ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄູ່ແຂ່ງ ການເມືອງ ກໍາປູເຈຍ ພົບປະກັນ ທ່າມກາງ ຄວາມຮຸນແຮງ


ທ່ານ Sam Rainsy ຢູ່ທີ່ກອງປະຊຸມຂ່າວ ໃນກໍາປູເຈຍ
ທ່ານ Sam Rainsy ຢູ່ທີ່ກອງປະຊຸມຂ່າວ ໃນກໍາປູເຈຍ
ນາຍົກລັດຖະມົນຕີ ກໍາປູ​ເຈຍ ທ່ານ Hun Sen ​ແລະ ຜູ້​ນໍາທີ່​ສໍາ
ຄັນ ​ຝ່າຍ​ຄ້ານ​ຂອງ​ປະ​ເທດ​ ກໍາລັງເຈລະ​ຈາ​ກັນ​ເປັນ​ເທຶ່ອທີ່​ສອງ
​ເພື່ອ​ຊ​ອກ ຫາຊ່ອງ​ທາງ​ແກ້​ໄຂ ວິ​ກິດການການ​ເມືອງ​ທີ່​ໄດ້​ທະວີ​
ຂື້ນ​ສູ່ຄວາມ​ຮຸນ​ແຮງ​ເຖິງ​ຕາຍ.

ພວກ​ປະ​ທ້ວງ​ຫລາຍ​ພັນ​ຄົນ ​ໄດ້​ພາກັນ​ເຕົ້າ​ໂຮມ​ກັນ​ຢູ່ ສວນ​ອິດ
ສະຣະພາບ ​ໃນ​ກຸງ​ພະນົມ​ເປັນ ​ເປັນ​ມື້​ທີ່​ສອງ​ໃນ​ວັນ​ຈັນ​ມື້​ນີ້ ​ໃນ
​ຄະນະ​ທີ່​ທ່ານ Hen Sen ນັ່ງ​ລົງ​ສົນທະນາ​ກັບ ທ່ານ Sam
Rainsy ຜູ້ນໍາ​ພັກ ​ກູ້ຊາດ​ກໍາປູ​ເຈຍ. ການ​ປະຊຸມ​ໄດ້​ເກີ​ດຂື້ນ
​ນຶ່ງ​ມື້​ຫລັງ​ຈາກພວກ​ປະ​ທ້ວງ ​ເດີນ​ຂະ​ບວນຜ່ານ​ຖະໜົນ​ສາຍ​
ຕ່າງໆຂອງກຸງ​ພະນົມ​ເປັນ ​ແລະ​ປ​ະທະ​ກັບ​ເຈົ້າ​ໜ້າ​ທີ່​ຕໍາຫລວດ|
ຜູ້​ຕິດ​ອາ​ວຸດ ​ແລະ​ແກັສນໍ້າຕາ ລະ​ເບີດ​ຄວັນ ​ແລະ​ປືນ​ສີດ​ນໍ້າ.

ບັນ​ດາ​ນັກ​ເຄຶ່ອນ​ໄຫວ​ສິດທິ​ມະນຸດ ກ່າວ​ວ່າ ມີ​ຜູ້​ນຶ່ງ​ໄດ້​ຖືກ​ຍິງ​ຕາຍ
ຢູ່​ເທິ່ງຂົວ​ຂ້າມ​ຫົນທາງໄປ​ສູ່ ສວນ​ອິດສະຣະພາບ ບ່ອນ​ທີ່ມີນັກ​
ເຄຶ່ອນ​ໄຫວ 20,000 ຄົນ ພາກັນ​ເຕົ້າ​ໂຮ​ມກັນ​ຟັງ ຄໍາ​ຖະ​ແຫລ​ງ
ຂອງ ທ່ານ Rainsy​ ຢູ່.

ຄວາມ​ຮຸນ​ແຮງ​ໃນ​ວັນ​ອາທິດວານ​ນີ້ ​ໄດ້​ເປັນ​ຂີດ​ໝາຍ​ ຄວາມທະວີຄູນ​ຂອງວິ​ກິດ​ການ
ທາງ​ດ້ານ​ເມືອງ ທີ່​ໄດ້​ຫ້ອຍ​ຕາມ ກໍາປູ​ເຈຍມາ ນັບ​ຕັ້ງ​ແຕ່ຄະນະ​ກໍາມະການ​ເລືອກ​ຕັ້ງ ​ໄດ້​ຮັບ​ຮູ້​ວ່າ ພັກປະຊາ​ຊົນ​ກໍາປູ​ເຈຍ ຂອງ​ທ່ານ Hun Sen ເປັນ​ຜູ້​ໄຊຊະນະ​ໃນ​ການ​ເລືອກຕັ້ງ​ໃນ​ເດືອນ​ກໍລະກົດ ດ້ວຍ​ 68 ບ່ອນ​ນັ່ງຢູ່​ໃນ ສະພາ​ແຫ່ງ​ຊາດ ລື່ນ​ພັກ CNRP ຂອງທ່ານ Rainsy ທີ່​ໄດ້ 55 ບ່ອນ​ນັ່ງນັ້ນ.

ພັກ CNRP ​ໄດ້​ປະຕິ​ເສດ​ຜົນ​ການ​ເລືອກ​ຕັ້ງ​ດ່ັງກ່າວ ອ້າງ​ວ່າ​ມີ​ການ​ສໍ້​ໂກງ​ຢ່າງ​ໃຫຍ່.
XS
SM
MD
LG