ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳປູເຈຍ ເລື່ອນເວລາ ກອງປະຊຸມອາ​ຊຽນເທື່ອທຳອິດ ທ່າມກາງການ​ມີຄວາມ​ເຫັນແຕກຕ່າງ​ກັນ ລະຫວ່າງບັນດາປະເທດສະມາຊິກ. 


ສາລະວັດທະຫານຄົນນຶ່ງ ລາດຕະເວນ ຢູ່ນອກຕຶກສະມາຄົມບັນດາປະເທດຊາດ ໃນເຂດເອເຊຍອາຄະເນ ຫລືອາຊຽນ ທີ່ນະຄອນຈາກາຕາ ປະເທດອິນໂດເນເຊຍ ວັນທີ 24 ເມສາ 2021.
ສາລະວັດທະຫານຄົນນຶ່ງ ລາດຕະເວນ ຢູ່ນອກຕຶກສະມາຄົມບັນດາປະເທດຊາດ ໃນເຂດເອເຊຍອາຄະເນ ຫລືອາຊຽນ ທີ່ນະຄອນຈາກາຕາ ປະເທດອິນໂດເນເຊຍ ວັນທີ 24 ເມສາ 2021.

ກຳປູເຈຍ ໃນວັນພຸດທີ່ຜ່ານມາ ໄດ້ເລື່ອນກອງປະຊຸມຄັ້ງ​ທຳ​ອິດຂອງ​ສະມາຄົມ​ບັນດາ​ປະ​ເທດ​ຊາດ ​ໃນ​ເ​ຂ​ດ​ເອ​ເຊຍ​ຕາ​ເວັນ​ອອ​ກ​ສຽງ​ໃຕ້ຫລື​ອາ​ຊຽນ ປີ 2022 ພາຍໃຕ້ການເປັນປະທານຂອງຕົນໂດຍລັດຖະບານກ່າວວ່າ ທ່າມກາ​ງ​ທີ່​ມີລາຍ ງານ ກ່ຽວ​ກັບ​ການ​ມີຄວາມແຕກຕ່າງກັນ ລະຫວ່າງປະ​ເທດສະມາຊິກ ​ໃນການໄປຢ້ຽມຢາມປະເທດມຽນມາ ຂອງນາຍົກລັດຖະມົນຕີຮຸນເຊນ ​ເມື່ອອາທິດແລ້ວ ຊຶ່ງ​ໃນລະຫວ່າງ​ນັ້ນ ທ່ານບໍ່ໄດ້ພົບປະກັບບັນດາຜູ້ນຳປະຊາທິປະໄຕ.

ການພົບປະແບບ​ເຊິ່ງ​ໜ້າ ຂອງບັນດາລັດມົນຕີຕ່າງປະເທດ ມີກຳນົດຈະ​ຈັດ​ຂຶ້ນ​ໃນອາທິດໜ້າ ທີ່​ເມືອ​ງ​ສຽມຣຽບ (Siem Reap) ໄດ້ເລື່ອນ​ເວ​ລາ​ອອກ​ໄປ​ຢ່າງບໍ່ມີກຳນົດ ອີງຕາມການປະກາດ ຂອງທ່ານຂຽວ ກັນຫາຣິດ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫຼງ​ຂ່າວ​ຂອງ​ປະ​ເທດກຳ​ປູ​ເຈຍ ທີ່​ເປັນ​ເຈົ້າພາບ.

“ກອງປະຊຸມບັນດາລັດຖະມົນຕີຕ່າງປະເທດອາຊຽນ ​ຕົ້ນ​ຕໍ່​ນັ້ນມີກຳນົດທີ່ຈະເລີ້ມຂຶ້ນໃນ
ວັນທີ 18 ຫາ 19ເດືອນມັງກອນ ປິ 2022 ໃນແຂວງສຽມຣຽບໄດ້ຖືກເລື່ອນເວລາອອກ
ໄປ” ນັ້ນຄືຄຳເວົ້າຂອງທ່່່ານ ທີ່ໄດ້ກ່າວໃນຖະແຫຼງການຢູ່ໜ້າ Facebook ໂດຍບໍ່ໄດ້ປະ
ກາດໃຫ້ຊາບກ່ຽວກັບວັນເວລາໃໝ່ສຳລັບກອງປະຊຸມ

ທ່ານກ່າວວ່າ ເຫດຜົນຂອງການເລື່ອນເວ​ລາ ກໍເພາະວ່າ ບັນດາລັດຖະມົນຕີຕ່າງປະເທດຂອງ​ອາ​ຊຽນ “ມີຄວາມລຳບາກໃນການເດີນທາງເຂົ້າຮ່ວມກອງປະ ຊຸມ.”

ການເລື່ອນເວລາດັ່ງ​ກ່າວ ເຮັດໃຫ້ຫລ້າຊ້າ ຕໍ່ກາ​ນ​ຮັບ​ຮອງຢ່າງເປັນທາງການ​ໃນ​ການ​ແຕ່ງໃຫ້ລັດຖະມົນຕີຕ່າງປະເທດ ພຣັກ ໂສກົນ (Prak Sokhonn) ໃຫ້ເປັນທູດພິເສດ​ຄົນ​ໃໝ່ ຂອງ​ອາ​ຊຽນ​ ຮັບ​ຜິດ​ຊອບ​ເລື້ອງມຽນມາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG