ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຕຳຫຼວດ ກຳປູເຈຍ ຍິງປືນ ໃສ່ພວກປະທ້ວງ ເຮັດໃຫ້ 3 ຄົນ ເສຍຊີວິດ (ສະໄລດ໌/ວີດີໂອ)


cambodia
please wait
Embed

No media source currently available

0:00 0:00:40 0:00
ລາຍງານຂ່າວຈາກກຳປູເຈຍແຈ້ງວ່າ ມີ 3 ຄົນເສຍຊີວິດ ແລະອີກ
ຈຳນວນນຶ່ງ ໄດ້ຮັບບາດເຈັບ ຫລັງຈາກຕຳຫຼວດໄດ້ຍິງປືນເຂົ້າໃສ່ ພວກປະທ້ວງທີ່ນະຄອນຫຼວງພະນົມເປັນບ່ອນທີ່ພວກຄົນງານຕັດ
ຫຍິບພວມພາກັນຮຽກຮ້ອງຂໍຂຶ້ນເງິນເດືອນ.

ພວກທີ່ເຫັນເຫດການກ່າວວ່າ ຕຳຫຼວດໄດ້ຍິງປືນເຂົ້າໃສ່ພວກປະ
ທ້ວງ ຫຼັງຈາກພວກເຂົາເຈົ້າ ໄດ້ຕັນທາງສາຍນຶ່ງ ແລະແກວ່ງກ້ອນ
ຫີນເຂົ້າໃສ່ຕຳຫຼວດ.

ເຫດຮ້າຍດັ່ງກ່າວນີ້ ແມ່ນຄັ້ງຫລ້າສຸດ ໃນການປະທະກັນ ທີ່ມີມາ
ເປັນລຳດັບ ລະຫວ່າງພວກປະທ້ວງ ແລະກຳລັງຮັກສາຄວາມສະ
ຫງົບ.

ມີລາຍງານວ່າ ຢ່າງໜ້ອຍ 20 ຄົນ ຮວມທັງຄູບາ 15 ອົງ ໄດ້ຮັບບາດເຈັບໃນວັນພະຫັດວານ
ນີ້ ໃນການປາບປາມພວກຄົນງານຕັດຫຍິບທີ່ພາກັນນັດຢຸດງານຫລັງຈາກໄດ້ມີຄຳສັ່ງໃຫ້ກຳ
ລັງພິເສດຂອງທະຫານຈຸນຶ່ງ ທັບມ້າງພວກເດີນຂະບວນປະທ້ວງ.

ບັນດາກຸ່ມປົກປ້ອງສິດທິມະນຸດທ້ອງຖິ່ນ ຊຶ່ງກ່າວວ່າ ມີພວກປະທ້ວງຢ່າງໜ້ອຍ 10 ຄົນ ຖືກ
ຈັບໃນວັນພະຫັດວານນີ້ຢູ່ນອກໂຮງງານ Yak Jin ໃກ້ໆນະຄອນພະນົມເປັນນັ້ນໄດ້ປະນາມ ຄວາມຮຸນແຮງດັ່ງກ່າວ ແລະການສົ່ງກຳລັງພິເສດຂອງທະຫານໄປປາບປາມພວກປະທ້ວງ.

ທ່ານ Nuth Domduol ຈາກພັກກູ້ຊາດກຳປູເຈຍ ຊຶ່ງເປັນພັກຝ່າຍຄ້ານ ແລະ ສະມາຊິກສະ
ພາແຫ່ງຊາດນັ້ນ ກ່າວຕໍ່ວີໂອເອ ພະແນກພາສາຂະແມວ່າ ພວກທະຫານເປັນຜູ້ບຸກກ່ອນ.

ແຕ່ທ່ານ Chap Sophorn ຜູ້ບັນຊາການກຳລັງທະຫານພິເສດ ກ່າວວ່າ ທະຫານຂອງທ່ານ ມີແຕ່ທຳການຕອບໂຕ້ທໍ່ນັ້ນ ຫລັງຈາກພວກປະທ້ວງ ເລີ້ມແກວ່ງກ້ອນຫີນເຂົ້າໃສ່.

ສ່ວນໃຫຍ່ຂອງພວກຄົນງານຕັດຫຍິບກຳປູເຈຍພວມພາກັນນັດຢຸດງານຮຽກຮ້ອງຂໍຂຶ້ນເງິນ ເດືອນ.

XS
SM
MD
LG