍ່ຂອງກຳປູເຈຍຊຶ່ງຈະເຊື່ອມຕໍ່
ເຂດຕ່າງໆຂອງເອເຊຍຕາເວັນອອກສຽງໃຕ້ກັບເມືອງຄຸນໝິງໃນປະເທດຈີນນັ້ນ.

ຈົດໝາຍສະບັບນີ້ກ່າວວ່າ ທີ່ປຶກສາທີ່ບໍ່ໄດ້ລະບຸຊື່ໃຫ້ຊາບຄົນນຶ່ງ ຂອງທະນາຄານພັດທະ
ນາເອເຊຍ ຫຼື ADB ທີ່ໃຫ້ການສະໜັບສະໜຸນແກ່ໂຄງການມູນຄ່າ 146 ລ້ານໂດລາດັ່ງ
ກ່າວໄດ້ຮ້ອງຂໍໃຫ້ລັດຖະບານດຳເນີນມາດຕະການໃນທັນທີຕໍ່ບັນດາອົງການຈັດຕັ້ງທີ່ບໍ່ຂຶ້ນ
ກັບລັດຖະບານ.

ແຕ່ແນວໃດກໍຕາມໂຄສົກຂອງ ADB ກ່າວຕໍ່ອົງການຂ່າວ DPA ຂອງເຢຍຣະມັນມັນວ່າ
ຕົນໄດ້ທຳການສືບສວນ ແລະບໍ່ໄດ້ພົບເຫັນຫຼັກຖານໃດໆ ກ່ຽວກັບການປະຕິບັດທີ່ບໍ່ຖືກບໍ່
ຕ້ອງຂອງພວກທີ່ປຶກສາຂອງຕົນ. ADB ກ່າວຕໍ່ວິທະຍຸສຽງອະເມຣິກາ ໃນສັບປະດານີ້
ວ່າຕົນຈະສືບຕໍ່ດຳເນີນງານຮ່ວມກັບພວກຊາວບ້ານ ທີ່ຕ້ອງໄດ້ຖືກຍົກຍ້າຍຍ້ອນໂຄງການ
ບູລະນະສ້າງສາທາງລົດໄຟດັ່ງກ່າວ

XS
SM
MD
LG