ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳປູ​ເຈຍ​ ຢຸດຕິ​ແຜນການ ຊ້ອມຮ່ວມທາງທະຫານ​ຂອງ​ອາ​ຊຽນ ໃນ​ທະ​ເລ​ຈີນ​ໃຕ້


ແຜນທີ່ໄດ້ສະແດງໃຫ້ເຫັນທະເລຈີນໃຕ້ ແລະ ເຂດອ້ອມຮອບ
ແຜນທີ່ໄດ້ສະແດງໃຫ້ເຫັນທະເລຈີນໃຕ້ ແລະ ເຂດອ້ອມຮອບ

ກຳປູ​ເຈຍ​ໄດ້ໂຍນເຄື່ອງມື​ທາງ​ການ​ທູດ​ເຂົ້າໃນ​ແຜນການ​ຂອງ​ອາ​ຊຽນ​ສຳລັບ​ການ​ຊ້ອມ​ລົບ​ຮ່ວມ ທາງທະຫານ​ຢູ່​ທະ​ເລ​ຈີນ​ໃຕ້ ​ທີ່​ມີ​ການ​ປະ​ທະ​ກັນ, ​ເຊິ່ງເປັນ​ບົດ​ທົດ​ສອບ​ຄັ້ງ​ຫຼ້າ​ສຸດ ຂອງນາຍົກລັດຖະມົນຕີ​ຮຸນ ເຊນ ໃນການຮັກສາຄວາມ​ດຸ່ນດ່ຽງ ລະຫວ່າງ​ກຸ່ມຈັດ​ຕັ້ງ​ໃນພາກ​ພື້ນ ​ແລະ​ປັກ​ກິ່ງ.

ຜູ້ບັນຊາການທະຫານຂອງອິນໂດເນເຊຍ, ພົນເຮືອເອກ ຢູໂດ ມາໂກໂນ (Yudo Margono), ປະກາດໃນວັນພະຫັດວ່າ ບັນດາຄູ່ຮ່ວມມືໃນພາກພື້ນຂອງທ່ານ ໄດ້ຕົກລົງກັນ ກ່ຽວກັບການຊ້ອມລົບຮ່ວມຄັ້ງທຳອິດ ໃນເດືອນກັນຍາ.

ທ່ານມາໂກໂນ ກ່າວວ່າການຊ້ອມລົບດັ່ງກ່າວຈະເນັ້ນໃສ່ການເສີມສ້າງ "ຄວາມເປັນສູນກາງຂອງອາຊຽນ", ໃນຂະນະທີ່ໂຄສົກຂອງກອງທັບອິນໂດເນເຊຍໄດ້ອ້າງເຖິງ "ຄວາມສ່ຽງສູງ ທີ່ຈະເກີດໄພພິບັດໃນເອ​ເຊຍ, ໂດຍສະເພາະໃນ​ເຂດ​ເອ​ເຊຍຕາເວັນອອກສຽງໃຕ້", ອີງຕາມອົງການຂ່າວຣອຍເຕີສ໌.

ການ​ຊ້ອມລົບ​ທາງ​ທະຫານ​ທີ່​ໄດ້ຖືກສະ​ເໜີດັ່ງກ່າວ ​ຈະ​ບໍ່​ລວມເຖິງ​ການ​ປະຕິບັດການ​ໃນ​ການຕໍ່ສູ້, ອີງ​ຕາມ​ອິນ​ໂດ​ເນ​ເຊຍ.

​ແຕ່​ພົນ​ເອກ ວົງ ປິ​ເຊ​ນ (Vong Pisen) ຜູ້​ບັນຊາ​ການ​ທະຫານສູງສຸດແຫ່ງກອງທັບ​ລາດ​ຊະ​ອາ​ນາ​ຈັກ​ກຳປູ​ເຈຍ ​ໄດ້​ອອກ​ຖະ​ແຫຼ​ງການ​ເມື່ອມໍ່ໆມານີ້ ລຸນຫຼັງທີ່ໄດ້​ກ່າວ​ວ່າ ກຳປູ​ເຈຍ​ຍັງ​ບໍ່ໄດ້ຕົກລົງ ທີ່ຈະຊ້ອມລົບຄັ້ງນີ້​ເທື່ອ.

ທ່ານວົງ ປິ​ເຊ​ນ (Vong Pisen) ກ່າວ​ວ່າ ຜູ້​ບັນ​ຊາ​ການ​ທະຫານ​ຂອງ​ອິນ​ໂດ​ເນ​ເຊຍ ເປັນຜູ້ສະເໜີ​ແນວ​ຄວາມ​ຄິດ​ດັ່ງກ່າວ, ​ໃນ​ຖານະ​ເປັນ​ປະທານ​ໝູນວຽນ​ຂອງ​ກຸ່ມ​, ​ແຕ່​ກຳປູ​ເຈຍ ​ແລະ “ອີກຫຼາຍ​ປະ​ເທດ” ເຊິ່ງບໍ່ໄດ້ຖືກລະບຸ​ຊື່, ບໍ່​ໄດ້ໃຫ້ຄຳຕອບ. ທ່ານກ່າວຕື່ມວ່າ ຖະແຫຼງການຮ່ວມຈາກກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນ ຄັ້ງທີ 20 ທີ່ຈັດຂຶ້ນຢູ່ເກາະບາຫຼີ ໃນອາທິດແລ້ວນີ້ “ບໍ່ໄດ້ກ່າວເຖິງການຊ້ອມລົບຮ່ວມທາງທະຫານຂອງອາຊຽນ ໃນທະເລຈີນໃຕ້.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG