ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລັດຖະມົນຕີ ກຳປູເຈຍ ຈະໃຊ້ແຜນທີ່ຝຮັ່ງ ເພື່ອປັກປັນ ເຂດແດນກັບ ລາວ


ນາຍົກລັດຖະມົນຕີ ທ່ານ ທອງລຸນ ສີສຸລິດ ພົບປະເຈລະຈາກັບ ນາຍົກລັດຖະມົນຕີ ກຳປູເຈຍ ທ່ານ ຮຸນ ເຊັນ.
ນາຍົກລັດຖະມົນຕີ ທ່ານ ທອງລຸນ ສີສຸລິດ ພົບປະເຈລະຈາກັບ ນາຍົກລັດຖະມົນຕີ ກຳປູເຈຍ ທ່ານ ຮຸນ ເຊັນ.

ນາຍົກລັດຖະມົນຕີ ກຳປູເຈຍ ຢືນຢັນວ່າຈະນຳໃຊ້ແຜນທີ່ມາດຕາສ່ວນ 1 ຕໍ່ 50,000
ທີ່ຈັດທຳໂດຍທາງການ ຝຣັ່ງ ເພື່ອປະກອບການສຳຫຼວດ ແລະ ຕົກລົງປັກປັນເຂດແດນ
ທີ່ຂັດແຍ້ງກັບ ລາວ ໃນເວລານີ້.

ທ່ານ ຮຸນ ເຊັນ ນາຍົກລັດຖະມົນຕີ ກຳປູເຈຍ ຖະແຫຼງຢືນຢັນວ່າ ການທີ່ຈະຕົກລົງປັກ
ປັນເຂດແດນທີ່ຂັດແຍ້ງກັນລະຫວ່າງ ກຳປູເຈຍ ກັບ ລາວ ນັ້ນຈຳເປັນຈະຕ້ອງນຳໃຊ້
ແຜນທີ່ ສຳລັບປະກອບການສຳຫຼວດພື້ນທີ່ຕົວຈິງ ແລະ ທີ່ສຳຄັນແຜນທີ່ໆຈະສາມາດ
ນຳໃຊ້ເພື່ອການນີ້ໄດ້ຢ່າງເໝາະສົມທີ່ສຸດກໍຄື ແຜນທີ່ໆຈັດທຳໂດຍທາງການ ຝຣັ່ງ ໃນ
ຖານະຜູ້ປົກຄອງ ກຳປູເຈຍ ແລະ ລາວ ໃນອະດີດ ຊຶ່ງໄດ້ຈັດທຳແຜນທີ່ໄວ້ແລ້ວ ກໍຄື
ແຜນທີ່ຂະໜາດມາດຕາສ່ວນ 1 ຕໍ່ 100,000 ທີ່ໄດ້ຖືກຈັດທຳໄວ້ຕັ້ງແຕ່ປີ 1933.

ຫາກແຕ່ວ່າການນຳໃຊ້ແຜນທີ່ມາດຕາສ່ວນ 1 ຕໍ່ 100,000 ດັ່ງກ່າວນີ້ ກໍມີໂອາກາດທີ່
ຈະເກີດການຜິດພາດໃນການສົມທຽບໃສ່ກັບພື້ນທີ່ຕົວຈິງ ເນື່ອງຈາກເປັນແຜນທີ່ໆມີ
ການຫຍໍ້ຂະໜາດທີ່ນ້ອຍເກີນໄປດັ່ງນັ້ນ ຈຶ່ງຈະຕ້ອງຂະຫຍາຍແຜນທີ່ດັ່ງກ່າວໃຫ້ເປັນ
ຂະໜາດມາດຕາສ່ວນ 1 ຕໍ່ 50,000 ເພື່ອເຮັດໃຫ້ການສຳຫຼວດ ແລະ ຕົກລົງປັກປັນ
ເຂດແດນໃນພື້ນທີ່ຕົວຈິງນັ້ນ ມີຄວາມຊັດເຈນຍິ່ງຂຶ້ນ ດັ່ງທີ່ທ່ານ ຮຸນ ເຊັນ ໄດ້ໃຫ້ການ
ຢືນຢັນວ່າ.

"ຂ້າພະເຈົ້າກັບພະນະທ່ານ ທອງລຸນ ໄດ້ຕົກລົງກັນວ່າຈະຂຽນຈົດໝາຍໄປຫາປະທາ
ນາທິບໍດີ ຝຣັ່ງ ເພື່ອຂໍໃຫ້ໂອນແຜນທີ່ມາດຕາສ່ວນ 1 ສ່ວນ 100,000 ໃຫ້ເປັນ 1 ສ່ວນ
50,000 ແລະ ກໍເອກະສານອື່ນໆອີກທີ່ວ່າ ກ່ຽວຂ້ອງກັບຊາຍແດນ ກຳປູເຈຍ-ລາວ,
ການແກ້ໄຂບັນຫາທີ່ເຮົາມີຢູ່ກໍຄື ເຮົານຳໃຊ້ແຜນທີ່ມາດຕາ 1 ສ່ວນ 100,000 ແຕ່ວ່າ
ການແກ້ໄຂບັນຫາຊາຍແດນທີ່ຈິງນັ້ນ ເຮົາກໍບໍ່ສາມາດຈະນຳໃຊ້ທັງໝົດແຜນທີ່ນີ້ເຮົາ
ກໍຕ້ອງມີແຜນທີ່ມາດຕາ 1 ສ່ວນ 50,000 ດັ່ງນັ້ນວິທີທີ່ດີທີ່ສຸດກໍແມ່ນ ຂໍໃຫ້ ຝຣັ່ງ ເຂົາ
ໂອນແຜນທີ່ມາດຕາສ່ວນ 1 ຕໍ່ 100,000 ມາເປັນ 1 ຕໍ່ 50,000."

ທ່ານ ຮຸນ ເຊັນ ຖະແຫຼງດັ່ງກ່າວໃນໂອາກາດພົບປະເຈລະຈາຮ່ວມກັບ ທ່ານ ທອງລຸນ
ສີສຸລິດ ນາຍົກລັດຖະມົນຕີ ລາວ ເປັນຄັ້ງທີ 2 ທີ່ນະຄອນຫຼວງ ພະນົມເປັນ ເມື່ອວັນທີ
1 ກັນຍາ 2017 ຫຼັງຈາກທີ່ໄດ້ພົບປະກັນຄັ້ງທຳອິດທີ່ນະຄອນຫຼວງວຽງຈັນ ເມື່ອວັນທີ
12 ສິງຫາທີ່ຜ່ານມາ.

ໂດຍການພົບປະກັນໃນຄັ້ງທີ 2 ນີ້ນາຍົກລັດຖະມົນຕີທັງສອງ ກໍໄດ້ຕົກລົງຮ່ວມກັນໃນ
4 ປະການດ້ວຍກັນ ກໍຄືການມອບໝາຍໃຫ້ລັດຖະມົນຕີວ່າການຕ່າງປະເທດຂອງທັງ
ສອງຝ່າຍ ພົບປະເຈລະຈາເພື່ອຕົກລົງແກ້ໄຂຂໍ້ຂັດແຍ້ງລະຫວ່າງກັນໃຫ້ໄວທີ່ສຸດໂດຍ
ກຳນົດໃຫ້ແກ້ໄຂບັນຫາໃນ 4 ພື້ນທີ່ໃຫ້ໄດ້ ປະກອບດ້ວຍພື້ນທີ່ 033 ພື້ນທີ່ 037/13
ພື້ນທີ່ 032/1 ແລະ ພື້ນທີ່ອູສະວາຍ ກັບ ເວີນຄຳ ຈາກນັ້ນຈຶ່ງຕົກລົງກັນທີ່ເຂດແກ້ງ
ຕໍມໍຄອຍ ກັບ ຫົວຕະເງົາ ເປັນເປົ້າໝາຍຕໍ່ໄປ.

ທັງນີ້ເພື່ອເປັນການແກ້ໄຂບັນຫາທີ່ທັງສອງຝ່າຍມີທັດສະນະທີ່ແຕກຕ່າງກັນ ນາຍົກລັດ
ຖະມົນຕີ ລາວ ແລະ ກຳປູເຈຍ ກໍຈະຮ່ວມກັນຮ່າງຈົດໝາຍເພື່ອສົ່ງເຖິງປະທານາທິບໍດີ
ຝຣັ່ງ ເພື່ອຂໍໃຫ້ຊ່ວຍມອບແຜນທີ່ມາດຕາ 1 ຕໍ່ 100,000 ກັບແຜນທີ່ມາດຕາ 1 ຕໍ່
50,000 ແລະ ບັນດາເອກະສານສຳຄັນຕ່າງໆທີ່ກ່ຽວຂ້ອງກັບຊາຍແດນ ລະຫວ່າງ
ກຳປູເຈຍ ແລະ ລາວ ສຳລັບນຳມາໃຊ້ເພື່ອປະກອບການພິຈາລະນາຕົກລົງຮ່ວມກັນຕໍ່
ໄປ ໂດຍລັດຖະມົນຕີວ່າການຕ່າງປະເທດຂອງທັງ 2 ປະເທດໄດ້ຕົກລົງ ກ່ຽວກັບ ເນື້ອ
ໃນສຳຄັນໃນຮ່າງຈົດໝາຍທີ່ຈະສົ່ງເຖິງປະທານາທິບໍດີ ຝຣັ່ງ ແລ້ວເມື່ອວັນທີ 5 ກັນຍາ
2017 ທີ່ຜ່ານມາ.

ໂດຍການສຳຫຼວດເພື່ອປັກປັນເຂດຊາຍແດນລະຫວ່າງ ລາວ ກັບ ກຳປູເຈຍ ໄດ້ເລີ່ມດຳ
ເນີນການຮ່ວມກັນນັບຕັ້ງແຕ່ປີ 2000 ເປັນຕົ້ນມາ ໂດຍໄດ້ຈັດຕັ້ງປະຕິບັດຕາມຫຼັກການ
4 ດ້ານທີ່ລັດຖະບານ 2 ປະເທດໄດ້ຕົກລົງຮ່ວມກັນຢ່າງເປັນທາງການໃນປີ 1995 ຊຶ່ງ
ປະກອບດ້ວຍຫຼັກການຮັບຮູ້ເຂດແດນຕິດຕໍ່ກັນທີ່ອີງຕາມແຜນທີ່ມາດຕາສ່ວນ 1 ຕໍ່
100,000, ສະບັບປີ 1933 ຫຼັກການສາກົນທີ່ ກ່ຽວກັບ ການຂີດເສັ້ນຊາຍແດນ ຫຼັກການ
ຄຸ້ມຄອງປະຊາຊົນທີ່ສືບທອດກັນມາຢ່າງຍາວນານ ແລະ ຫຼັກການຂອງຄວາມສະເໝີ
ພາບ,ເຄົາລົບສິດ, ຜົນປະໂຫຍດ ແລະ ເປັນເອກະພາບກັນໃຫ້ໄດ້ຢ່າງສົມບູນ.

XS
SM
MD
LG