ຫຼາຍໆທົດສະວັດທີ່ໄດ້ເກີດບັນຫາຂັດແຍ້ງເຮັດໃຫ້ໂຄງລ່າງ
ພື້ນຖານຂອງກຳປູເຈຍຮວມທັງຖະໜົນຫົນທາງ ທ່າກຳປັ່ນ
ແລະທາງລົດໄຟ ໄດ້ຮັບຄວາມເສຍຫາຍຢ່າງຮ້າຍແຮງ.
ໃນໄລຍະສອງສາມປີຜ່ານມານີ້ໂຄງລ່າງຂອງກຳປູເຈຍເຫຼົ່າ
ນີ້ ກໍໄດ້ຮັບການບູລະນະສ້າງສາຄືນໃໝ່ ແລະໃນມື້ວັນສຸກ
ສັບປະດາກ່ອນ ຢູ່ສະຖານີລົດໄຟໃນນະຄອນຫຼວງພະນົມ
ເປັນລັດຖະມົນຕີການເງິນຂອງກຳປູເຈຍກໍໄດ້ເປັນປະທານ
ໃນພິທີເປີດການບໍລິການທາງລົດໄຟຄືນໃໝ່.
ຕາໜ່າງທາງລົດໄຟຂອງກຳປູເຈຍແມ່ນພາກສ່ວນທີ່ໄດ້ຂາດຫາຍໄປມາເປັນເວລາດົນນານ
ໃນຄວາມໄຝ່ຝັນທີ່ຢາກເຊື່ອມຕໍ່ສິງກະໂປໂດຍທາງລົດໄຟກັບ ຫວຽດນາມແລະຈີນ ແລະ
ກັບຢູໂຣບ ໃນທີ່ສຸດນັ້ນ.
ຍ້ອນເສິກສົງຄາມແລະການຂາດຄວາມເອົາໃຈໃສ່ ຈຶ່ງເຮັດໃຫ້ລະບົບທາງລົດໄຟທີ່ມີຄວາມ
ຍາວ 600 ກິໂລແມັດຂອງກຳປູເຈຍຕົກຢູ່ໃນສະພາບທີ່ຊຸດໂຊມເຮັດໃຫ້ລົດໄຟທີ່ແລ່ນໄປ
ມາບໍ່ສາມາດທີ່ຈະແລ່ນໄວໄດ້ຄືແລ່ນໄດ້ແຕ່ພຽງ 5 ກິໂລແມັດຕໍ່ຊົ່ວໂມງທໍ່ນັ້ນ.
ການບູລະນະສ້າງສາທາງລົດໄຟຂອງກຳປູເຈຍຄືນໃໝ່ ຈະໃຊ້ເງິນ 142 ລ້ານໂດລາ ຊຶ່ງ
ສ່ວນໃຫຍ່ຈະກູ້ຢືມມາ ຈາກທະນາຄານພັດທະນາເອເຊຍຫຼື ADB. ສ່ວນທີ່ເຫຼືອແມ່ນໄດ້
ຮັບການສະໜັບສະໜຸນຈາກລັດຖະບານອອສເຕຣເລຍແລະລັດຖະບານກຳປູເຈຍເອງ.
ທ່ານ Putu Kamayana ເປັນຫົວໜ້າຜູ້ຕາງໜ້າຂອງ ADB ປະຈຳກຳປູເຈຍ. ທ່ານທຳ
ນາຍວ່າການຕັດສິນໃຈຂອງກຳປູເຈຍ ທີ່ຈະໃຫ້ສຳປະທານທາງລົດໄຟ ແກ່ບໍລິສັດ Toll
Holdings ຂອງອອສເຕຣເລຍ ເປັນເວລາ 30 ປີນັ້ນຈະໃຫ້ ຜົນປະໂຫຍດໃນໄລຍະຍາວ
ຢູ່ໃນຫຼາຍໆຂົງເຂດ ນອກເໜືອໄປຈາກການບໍລິການທາງດ້ານລົດໄຟ ທ່ານ Kamayana
ກ່າວວ່າ:
"ນັ້ນນັບວ່າເປັນບາດກ້າວທີ່ໃຫຍ່ ແລະເດັດດ່ຽວໂດຍລັດຖະບານ ແຕ່ແນ່ນອນວ່າ
ໂດຍການປັບປຸງໂຄງລ່າງພື້ນຖານຂອງການຂົນສົ່ງນັ້ນ ໃນທີ່ສຸດແລ້ວ ມັນກໍຈະສົ່ງ
ເສີມໃຫ້ກໍາປູເຈຍສາມາດແຂ່ງຂັນໄດ້ ໃນເສດຖະກິດໂລກ ແລະຊຸກຍູ້ດຶງດູດເອົາ
ການລົງທຶນໂດຍກົງ ຂອງຕ່າງປະເທດ ມາສູ່ກໍາປູເຈຍ".
ໃນມື້ວັນພຸດອາທິດກ່ອນ ບໍລິສັດ Toll Royal Railway ຊຶ່ງເປັນສາຂາຂອງບໍລິສັດ Toll
Holdings ໃນກຳປູເຈຍໄດ້ພາພວກນັກຂ່າວຂີ່ລົດໄຟໂດຍສານທີ່ໄດ້ຮັບການສ້ອມແປງຄືນ
ໃໝ່ ແຕ່ກຸງພະນົມເປັນໄປຫາເມືອງຕາແກ້ວປະມານ 50 ຫຼັກກິໂລແມັດຫ່າງຈາກນະຄອນ
ຫຼວງຂອງກຳປູເຈຍ ໄປທາງ ທິດໃຕ້.
ທ່ານ David Kerr ຫົວໜ້າບໍລິຫານຂອງບໍລິສັດ Toll Royal Railway ກໍຮ່ວມເດີນ
ທາງໄປໃນຄັ້ງນີ້ນຳດ້ວຍ.
ໃນປັດຈຸບັນນີ້ ສ່ວນໃຫຍ່ຂອງສິນຄ້າໃນກຳປູເຈຍແມ່ນຂົນຍ້າຍໂດຍທາງລົດ. ທ່ານ Kerr
ເວົ້າວ່າ ມັນເປັນທີ່ຈະແຈ້ງວ່າການໃຫ້ບໍລິການທາງລົດໄຟໃໝ່ມີຈຸດປະສົງແນໃສ່ ເພື່ອຈະນຳ
ເອົາການຂົນສົ່ງສິນຄ້າອອກຈາກຖະໜົນຫົນທາງ ແລະໄປຂົນສົ່ງຕາໜ່າງລົດໄຟ ທີ່ເຮັດໃຫ້
ອາກາດເປື້ອນເປິະໜ້ອຍລົງນັ້ນແທນ.
ນຶ່ງໃນບັນດາຜົນປະໂຫຍດທີ່ຈະໄດ້ຮັບ ກໍຄົງຈະແມ່ນການເຮັດໃຫ້ຖະໜົນ ຫົນທາງຂອງ
ກຳປູເຈຍມີຄວາມປອດໄພຫຼາຍຂຶ້ນແລະໃຊ້ໄດ້ດົນກວ່າເກົ່າ ແລະທ່ານ Kerr ເວົ້າວ່າ ການ
ບໍລິການທາງລົດໄຟໄດ້ຕັດອັດຕາຄ່າຂົນສົ່ງ ສິນຄ້າທາງຖະໜົນລົງແລ້ວ ນຶ່ງສ່ວນຫ້າ.
ແຕ່ໃນເມື່ອສິນຄ້າເຫຼົ່າເປັນແຫຼ່ງທີ່ມາຂອງເງິນ ການໃຫ້ບໍລິການແກ່ຜູ້ໂດຍ ສານຕາມປົກ
ກະຕິນັ້ນ ກໍອາດຈະບໍ່ເລີ້ມຂຶ້ນເລີຍກໍເປັນໄດ້.
ບາດກ້າວໃນຂັ້ນທຳອິດຂອງບໍລິສັດ Toll ກໍຄືປັບປຸງລາງລົດໄຟໃນໄລຍະ 110 ຫຼັກກິ
ໂລແມັດ ທີ່ແລ່ນຈາກນະຄອນຫຼວງພະນົມເປັນໄປຍັງເມືອງ Touk Meas ທີ່ຕັ້ງຢູ່ທາງ
ທິດໃຕ້ ຊຶ່ງເປັນຊ່ວງທີ່ມີການເປີດໃຊ້ໃນອາທິດກ່ອນ. ທາງລົດໄຟ ໃນຊ່ວງຕໍ່ໄປ ຄືໃນ
ໄລຍະ 140 ຫຼັກກິໂລແມັດແຕ່ເມືອງ Touk Meas ຫາທ່າກຳປັ່ນສີຫະນຸກວິລມີກຳນົດ
ທີ່ຈະແລ້ວສຳເລັດໃນເດືອນພຶດສະພາປີໜ້າ.
ເມື່ອໃດທາງລົດໄຟໃນໄລຍະດັ່ງກ່າວຫາກແລ້ວສຳເລັດ ບໍລິສັດ Toll ກໍຈະເລີ້ມ ຍົກລະ
ດັບທາງລົດໄຟ ທີ່ເນັ່ງໄປທາງທິດຕາເວັນຕົກຈາກນະຄອນຫຼວງພະນົມເປັນຜ່ານເມືອງ
ພະຕະບອງ ກ່ອນຈະເຂົ້າສູ່ປະເທດໄທ ຊຶ່ງມີກໍນົດຈະເຮັດໃຫ້ສຳເລັດພາຍ ໃນປີ 2012.
ຫຼັງຈາກນັ້ນກໍຈະມີຊ່ອງຫວ່າງແຕ່ພຽງບ່ອນດຽວເທົ່ານັ້ນສຳລັບທາງລົດໄຟເຊື່ອມຕໍ່ເອ
ເຊຍນັ້ນກໍແມ່ນຊ່ວງທີ່ເນັ່ງແຕ່ນະຄອນຫຼວງພະນົມເປັນຫານະຄອນໂຮ່ຈິມິນ ໃນພາກ
ໃຕ້ຫວຽດນາມ. ລັດຖະບານຂອງປະເທດທັງສອງໄດ້ຕົກລົງທີ່ຈະສ້າງທາງລົດໄຟເຊື່ອມ
ຕໍ່ກັນ ແຕ່ເທົ່າເຖິງປັດຈຸບັນກໍຍັງບໍ່ທັນມີການເລີ້ມຕົ້ນກັນເທື່ອ.
ໂຄງລ່າງພື້ນຖານທີ່ໃຫຍ່ໆໃດໆກໍຕາມ ຈະພາໃຫ້ມີທັງຜູ້ໄດ້ປະໂຫຍດ ແລະເສຍປະ
ໂຫຍດ. ຢູ່ກຳປູເຈຍພວກທີ່ເສຍປະໂຫຍດແມ່ນຮວມທັງ ບັນດາວິສາຫະກິດທ້ອງຖິ່ນ
ທີ່ໃຫ້ບໍລິການທາງລົດໄຟແບບບໍ່ເປັນທາງການ ໃນຊ່ວງສັ້ນໆທີ່ຄະລຸກຄະລັກ ຢູ່ໃນ
ພາກຕາເວັນຕົກຂອງກຳປູເຈຍນັ້ນ.
ລົດໄຟທີ່ໃຊ້ແລ່ນໃນຊ່ວງທີ່ວ່ານີ້ ເອີ້ນວ່າ Norries ຫຼືຜ້າພົມບິນ ແລະກໍມີລັກສະນະ
ຄ້າຍໆແຜ່ນຜ້າພົມທີ່ບິນໄດ້ເພາະວ່າມັນເປັນແຜ່ນໄມ້ຂະໜາດໃຫຍ່ທີ່ເຮັດຈາກໄມ້ໄຜ່
ທີ່ນຳໄປວາງໄວ້ຢູ່ເທິງລໍ້ເຫຼັກສອງຄູ່.
ບັນດາຜູ້ໂດຍສານກໍຈະພາກັນນັ່ງຢູ່ເທິງພື້ນແຜ່ນໄມ້ໄຜ່ນັ້ນ ພ້ອມດ້ວຍເຄື່ອງຂອງໆ
ພວກເຂົາເຈົ້າ. ລົດໄຟດັ່ງກ່າວນີ້ຈະບໍ່ມີບ່ອນນັ່ງ ບໍ່ມີຂ້າງ ແລະຜ້າພົມບິນນີ້ແມ່ນຂັບ
ດັນໂດຍເຄື່ອງຈັກນ້ອຍໆທີ່ສາມາດແລ່ນໄປຕາມລາງໄດ້ໃນຄວາມໄວ 40 ກິໂລແມັດ
ຕໍ່ຊົ່ວໂມງ.
ໃຊ້ເວລາແຕ່ພຽງນຶ່ງຊົ່ວໂມງທໍ່ນັ້ນ ໃນການທີ່ຈະມ້າງລົດໄຟດັ່ງກ່າວອອກຈາກກັນ.
ແລະການມ້າງລົດໄຟນີ້ກໍຈະມີຂຶ້ນເມື່ອລົດໄຟສອງຂະບວນ ແລ່ນມາພົບກັນຢູ່ເທິງ
ລາງດຽວນັ້ນ. ມາລະຍາດທີ່ດີ ທວງໃຫ້ຄົນຂັບລົດໄຟທີ່ບັນທຸກສຳພາລະເບົາກວ່າ
ມ້າງລົດໄຟຂອງຜູ້ກ່ຽວ ເພື່ອໃຫ້ລົດໄຟທີ່ບັນທຸກໜັກກວ່າຜ່ານໄປ.
ນາຍ Prak Phea ໄດ້ເຮັດວຽກນຳທາງລົດໄຟສາຍນີ້ຢູ່ນອກເມືອງ Pursat ປະ
ມານ 200 ຫຼັກກິໂລແມັດຫ່າງຈາກນະຄອນຫຼວງພະນົມເປັນ ໄປທາງຕາເວັນຕົກ
ສຽງເໜືອມາໄດ້ 16 ປີແລ້ວນັ້ນ ແລະໄດ້ຮັບຄ່າຈ້າງຫຼາຍເຖິງ 50 ໂດລາ ຕໍ່ນຶ່ງອາ
ທິດ. ລາວຮູ້ເລື່ອງດີ ກ່ຽວກັບການຍົກລະດັບລາງລົດໄຟ ແຕ່ຍັງບໍ່ທັນຕັດສິນໃຈ
ເທື່ອວ່າ ລາວຈະເຮັດແນວໃດກ່ຽວກັບເລື່ອງວຽກງານໃນປີໜ້າ.
ລະບຽບການກ່ຽວກັບການຍົກລະດັບໂຄງລ່າງພື້ນຖານແມ່ນໝາຍຄວາມວ່າຖ້າ
ຜູ້ໃດໄດ້ຮັບຜົນກະທົບກໍຈະຖືກຊົດເຊີຍ. ນາຍ Prak Phea ທີ່ຮູ້ສຶກບໍ່ຄ່ອຍສະ ບາຍໃຈປານໃດນັ້ນກ່າວວ່າພວກຂັບລົດໄຟສ່ວນໃຫຍ່ຢູ່ຕາມຫົວອື່ນໆແຕ່ລະຄົນ
15 ຄົນ ໃນເຂດຂອງລາວໄດ້ຮັບເງິນ ໃນເມື່ອວ່າພວກເຂົາເຈົ້າບໍ່ໄດ້ຖືກແຈ້ງໃຫ້ຮູ້
ຈັກວ່າເວລາໃດ ຫຼືໄປລົງທະບຽນແບບໃດ. ລາວກ່ຽວກັບເລື່ອງນີ້ວ່າ:
// ສຽງ //
ນາຍ Prak Phea ເວົ້າວ່າ ເວລາຜູ້ຄົນມາຈົດທະບຽນ ລາວເອງໄດ້ຢູ່ທີ່ເມືອງ
Pursat ດັ່ງນັ້ນ ລາວຈຶ່ງພາດໂອກາດ ແລະບໍ່ໄດ້ຈົດທະບຽນ ແລະນັ້ນໝາຍ
ຄວາມວ່າລາວຈະບໍ່ໄດ້ຮັບເງິນຊົດເຊີຍ.
ທ່ານ Putu Kamayana ຜູ້ຕາງໜ້າຂອງ ADB ໃຫ້ຄຳໝັ້ນສັນຍາວ່າ ທາງ
ທະນາຄານຈະນຳເອົາເລື່ອງນີ້ໄປຫາລືກັບລັດຖະບານກຳປູເຈຍ. ແຕ່ແນວໃດກໍ
ຕາມໃນໄລຍະ 1 ປີຂ້າງໜ້ານີ້ນາຍ Prak Phea ຍັງສາມາດໄດ້ຮັບເງິນເດືອນ
ເພື່ອການດຳລົງຊີວິດ ຈາກທາງລົດໄຟໃນຊ່ວງດັ່ງກ່າວນີ້ຢູ່.
ແຕ່ເປັນທີ່ແນ່ນອນວ່າຂະນະທີ່ສຽງແກຂອງລົດໄຟຂົນສົ່ງອອກເດີນທາງຈາກນະ
ຄອນຫຼວງພະນົມເປັນດັງຂຶ້ນ ມັນກໍຄືສັນຍານ ຂອງການເກີດໃໝ່ຂອງການໃຫ້ບໍ
ລິການທາງລົດໄຟ ທີ່ຖືກຕ້ອງເໝາະສົມຢູ່ກຳປູເຈຍນັ້ນ ພ້ອມດຽວກັນມັນກໍເປັນ
ສຽງລະຄັງມໍລະນະສຳລັບລົດໄຟຜ້າພົມບິນທີ່ໄດ້ມີມາເປັນເວລາ 2 ທົດສະວົດ.