ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກໍາປູເຈຍ ເປີດສະພາ ທ່າມກາງ ການປະທ້ວງ ຈາກຝ່າຍຄ້ານ (ວີດີໂອ)


ກະສັດ ນະໂຣດົມ ສີຫະ​ມຸນີ ພ້ອມ​ກັບ ນາຍົກລັດຖະມົນຕີ ທ່ານຮຸນເຊນ ແລະສ່ວນນຶ່ງ ຂອງບັນດາຜູ້ແທນສະພາ
ກະສັດ ນະໂຣດົມ ສີຫະ​ມຸນີ ພ້ອມ​ກັບ ນາຍົກລັດຖະມົນຕີ ທ່ານຮຸນເຊນ ແລະສ່ວນນຶ່ງ ຂອງບັນດາຜູ້ແທນສະພາ
ວິ​ກິດ​ການ​ເມືອງ​ກໍາປູ​ເຈຍ ​ໄດ້​ຫັນ​ປ່ຽນ​ໃນ​ວັນ​ຈັນ​ມື້​ນີ້ ​ໃນ​ຄະນະ​
ທີ່​ບັນດາ​ຜູ້​ແທນ​ຝ່າຍ​ຄ້ານ ພາກັນປະ​ທ້ວງ​ການ​ເປີດ​ສະພາ​ໃນ
​ວັນ​ຈັນ​ ກ່ຽວ​ກັບ​ການ​ກ່າວຫາ​ສໍ້​ໂກງເລືອກ​ຕັ້ງ.

​ເຈົ້າ​ໂນ​ໂຣດົມ ສີ​ຫາ​ມູນີ ກ່າວ​ວ່າ ກໍາປູ​ເຈຍ “ຕ້ອງ​ຢືນຢູ່​ຮ່ວມ​ກັນ”
ໃນ​ຄໍາຖະ​ແຫລ​ງ​ເປີດ​ພິທີຂອງ​ທ່ານ ຢູ່ຕໍ່ໜ້າບັນດາ​ຜູ້​ແທນ ທີ່​ເຂົ້າ
​ຮ່ວມເຄິ່ງນຶ່ງໃນ​ສະພາ ທີ່​ມີ​ຜູ້​ແທນ 68 ທ່ານ ​ຈາກ​ພັກປະຊາຊົນ
ກໍາປູ​ເຈຍ ຂອງ​ນາຍົກລັດຖະມົນຕີ ທ່ານ Hun Sen.

ຜູ້​ນໍາ​ຝ່າ​ຍຄ້ານກູ້​ຊາດ​ກໍາປູ​ເຈຍ ​ໄດ້ໄຊ​ຊະນະ 55 ບ່ອນ​ນັ່ງ​ເລືອກ​
ຕັ້ງ​ສະພາ ​ໃນ​ວັນ​ທີ່ 28 ​ກໍລະ​ກົດ ​ແຕ່​ກ່າວ​ວ່າ ​ໄດ້​ປະຕິ​ເສດ​ໄຊຊະ
ນະ​ ເນຶ່ອງຈາກ​ມີ​ການ​ແຜ່​ຂະຫຍາຍຄວບ​ຄຸມ​ການ​ລົງ​ຄະ​ແນນ​ສຽງ.

ການປະທ້ວງຕ້ານຜົນເລືອກຕັ້ງໄດ້ກາຍມາເປັນຄວາມຮຸນແຮງ
ໃນຕົ້ນເດືອນນີ້ ພວກປະທ້ວງຄົນນຶ່ງໄດ້ຖືກຂ້າຕາຍເວລາປະທະ
ກັນກັບກໍາລັງຮັກສາຄວາມປອດໄພ.

ທ່ານ Hun Sen ​ແລະ​ຜູ້ນໍາ​ຝ່າຍ​ຄ້ານ ທ່ານ Sam Rainsy ​ໄດ້​ສົນທະນາ​ກັນ​ອາທິດ​ແລ້ວ​ນີ້ ​ໃນ​ຄວາມ​ພະຍາຍາມ​ສີ້​ນສຸດ​ວິ​ກິດ​ການ ​ແຕ່ວ່າ ​ນາຍົກລັດ ຖະມົນຕີ ​ໄດ້​ປະຕິ​ເສດ ຄໍາ​ຮຽກຮ້ອງ​ຂອງ​ທ່ານ Rainsy ເພື່ອ​ພິສູດ​ການ​ເລືອກ​ຕັ້ງ​ຈາກ​ຄະນະ​ກໍາມະການ​ເອກ​ກະລາດ.


Cambodia
please wait
Embed

No media source currently available

0:00 0:01:05 0:00
XS
SM
MD
LG