ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕຳຫຼວດ ກຳປູເຈຍ ປະທະກັບ ພວກປະທ້ວງ ພັກຝ່າຍຄ້ານ (ສະໄລດ໌/ວີດີໂອ)


ຕຳຫຼວດປາບຈະລາຈົນກຳປູເຈຍ ຢືນຍາມ ຢູ່ຫລັງຮົ້ວ ໜາມໝາກຈັບ ຂະນະທີ່ເຂົາເຈົ້າ ຕັນທາງເຂົ້າ ໄປຫາສວນອິດສະຫຼະພາບ ຢູ່ພະນົມເປັນ (15 ກໍລະກົດ 2014)
ຕຳຫຼວດປາບຈະລາຈົນກຳປູເຈຍ ຢືນຍາມ ຢູ່ຫລັງຮົ້ວ ໜາມໝາກຈັບ ຂະນະທີ່ເຂົາເຈົ້າ ຕັນທາງເຂົ້າ ໄປຫາສວນອິດສະຫຼະພາບ ຢູ່ພະນົມເປັນ (15 ກໍລະກົດ 2014)

ບັນດາ​ກຸ່ມ​ສິດທິ​ມະນຸດ​ໃນ​ກຳປູ​ເຈຍ​ກ່າວ​ວ່າ ​ມີ​ປະຊາຊົນ​ຢ່າງ
​ນ້ອຍ 40 ຄົນໄດ້​ຮັບ​ບາດ​ເຈັບ​ໃນ​ວັນ​ອັງຄານ​ມື້​ນີ້ໍ ໃນ​ການ​ປະ
​ທະ​ກັນ​ ລະຫວ່າງ​ພວກ​ຍາມ​ຮັກສາ​ຄວາມ​ສະຫງົບ ກັບພວກ​
ປະ​ທ້ວງ​ຈາກ​ຝ່າຍ​ຄ້ານ​ ຢູ່​ໃນນະຄອນຫລວງ​ພະນົມ​ເປັນ.

ພວກ​ປະ​ທ້ວງ ພາກັນ​ຮຽກຮ້ອງ​ໃຫ້​ລັດຖະບານ ເປີດ​ສວນອິດ
ສະຫລະພາບ ຄືນ​. ສວນສາທາລະນະ​ແຫ່ງ​ນີ້ ຊຶ່ງເປັນ​ບ່ອນ
​ປະ​ທ້ວງ​ອັນ​ສຳຄັນ ຂອງ​ນະຄອນຫລວງ​ ​ໄດ້​ຖືກ​ປິດ​ໄວ້​ຕັ້ງ​ແຕ່
​ເກີດ​ຄວາມ​ຮຸນ​ແຮງ​ທາງ​ການ​ເມືອງ ເມື່ອເດືອນ​ມັງກອນ​ຕົ້ນ​ປີ​ນີ້.

ບັນດາ​ກຸ່ມ​ສິດທິ​ມະນຸດ​ເວົ້າ​ວ່າ ​ເວລາ​ພວກ​ປະ​ທ້ວງພະຍາຍາມ​
ຈະ​ເອົາ​ປ້າຍ​ໄປ​ຕິດ​ໄວ້ ​ກັບ​ສິ່ງ​ກີດຂວາງ ທີ່ທາງ​ການ​ເອົາ​ມາ​ຕັ້ງ​ໄວ້​ອ້ອມ​ສວນ​ນັ້ນ ພວກ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ສະຫງົບ ​ພົນລະ​ເຮືອນ ພາກັນ​ເຂົ້າ​ໄປ​ໄລ່ ​ພວກ​ເຂົາ​ເຈົ້າ​ອອກ​ໄປ ​ໂດຍ​ໄດ້​ທຸບ​ຕີພວກ​ປະທ້ວງ​ຫລາຍໆ​ຄົນ.

ພວກປະ​ທ້ວງ​ໄດ້​ຫັນ​ມາ​ຕໍ່ສູ້​ຄືນ ຊຶ່ງ​ບາງຄົນ​ກໍ​ໄດ້​ໃຊ້​ໄມ້ຄ້ອນ​ຕີ​ພວກ​ຄົນ​ຍາມ. ການປະ​ທະ​ກັນ​ດັ່ງກ່າວ​ ເຮັດ​ໃຫ້​ຫລາຍ​ຄົນ​ບາດເຈັບຈົນເລືອດ​ຕົກ​ຢາງ​ອອກ. ​ເຈົ້າ​ໜ້າ​ທີ່​ເມືອງ​ກ່າວ​ວ່າ ຄົນ​ຍາມ​ຢ່າງ​ນ້ອຍ 37 ຄົນ​ໄດ້​ຮັບບາດ​ເຈັບ.

ຕຳຫລວດ ​ໄດ້​ໃຊ້​ລະ​ເບີດ​ນ້ຳຕາຍິງ​ໃສ່ ​ເພື່ອ​ສະຫລາຍ​ການ​ປະ​ທ້ວງ ​ແລະ​ໄດ້​ຈັບ​ນັກ​ການ​ເມືອງ ຢ່າງ​ນ້ອຍ 4 ຄົນ ທີ່​ຖືກ​ກ່າວ​ຫາ​ວ່າ ​ເປັນ​ຜູ້ນຳພາ​ກຸ່ມ​ປະ​ທ້ວງ ຊຶ່ງ​ມີ​ຈຳນວນ ​ໃນລະ
ຫວ່າງ 200 ຫາ 500 ຄົນ.

ວີດີໂອຂອງພະແນກພາສາຂະແມ ກ່ຽວກັບການປະທ້ວງ:

XS
SM
MD
LG