ນະຄອນຫລວງພະນົມເປັນຂອງກໍາປູເຈຍ ຍັງມີໂຮງຊິເນຫລືໂຮງສາຍຮູບເງົາ ໄວ້ບໍລິການ
ຄົນເບິ່ງຫລາຍແຫ່ງ ທີ່ສ້າງຂຶ້ນໃນສະໄໝຊຸມ ປີ 1950 ແຕ່ໂຮງສາຍຊິເນເຫລົ່ານີ້ສາຍແຕ່
ຮູບເງົາທີ່ສ້າງຂຶ້ນຢູ່ພາຍໃນປະເທດ ທີ່ມີຈໍານວນນ້ອຍໆ ຫລືຊິເນທີ່ນໍາເຂົ້າມາແຕ່ໄທທີ່ແປ
ເປັນພາສາຂະເໝນ. ແລະເວລານີ້ ຮູບເງົາໃນລະບົບແຜ່ນດີວີດີໄດ້ເຂົ້າມາຕີຕະຫລາດ ສົ່ງ
ຜົນໃຫ້ພວກທີ່ມັກເບິ່ງຊິເນ ພາກັນຢູ່ບ້ານ ເບິ່ງດີວີດີຫລາຍກວ່າ.
ກ່ອນໜ້າເດືອນກໍລະກົດປີນີ້ ວິທີດຽວທີ່ຊາວຂະເໝນຈະໄດ້ເບິ່ງຊິເນເລຶ່ອງດັງລ່າສຸດຂອງ
Hollywood ຢູ່ໃນໂຮງຊິເນນັ້ນ ກໍແມ່ນຕ້ອງໄດ້ບິນໄປເບິ່ງຢູ່ໄທ ຫລືຫວຽດນາມພຸ້ນ.
ແຕ່ມາບັດນີ້ ພຽງແຕ່ເສຍເງິນ 6 ໂດລາຫລືປະມານ 45,000 ກີບເທົ່ານັ້ນ ເຂົາເຈົ້າກໍຈະ
ສາມາດເຂົ້າໄປເບິ່ງຊິເນໃນຫ້ອງແອໃໝ່ໆ ລະບົບສາມຈໍ ຊິເນມາສະໂຄບ ພ້ອມດ້ວຍ
popcorn ຫລືເຂົ້າຕອກແຕກນຶ່ງຫໍ່ ແລ້ວກໍນັ່ງເບິ່ງໜັງກັງຟູແພນດາ ພາກສອງ ໃນລະ
ບົບ 3D ຫລືສາມມິຕິ.
ນາຍ ໄມເກິລ ໄຊ(Michael Chai) ຜູ້ອໍານວຍການທີ່ບໍລິສັດ WesTec Media ທີ່ສ້າງ
ໂຮງຊິເນແຫ່ງນີ້ ແນເປົ້າໝາຍໃສ່ຕະຫລາດຊາວໜຸ່ມກໍາປູເຈຍ ທີ່ຮອບຮູ້ທາງອິນເທີເນດ.
ນາຍ Michael Chai ກ່າວວ່າ:
“ຕົວຢ່າງ ຖ້າຂ້ອຍເບິ່ງໜ້າເວັບສັງຄົມ ເຟສບຸກນັ້ນ ແມ່ນຂ້ອຍຈະເບິ່ງຈໍານວນຜູ້
ທີ່ເຂົ້າໄປໃຊ້ເວັບນີ້ ຄືໃນເດືອນພຶດສະພາປີ 2010 ມີພຽງປະມານ 50,000 ຄົນ
ທີ່ມີຊື່ຢູ່ໃນເຟສບຸກ. ຕົກມາເດືອນພຶດສະພາຂອງປີ 2011 ນີ້ ມີເກືອບ 400,000
ຄົນ. ດັ່ງນັ້ນ ສະເພາະແຕ່ຕົວເລກນັ້ນຢ່າງດຽວ ກໍສະແດງໃຫ້ເຮົາເຫັນແລ້ວວ່າ
ມີການເຕີບໂຕຢ່າງຫລວງຫລາຍ ແລະພວກຄົນສ່ວນຫລາຍທີ່ໃຊ້ເຟສບຸກນັ້ນ ແມ່ນຕິດຕໍ່ລົມກັນເປັນພາສາອັງກິດແທບທັງນັ້ນ.”
ເຖິງແມ່ນວ່າ ມັນອາດຕ້ອງໃຊ້ເວລາຫລາຍມື້ເຕີບ ສໍາລັບຊາວກໍາປູເຈຍສ່ວນໃຫຍ່ ກວ່າຈະ
ຫາເງິນໄດ້ຫົກໂດລາ ສໍາລັບຄ່າປີ້ຊິເນນັ້ນກໍຕາມ ແຕ່ພວກເຈົ້າຂອງໂຮງຊິເນທັງຫລາຍກໍ
ພາກັນຫວັງວ່າ ພວກຄົນຖານະປານກາງທີ່ມີຈໍານວນຫລາຍຂຶ້ນນັບມື້ນັ້ນ ຈະມາເປັນລູກຄ້າ ປະຈໍາ.
Michael Chai ຫົວໜົາບໍລິສັດ WesTec Mediaຢືນຢູ່ທ່າມກາງຮູບກະດາດຂອງດາຣາ
ຮູບເງົາເລື່ອງ X-Men: First Class, ທີ່ກຳລັງສາຍຢູ່ທີ່ໂຮງສາຍຮູບເງົາ ແບບ multiplex ແຫ່ງທຳ
ອິດທີ່ບໍລິສັດຂອງລາວສ້າງຂື້ນໃນນະຄອນຫລວງພະນົມເປັນ. (photo credit: Robert Carmichael)
ນາຍ Prum Seila ພະນັກງານຫ້ອງການ ອາຍຸ 24 ປີ ກໍເປັນຜູ້ນຶ່ງຢູ່ໃນໝູ່ພວກຊົນຊັ້ນທີ່
ເປັນເປົ້າໝາຍຂອງນາຍໄຊ. ພຽງສອງສາມອາທິດຫລັງຈາກໂຮງໜັງເປີດບໍລິການ ກໍປາກົດ
ວ່າ ນາຍ Seila ໄດ້ເຂົ້າມາເບິ່ງຊິເນຢູ່ໂຮງໜັງນີ້ສອງຄັ້ງແລ້ວ. ນາຍເຊລາເວົ້າວ່າ:
“ຂ້ອຍໄປທີ່ນັ້ນ ໄປເບິ່ງຊິເນເລຶ່ອງ Transformers 3 ແລະຂ້ອຍກໍບໍ່ເຄີຍເບິ່ງຊິເນ
ລະບົບສາມມິຕິມາກ່ອນໃນຊີວິດຂ້ອຍ. ຂ້ອຍຫາກໍໄດ້ເບິ່ງເລຶ່ອງ Transformers 3
ນີ້ແຫລະ ແລະຮູ້ວ່າໃນຊິເນເລຶ່ອງນີ້ ມີສາກນຶ່ງທີ່ຖ່າຍທໍາຢູ່ໃນກໍາປູເຈຍ ແລະດັ່ງນັ້ນ
ພວກເຮົາຄວນຈະໄປເບິ່ງ ແບບວ່າໄປສະໜັບສະໜຸນເລື້ອງແບບນີ້ ຢູ່ໃນກໍາປູເຈຍ.”
ການເຕີບໂຕທາງເສດຖະກິດຢູ່ໃນນະຄອນຫລວງພະນົມເປັນ ພາກສ່ວນນຶ່ງແມ່ນມາຈາກ
ການຫລໍ່ລ້ຽງຂອງໂຮງງານເຮັດເສື້ອຜ້າ ຊຶ່ງຖືວ່າເປັນເສົາຄໍ້າເສດຖະກິດອັນນຶ່ງໃນກໍາປູເຈຍ
ທີ່ຕັ້ງຢາຍຢູ່ອ້ອມແອ້ມນະຄອນຫລວງພະນົມເປັນ ແລະດຶງດູດພວກຄົນງານໜຸ່ມນ້ອຍໃຫ້
ຫລັ່ງໄຫລ ເຂົ້າມາຢູ່ໃນເມືອງ.
ວຽກງານແລະວິຊາການໃໝ່ໆ ໄດ້ຜັນປ່ຽນຫລາຍສິ່ງຫລາຍຢ່າງຢ່າງວ່ອງໄວ. ຜົນການສໍາ
ຫລວດເມື່ອໝໍ່ໆມານີ້ຊີ້ແນະວ່າ ມີຊາວໜຸ່ມກໍາປູເຈຍຫລາຍກວ່າ 90 ເປີເຊັນ ທີ່ມີໂທລະສັບ
ມືຖືໃຊ້ ແລະການຊົມໃຊ້ອິນເທີເນັດ ເຖິງແມ່ນຍັງມີລະດັບຕໍ່າຢູ່ ແຕ່ກໍໄດ້ເພີ່ມຂຶ້ນເປັນສອງ
ເທົ່າ ຕົວໃນປີນຶ່ງ ຄືຂຶ້ນເປັນ 6 ເປີເຊັນ.
ນາຍ Prum Seila ທີ່ມັກໄປເບິ່ງຊິເນ ເຕີບໃຫຍ່ຢູ່ໃນເມືອງຫລວງ. ນາຍ ປຣຸມກ່າວວ່າ ຕົນແລະໝູ່ພາກັນໃຊ້ເວລາຫາເລາະຢູ່ຕາມຮ້ານອາຫານໃນຍ່ານການຄ້າ ຕາມຮ້ານກາເຟເປີດໃໝ່ໆທີ່ມີຢູ່ຫລາຍສິບຮ້ານ ແລະສະຖານທີ່ບັນເທີງ ທີ່ມີຊື່ວ່າ Diamond Island ຫລືດອນເພັດ ແລະ Dreamland ຫລືດິນແດນໃນຝັນ ບ່ອນທີ່ມີຫ້ອງໃຫ້ຮ້ອງເພງຄາຣາໂອເກະ. ນາຍ ປຣຸມ ເວົ້າວ່າ ການຫາເລາະຊື້ເຄຶ່ອງຫລືຊອບປິ້ງ ແມ່ນເປັນທີ່ນິຍົມກັນຫລາຍ
ໃນເວລານີ້. ນາຍ ປຣຸມ ເວົ້າວ່າ:
“ພວກຄົນຄືຂ້ອຍ ມີການມີງານເຮັດ ມີເງິນໃຊ້. ພວກເຂົາເຈົ້າທ້ອນເງິນໄວ້ ຊື້ເຄຶ່ອງ
ຍີ່ຫໍ້ແພງໆ ເຊັ່ນ ເຄຶ່ອງຄອມພິວເຕີຍີ່ຫໍ້ແອບເປິ້ລ ມືຖືອາຍໂຟນ. ພວກຍິງສາວບາງ
ຄົນຫາຊື້ເຄຶ່ອງນຸ່ງຈາກອິນເທີເນັດ ຈາກເຟສບຸກ.”
ໃນເດືອນກໍລະກົດຜ່ານມານີ້ ທາງການກໍາປູ
ເຈຍໄດ້ເປີດຕະຫລາດຂາຍຊື້ຫຸ້ນຂອງປະ
ເທດເປັນເທື່ອທໍາອິດ. ເຖິງແມ່ນວ່າເວລານີ້
ຍັງບໍ່ມີບໍລິສັດໃດເທື່ອມາລົງຊື່ຈົດທະບຽນ
ແຕ່ລັດຖະບານກໍາປູເຈຍກ່າວວ່າ ມີສາມ
ບໍລິສັດທີ່ເປັນຂອງລັດ ຈະເຂົ້າມາຈົດຊື່ເອົາ
ຫຸ້ນອອກຂາຍໃນຕະຫລາດຂາຍຊື້ຫຸ້ນໃນ
ທ້າຍປີນີ້ແລະຄາດວ່າພວກບໍລິສັດອື່ນໆກໍ
ຈະທະຍອຍຕາມມາເຊັ່ນກັນ.
ທ່ານ ສະຕີເວິນ ຮິກກິນສ໌ (Stephen
Higgins) ເປັນຫົວໜ້າທະນາຄານ ANZ-
Royal Bank ຊຶ່ງເປັນການລົງທຶນຮ່ວມ
ລະຫວ່າງທະນາຄານຍັກໃຫຍ່ ANZ ຂອງ
ອອສເຕຣເລຍ ກັບບໍລິສັດກໍາປູເຈຍບໍລິສັດ
ນຶ່ງ. ທ່ານ ຮິກກິນສ໌ ເວົ້າວ່າ:
“ໃນໄລຍະຍາວແລ້ວ ຕະຫລາດຫຸ້ນນີ້ຈະເປັນສິ່ງທີ່ດີ ສໍາລັບກໍາປູເຈຍ ຄືມັນຈະຊ່ວຍ
ໃຫ້ມີງົບປະມານສໍາລັບການພັດທະນາ. ມັນຈະສະໜອງພາຫະນະໃຫ້ພວກບໍລິສັດ
ເອກະຊົນໄດ້ອອກຈາກການລົງທຶນຂອງພວກເຂົາເຈົ້າ ຊຶ່ງເປັນສິ່ງສໍາຄັນສໍາລັບພວກ
ເຂົາເຈົ້າ ເວລາພວກເຂົາເຈົ້າຕັດສິນໃຈລົງທຶນເທື່ອທໍາອິດນັ້ນ ແຕ່ມັນກໍຕ້ອງໃຊ້ເວລາ.
ຜູ້ໃດກໍຕາມທີ່ມີວິໄສທັດໄລຍະສັ້ນກ່ຽວກັບຕະຫລາດຫຸ້ນແລ້ວ ແມ່ນຈະຜິດຫວັງ.”
ເມື່ອສິບປີກ່ອນນີ້ ມີທະນາຄານພຽງບໍ່ເທົ່າໃດແຫ່ງ ທີ່ສາມາດອອກເງິນສົດແກ່ລູກຄ້າຢູ່ເທິງ
ເຄົາເຕີໄດ້. ປັດຈຸບັນນີ້ ມີຕູ້ທະນາຄານເບີກເງິນສົດໄດ້ ຫລາຍຮ້ອຍຕູ້ ຈາກທະນາຄານ
ທ້ອງຖິ່ນປະມານ 30 ແຫ່ງ ແລະກໍມີບາງທະນາຄານທີ່ຮັບບໍລິການຈ່າຍເງິນຄ່ານໍ້າຄ່າໄຟ
ທາງອິນເທີເນັດ ໃຫ້ລູກຄ້າ. ທ່ານຮິກກິນສ໌ກ່າວຕໍ່ໄປວ່າ:
“ກໍາປູເຈຍແມ່ນໄດ້ກ້າວອອກມາຈາກ
ຄວາມລ້າຫລັງຫລາຍ ໃນແງ່ຂອງການ
ພັດທະນາໂດຍທົ່ວໄປ ແຕ່ກໍໂຮມທັງ
ການບໍລິການຕ່າງໆທາງດ້ານການ
ເງິນນໍາ ຊຶ່ງກໍາປູເຈຍກໍກໍາລັງປັບເຂົ້າ
ກັບຍຸກສະໄໝໄດ້ຢ່າງວ່ອງໄວ.”
ເຖິງແມ່ນຈະມີການປ່ຽນແປງຫລາຍຢ່າງເກີດ
ຂຶ້ນໃນເມືອງຫລວງພະນົມເປັນ ແຕ່ໂດຍທົ່ວ
ໄປແລ້ວ ມັນກໍບໍ່ໄດ້ສົ່ງຜົນປະໂຫຍດໃດໆ
ໃຫ້ແກ່ປະຊາຊົນກໍາປູເຈຍ ຈໍານວນ 80 ເປີ
ເຊັນ ທີ່ອາໃສຢູ່ຕາມຊົນນະບົດນັ້ນ. ຄວາມ
ບໍ່ເທົ່າທຽມກັນເລຶ່ອງລາຍໄດ້ ແມ່ນແຮ່ງຊໍ້າ
ຮ້າຍລົງໄປອີກໃນໄລຍະບໍ່ເທົ່າໃດປີຜ່ານມາ ໃນຂະນະທີ່ການເຕີບໂຕທາງເສດຖະກິດຂອງ
ກໍາປູເຈຍສະໜອງຜົນປະໂຫຍດໃຫ້ແກ່ພວກຄົນຮັ່ງມີ ຫລາຍກວ່າພວກຄົນທຸກຈົນ.
ໂດຍສະເພາະພວກໂຮງໝໍ ແລະສຸກສາລາຂອງປະເທດ ກໍຍັງໃຫ້ການບໍລິການສຸຂະພາບທີ່ຂີ້ຮ້າຍນັ້ນຢູ່. ການສໍ້ລາດບັງຫລວງກໍຍັງມີຢ່າງແຜ່ຫລາຍ ລະບົບຕຸລາການກໍ່ອ່ອນແອຢ່າງໜ້າສົງສານ ຄວາມທຸກຈົນແມ່ນຢູ່ໃນລະດັບ ປະມານ 30 ເປີເຊັນ.
ແຕ່ການປ່ຽນແປງບາງຢ່າງນັ້ນກໍຍັງມີປະໂຫຍດຕໍ່ສ່ວນລວມຢູ່ ເປັນຕົ້ນວ່າ ຖະໜົນຫົນທາງ
ທີ່ດີຂຶ້ນ ແລະຄວາມສາມາດໃນການຊົມໃຊ້ມືຖືໄດ້ຫລາຍຂຶ້ນ ຊຶ່ງໄດ້ສ້າງຄວາມແຕກຕ່າງອັນເລິກເຊິ່ງຕໍ່ຊີວິດຂອງຄົນສ່ວນໃຫຍ່ໃນປະເທດ ທີ່ເພິ່ງພາອາໃສການກະເສດເປັນຫລັກໃນການດໍາລົງຊີວິດຂອງພວກເຂົາເຈົ້ານັ້ນ ແລະລັດຖະບານກໍາປູເຈຍກໍຫວັງຢ່າງຍິ່ງວ່າ ການ ປັບປຸງຕ່າງໆທີ່ມີຂຶ້ນຢູ່ໃນນະຄອນຫລວງພະນົມເປັນນັ້ນ ຈະສົ່ງຜົນກະທົບຄືກັນກັບຄຶ້ນຟອງທະເລ ຊັດອອກໄປທົ່ວເຂດອື່ນໆຂອງປະເທດ.