ນາງ Srey Kuot ອາຍຸຊາວສອງປີ ເປັນຊາວສວນຮັບ
ເໝົາປູກຜັກ ຢູ່ທີ່ດິນຕອນນຶ່ງ ນອກນະຄອນຫລວງພະ ນົມເປັນ.
ຄືກັນກັບພວກຊາວນາຊາວສວນກໍາປູເຈຍສ່ວນຫລາຍນັ້ນ
ນາງຮູ້ດີວ່າຢາ ຂ້າແມງໄມ້ສາມາດເປັນໄພຕໍ່ສຸຂະພາບຂອງ
ນາງໄດ້ ແຕ່ກໍເຊັ່ນດຽວກັບຄົນສ່ວນຫລາຍ ນາງກໍຍັງເອົາ
ມັນມາໃຊ້ ແລະໃຊ້ຫລາຍໆຢ່າງປະສົມກັນ ເພື່ອຂ້າແມງໄມ້ ທີ່ມາກິນຜັກຂອງນາງ.
// ສຽງນາງ Srey Kuot ເປັນພາສາຂະເໝນ //
ນາງ Srey Kuot ກ່າວວ່າ ເວລານາງສີດຢາຂ້າແມງໄມ້
ນາງໃສ່ຖົງມື ໃສ່ເກີບໂບກ ໜ້າກາກອັດດັງ ເສື້ອແຂນຍາວ
ແລະສົ້ງຂາຍາວ ຊຶ່ງນາງກ່າວວ່າຖ້າບໍ່ເຮັດດັ່ງນີ້ແລ້ວ ຢາກໍ
ຈະແຊກຊືມເຂົ້າໄປໃນຮ່າງກາຍແລະພາໃຫ້ເຈັບປ່ວຍ ແລະ
ຍາກຕໍ່ການປິ່ນປົວໃຫ້ຫາຍຂາດໄດ້. ດັ່ງນັ້ນນາງຈຶ່ງລະມັດລະວັງເປັນພິເສດ.
ແຕ່ນາງ Srey Kuot ບໍ່ຮູ້ເລີຍວ່າ ຢາຂ້າແມງໄມ້ທີ່ຕົນໃຊ້ນັ້ນ ມີຊະນິດໃດແດ່ ເພາະພວກ
ຄົນຂາຍຢູ່ຕາມຕະຫລາດໃນພະນົມເປັນ ຂາຍໃຫ້ນາງ ພ້ອມກັບບອກວິທີໃຊ້.
// ສຽງນາງ Srey Kuot ເປັນພາສາຂະເໝນ //
ນາງ Srey Kuot ກ່າວວ່າ ຄົນທີ່ຂາຍຢາຂ້າແມງໄມ້ໃຫ້ນາງນັ້ນ ບອກນາງວ່າມັນແຮງສໍ່າ
ໃດ ແລະສະຫລາກຫລືປ້າຍຕິດຢູ່ຊອງຫລືຖົງຢາເຄມີເຫລົ່ານີ້ ກໍເປັນພາສາຫວຽດນາມແລະ ພາສາໄທເທົ່ານັ້ນ.
ເມື່ອໝໍ່ໆມານີ້ ກຸ່ມຄົ້ນຄວ້າຊາວໂຮລລັງກຸ່ມນຶ່ງ ໄດ້ສໍາພາດພວກຊາວສວນປູກຜັກ 89 ຄົນ ຢູ່ເຂດຊານເມືອງຫລວງພະນົມເປັນ ແລະພົບວ່າ 90 ເປີເຊັນຂອງຈໍານວນຜູ້ຖືກສໍາພາດນີ້
ມີອາການເຈັບປ່ວຍຍ້ອນພິດຈາກຢາຂ້າແມງໄມ້ ຢ່າງຮຸນແຮງ.
ລາຍງານຜົນການຄົ້ນຄວ້າຂອງເຂົາເຈົ້າ ທີ່ໄດ້ຖືກພິມເຜີຍແຜ່ລົງໃນວາລະສານ Journal of
Toxicology ໃນເດືອນນີ້ ເວົ້າວ່າ ພວກຊາວສວນເຫລົ່ານີ້ສ່ວນຫລາຍແລ້ວ ບໍ່ມີເຄຶ່ອງນຸ່ງ
ປ້ອງກັນພຽງພໍ ເຖິງແມ່ນວ່າເຄິ່ງນຶ່ງຂອງຢາຂ້າແມງໄມ້ ທີ່ໃຊ້ໂດຍພວກຊາວນາຊາວສວນຢູ່
ໃນການສຶກສາຄົ້ນຄວ້ານັ້ນ ໄດ້ຖືກຈັດເປັນປະເພດທີ່ຢູ່ໃນ ລະດັບ 1 ຫລື ລະດັບ 2 ຂອງ
ອົງການອະນາໄມໂລກ ຊຶ່ງໝາຍຄວາມວ່າພວກຢາເຫລົ່ານີ້ມີຄວາມແຮງ ທີ່ເປັນອັນຕະລາຍ
ຈາກລະດັບປານກາງ ໄປຫາແຮງທີ່ສຸດ ຕໍ່ສຸຂະພາບຂອງມະນຸດ. ຢາຂ້າແມງໄມ້ບາງຊະນິດ
ກໍຖືກຫ້າມຂາຍຫລືໃຊ້ ແຕ່ລາຍງານຂອງພວກຄົ້ນຄ້ວາຊາວໂຮລລັງເວົ້າວ່າ ມີການລັກລອບ ນໍາເຂົ້າໄປໃນກໍາປູເຈຍ.
ຜົນການສໍາຫລວດດັ່ງກ່າວນີ້ ແມ່ນສອດຄ່ອງກັນກັບການສໍາຫລວດອັນນຶ່ງ ໃນປີ 2008
ໂດຍເຄືອຂ່າຍປະຕິບັດການຢາຂ້າແມງໄມ້ ແຫ່ງຂົງເຂດເອເຊຍແລະປາຊິຟິກ ຫລື Pest-
icide Action Network, Asia and the Pacific ເອີ້ນຫຍໍ້ວ່າ PANAP ທີ່ທໍາການ
ສຶກສາເບິ່ງການນໍາໃຊ້ຢາຂ້າແມງໄມ້ ທີ່ເປັນອັນຕະລາຍສູງ ຢູ່ໃນ 8 ປະເທດເອເຊຍ ອັນ
ໂຮມທັງ ກໍາປູເຈຍ ສຣີລັງກາ ອິນເດຍ ແລະຈີນ ນໍານັ້ນ.
ຜົນການສຶກສາຄົ້ນຄວ້າຂອງເຄືອຂ່າຍ PANAP ພົບວ່າ ປະລິມານ 2/3 ຂອງຕົວຢາ
ຜະສົມສໍາຄັນຢູ່ໃນຢາຂ້າແມງໄມ້ ທີ່ນໍາໃຊ້ໂດຍພວກຊາວນາຊາວສວນ ຈໍານວນ 1,300
ຄົນທີ່ຖືກສໍາຫລວດນັ້ນ ມີລັກສະນະທີ່ເປັນອັນຕະລາຍສູງຫລາຍ ແລະຈັດເຂົ້າໃນພວກ
ປະເພດທີ່ອົງການນີ້ເອີ້ນວ່າ “ເປັນອັນຕະລາຍສູງຕໍ່ປະຊາຄົມ ໃນລະດັບທີ່ຮັບເອົາບໍ່ໄດ້.”
ລາຍງານຂອງພວກນັກຄົ້ນຄ້ວາຊາວໂຮລລັງເອີ້ນການໃຊ້ຢາຂ້າແມງໄມ້ ທີ່ມີທາດພິດສູງ
ຫລາຍນັ້ນ ວ່າເປັນອັນຕະລາຍທີ່ຮ້າຍແຮງທີ່ສຸດ ຕໍ່ພວກຊາວນາຊາວສວນໃນພວກປະ
ເທດທີ່ມີລາຍໄດ້ຕໍ່າ. ລາຍງານໃຫ້ຂໍ້ສັງເກດຕື່ມວ່າ ໃນຫລາຍໆປະເທດພວມພັດທະນາ
ຢາຂ້າແມງໄມ້ທີ່ເປັນອັນຕະລາຍທີ່ສຸດ ທີ່ມີຂາຍຢ່າງແພ່ຫລາຍນັ້ນ ໄດ້ກາຍມາເປັນສິ່ງທີ່
ຜູ້ຄົນໃຊ້ກັນໂດຍທົ່ວໄປ ເພື່ອຂ້າຕົວຕາຍ.
ຢາຂ້າແມງໄມ້ທີ່ມີພິດປານກາງ ສາມາດເຮັດໃຫ້ປວດຕາມກ້າມເນື້ອ ເຈັບໜ້າເອິກ ຕາຟາງ
ຮາກ ແລະອີກຫລາຍໆອາການ. ແຕ່ການກືນກິນຢາຂ້າແມງໄມ້ ລະດັບ 1 ແລະ 2 ນັ້ນ ສາມາດເປັນອັນຕະລາຍເຖິງຕາຍ ຢ່າງໄວໄດ້.
ໃນສ່ວນທີ່ກ່ຽວກັບກໍາປູເຈຍນັ້ນ
ການສໍາຫລວດຂອງເຄືອຂ່າຍ
PANAP ພົບວ່າ 1/3 ຂອງ
ພວກຊາວນາຊາວສວນທີ່ຖືກສໍາ
ຫລວດ ກ່າວວ່າ ພວກເຂົາເຈົ້າບໍ່
ໄດ້ໃຊ້ເຄຶ່ອງປ້ອງກັນຮ່າງກາຍ
ໃດໆເລີຍ ເວລາສີດຢາຂ້າແມງ
ໄມ້ນັ້ນ ແລະແມ່ນແຕ່ພວກທີ່ໃຊ້
ເຄຶ່ອງປ້ອງກັນນັ້ນ ກໍບໍ່ມີຈັກຄົນ ທີ່ໃຊ້ເຄຶ່ອງກອງຫາຍໃຈ.
ການສຶກສາຄົ້ນຄວ້າຂອງທັງເຄືອ
ຂ່າຍ PANAP ແລະຂອງຊາວ
ໂຮລລັງ ພົບວ່າ ໃນຈໍານວນຢາ
ຂ້າແມງໄມ້ 95 ຊະນິດທີ່ເຂົາ
ເຈົ້າສໍາຫລວດນັ້ນ ປາກົດວ່າບໍ່
ມີຈັກຊະນິດ ທີ່ຕິດປ້າຍເປັນພາ
ສາຂະເໝນເລີຍ ເຖິງແມ່ນກົດ
ໝາຍບັງຄັບໃຫ້ຕິດປ້າຍ ເປັນພາສາຂະເໝນກໍຕາມ.
ທ່ານ ຄີມ ມາກາຣາດີ ນັກຊ່ຽວຊານດ້ານເຮັດສວນເຮັດນາແລະຢາຂ້າແມງໄມ້ ປະຈໍາອົງ
ການດ້ານການກະເສດກໍາປູເຈຍ CEDAC ກ່າວວ່າ ມັນເປັນເລຶ່ອງທໍາມະດາ ຊຶ່ງທ່ານກ່າວ ຕໍ່ໄປວ່າ:
“ພວກເຮົາສາມາດເວົ້າໄດ້ວ່າ 95 ສ່ວນຮ້ອຍຂອງຢາຂ້າແມງໄມ້ເຫລົ່ານັ້ນ ແມ່ນ
ຕິດປ້າຍເປັນພາສາຕ່າງປະເທດ. ດັ່ງນີ້ ມັນຈຶ່ງເປັນການຍາກສໍາລັບພວກກະສິ
ກອນ ທີ່ຈະຮູ້ໄດ້ວ່າ ເຂົາເຈົ້າໃຊ້ຢາຂ້າແມງໄມ້ແນວໃດ ແລະຄໍາແນະນໍາວິທີໃຊ້
ຢາຂ້າແມງໄມ້ໃຫ້ປອດໄພນັ້ນ ກໍເຊ່ນກັນ.”
ທ່ານ ຄີມ ມາກາຣາດີ ກ່າວວ່າ ອົງການ CEDAC ແລະກຸ່ມຊ່ວຍເຫລືອດ້ານການກະເສດ
ອື່ນໆ ໄດ້ອົບລົມພວກຊາວນາຊາວສວນທັງຫລາຍ ໃຫ້ຮູ້ຈັກວິທີໃຊ້ຢາຂ້າແມງໄມ້ໃຫ້ປອດ
ໄພຂື້ນກວ່າເກົ່າ ແລະມັນກໍໄດ້ຜົນ.
ທ່ານຄີມກ່າວວ່າ ໃນຕອນເລີ່ມຕົ້ນການອົບລົມນັ້ນ 80 ເປີເຊັນຂອງພວກຊາວນາຊາວສວນ ແມ່ນພາກັນໃຊ້ຢາຂ້າແມງໄມ້ຊະນິດທີ່ອັນຕະລາຍທີ່ສຸດ ແຕ່ຫລັງຈາກຈົບການອົບລົມແລ້ວ
ຈໍານວນດັ່ງກ່າວໄດ້ຕົກຮວບລົງ ຊຶ່ງທ່ານຊີ້ແຈງວ່າ:
“ແຕ່ມາບັດນີ້ ຫລັງຈາກການເຝິກອົບລົມແລ້ວ ຈໍານວນພວກກະສິກອນທີ່ໃຊ້ຢາຂ້າ
ແມງໄມ້ ທີ່ເກືອດຫ້າມແລະຈໍາກັດຮັດແຄບ ຫລືຢາຂ້າແມງໄມ້ທີ່ອັນຕະລາຍສູງນັ້ນ
ກໍໄດ້ລົດລົງຢ່າງຫລວງຫລາຍ ຊຶ່ງເວລານີ້ ມີພຽງແຕ່ 10 ສ່ວນຮ້ອຍເທົ່ານັ້ນ.”
ທ່ານຄີມກ່າວວ່າ ບັນຫາຂອງຢາຂ້າແມງໄມ້ນັ້ນ ເຮັດໃຫ້ທ່ານເປັນຫ່ວງຫລາຍ ຈົນວ່າທ່ານ
ຕ້ອງໄດ້ຊື້ໝາກໄມ້ແລະຜັກຕ່າງໆທີ່ປູກໂດຍທໍາມະຊາດເທົ່ານັ້ນ ສໍາລັບຄອບຄົວຂອງທ່ານ ແຕ່ການຈະຊື້ຜັກໝາກໄມ້ທີ່ປູກຕາມທໍາມະຊາດນັ້ນ ກໍບໍ່ແມ່ນທາງເລືອກສໍາລັບຊາວກໍາປູເຈຍ
ສ່ວນຫລາຍ ເນຶ່ອງຈາກວ່າຈໍາພວກຜັກແລະໝາກໄມ້ທີ່ປູກຕາມທໍາມະຊາດໂດຍບໍ່ໃຊ້ຢາຂ້າ
ແມງໄມ້ ຫລືປຸ໋ຍວິທະຍາສາດນັ້ນ ປົກກະຕິແລ້ວ ແມ່ນຈະແພງຫລາຍກວ່າ.
ພວກຄົ້ນຄວ້າຊາວໂຮລລັງກ່າວວ່າ ຖ້າຫາກວ່າລັດຖະບານທໍາການບັງຄັບໃຊ້ກົດໝາຍຫ້າມ
ຢາຂ້າແມງໄມ້ຈໍາພວກທີ່ວ່າອັນຕະລາຍທີ່ສຸດນັ້ນໄດ້ ຈໍານວນພວກຊາວນາຊາວສວນ ທີ່ຖືກ
ພິດຢາຂ້າແມງໄມ້ນັ້ນ ກໍຈະຕໍ່າລົງ.
ທາງຝ່າຍລັດຖະບານກໍາປູເຈຍກ່າວວ່າ ຕົນກໍາລັງຮ່າງກົດໝາຍສະບັບໃໝ່ ທີ່ຈະລົງໂທດຜູ້
ຝ່າຝືນ ນໍາເຂົ້າຢາຂ້າແມງໄມ້ຊະນິດທີ່ຖືກສັ່ງຫ້າມນັ້ນ.
ແຕ່ຢ່າງໃດກໍຕາມ ກໍຍັງບໍ່ມີການກໍານົດເວລາສໍາລັບນໍາເອົາກົດໝາຍກ່ຽວກັບຢາຂ້າແມງໄມ້ ອອກມາໃຊ້ເມື່ອໃດເທື່ອ.