ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຈົ້າຊາຍ ກໍາປູເຈຍ ອົດອາຫານ ປະທ້ວງ ລັດຖະບານ (ວີດີໂອ)


ເຈົ້າຊາຍ Sisowath Thomico ​ສະມາຊິກ​ພັກ​ຝ່າຍຄ້ານ ​ຊົງ​ກ່າວ​ຫາພັກ​ລັດຖະບານ ສໍ້​ໂກງ​ຄະແນນ​ສຽງ ໃນການເລືອກຕັ້ງ
ເຈົ້າຊາຍ Sisowath Thomico ​ສະມາຊິກ​ພັກ​ຝ່າຍຄ້ານ ​ຊົງ​ກ່າວ​ຫາພັກ​ລັດຖະບານ ສໍ້​ໂກງ​ຄະແນນ​ສຽງ ໃນການເລືອກຕັ້ງ
ຍາດ​ຄົນ​ນຶ່ງ​ຂອງ​ກະສັດນະໂຣດົມ ​ສີຫະ​ມຸນີ ​ແຫ່ງ​ກຳປູ​ເຈຍ ​ຊົງ
​ທຳ​ການອົດ​ອາຫານ​ປະ​ທ້ວງ ​ເພື່ອ​ກົດ​ດັນໃຫ້​ລັດຖະບານຊອກ
​ຫາ​ຊ່ອງ​ທາງ​ ແກ້​ໄຂວິ​ກິດ​ການ​ ທາງ​ດ້ານ​ການເມືອງ​ຢູ່​ໃນ​ກຳປູ​
ເຈຍ.

​ເຈົ້າຊາຍ Sisowath Thomico ຊຶ່ງ​ເປັນ​ສະມາຊິກ​ພັກ​ຝ່າຍ
​ຄ້ານຊົງ​ກ່າວ​ຫາ ພັກ​ລັດຖະບານທີ່​ປົກຄອງ​ປະ​ເທດ​ມາ​ເປັນ​ເວ
ລາ​ດົນ​ນານ​ແລ້ວນັ້ນວ່າ ສໍ້​ໂກງ​ຄະແນນ​ສຽງ ​ໃນ​ການ​ເລືອກ​ຕັ້ງ
​ເມື່ອ​ເດືອນ​ກໍລະກົດ​ຜ່ານ​ມາ ທີ່​ເຮັດ​ໃຫ້​ ນາຍົກລັດຖະມົນຕີ​ຮຸນ​
ເຊ​ນ ສາມາດ​ກັບ​ຄືນ​ເຂົ້າ​ໄປ​ກຳ​ອຳນາດ​ອີກ​ນັ້ນ.

​ເຈົ້າຊາຍ Sisowath ຊົງເວົ້າວ່າ “ຂ້າພະ​ເຈົ້າມາ​ທີ່​ນີ້ ​ໃນ​ມື້ນີ້ ເພື່ອ​ອົດ​ອາຫານປະ​ທ້ວງໃນ
ການກົດ​ດັນ​ ຕໍ່ລັດຖະບານ ​ແລະ​ຊອກ​ຫາ​ຊ່ອງ​ທາງ​ທີ່​ເປັນ​ທຳ ​ສຳລັບບັນດາຜູ້​ມີ​ສິດ​ປ່ອນ​
ບັດ​ຊາວ​ກຳປູ​ເຈຍ ຫຼັງຈາກ​ເຂົາ​ເຈົ້າບໍ່​ໄດ້​ຮັບ​ການ​ເລືອກ​ຕັ້ງທີ່​ເສລີແລະ​ຍຸດຕິ​ທຳໃນ​ເດືອນ
​ກໍລະກົດ.”

ພັກ​ຝ່າຍ​ຄ້ານ​ກ່າວ​ວ່າ ຕົນ​ຈະ​ບໍ່ໄປຮ່ວມໃນ​ພິທີ​ເປີດ​ສະ​ໄໝປະຊຸມ​ສະພາ​ແຫ່ງ​ຊາດໃນ​ມື້
ວັນ​ຈັນ​ຈະ​ມາ ນອກຈາກ​ວ່າ​ລັດຖະບານ​ຈະ​ຕົກລົງ​ໃຫ້​ມີ​ການ​ສືບສວນ​ຢ່າງ​ເປັນ​ອິດສະຫຼະ
​ເບິ່ງການ​ເລືອກ​ຕັ້ງ.

​ໃນ​ວັນ​ສຸກ​ມື້ນີ້ທ່ານ​ແຊມ ຣັງສີ ຜູ້ນຳ​ພັກ​ຝ່າຍ​ຄ້ານ​ກ່າວ​ວ່າ ພັກ​ກູ້​ຊາດ​ຂອງ​ທ່ານ ຈະ​ບໍ່​ຮຽກ
ຮ້ອງໃຫ້​ຍົກ​ເລີກ​ການ​ບໍ່​ໄປຮ່ວມ​ປະຊຸມ ນອກຈາກ​ວ່າ​ຈະ​ບັນລຸ​ການ​ຕົກ ລົງ​ກັນ​ໃນ​ນາທີ​ສຸດ
​ທ້າຍ.

ການ​ພົບ​ປະຫຼາຍໆ​ຄັ້ງ​ເມື່ອ​ບໍ່​ດົນ​ມານີ້ ລະຫວ່າງ​ທ່ານ​ແຊມ ຣັງສີແລະ​ນາຍົກລັດຖະມົນຕີ
​ຮຸນ​ເຊ​ນ ມີ​ລາຍ​ງານ​ວ່າ ​ໄດ້​ເຮັດ​ໃຫ້​ທັງ​ສອງ​ຝ່າຍ​ມີ​ຄວາມ​ເຫັນ​ໃກ້ ຄຽງ​ກັນ​ຫຼາຍຂຶ້ນ ​ແຕ່​ກໍ​
ຍັງ​ບໍ່​ສາມາດ​ທັບ​ມ້າງ​ສະພາບ​ການ​ບໍ່​ໄປ​ບໍ່​ມາ​ໄດ້.

CAMBODIA POLITICS
please wait
Embed

No media source currently available

0:00 0:00:39 0:00
XS
SM
MD
LG