ພັກຝ່າຍຄ້ານທີ່ສໍາຄັນ ຂອງກໍາປູເຈຍ ໄດ້ປະຕິເສດບໍ່ຍອມຮັບ
ເອົາຜົນການເລືອກຕັ້ງສະພາແຫ່ງຊາດແລະຮຽກຮ້ອງໃຫ້ມີການ
ສືບສວນ ກ່ຽວກັບການກ່າວຫາທີ່ວ່າ ມີການສໍ້ໂກງຄະແນນສຽງ
ຢ່າງແຜ່ກວ້າງ ຢູ່ໃນການເລືອກຕັ້ງ.
ພັກປະຊາຊົນກໍາປູເຈຍຫຼື CPP ຂອງນາຍົກລັດຖະມົນຕີ Hun
Sen ໄດ້ອ້າງເອົາໄຊຊະນະ ຢ່າງຫວຸດຫວິດ ໃນການປ່ອນບັດ
ເມື່ອວັນອາທິດແລ້ວນີ້ ໂດຍຍອມຮັບວ່າ ເປັນການໄດ້ຮັບຄະ
ແນນສຽງທີ່ອ່ອນແອຫຼືໜ້ອຍທີ່ສຸດນັບຕັ້ງແຕ່ຕົນໄດ້ມີບົດບາດ
ຄອບງໍາການເມືອງຂອງກໍາປູເຈຍມາເກືອບສາມທົດສະວັດແລ້ວ
ນັ້ນ.
ບໍ່ດົນ ຫລັງຈາກໜ່ວຍປ່ອນບັດໄດ້ປິດລົງ ພັກ CPP ກ່າວວ່າ ຕົນໄດ້ຊະນະ 68 ບ່ອນນັ່ງ ຂອງຈໍານວນບ່ອນນັ່ງທັງໝົດ 123 ບ່ອນຢູ່ໃນສະພາແຫ່ງຊາດ ຊຶ່ງເປັນການຫລຸດລົງຢ່າງຫລວງຫລາຍຈາກ 90 ບ່ອນນັ່ງ ທີ່ຕົນໄດ້ຮັບມາແຕ່ກ່ອນ.
ພັກຝ່າຍຄ້ານທີ່ສໍາຄັນ ຄືພັກກູ້ຊາດກໍາປູເຈຍຫລື CNRP ໄດ້ຊະນະ 55 ບ່ອນນັ່ງທີ່ຍັງເຫຼືອ ຊຶ່ງເພີ້ມຂຶ້ນເກືອບສອງເທົ່າ ຂອງຈໍານວນ 29 ບ່ອນນັ່ງ ທີ່ພັກດັ່ງ ກ່າວເຄີຍຄວບຄຸມ ຢູ່ໃນສະພາ ຊຸດທີ່ກໍາລັງຈະພົ້ນອໍານາດໄປ.
ພັກປະຊາຊົນກຳປູເຈຍ ປະກົດວ່າອ້າງອິງການປະກາດກ່ຽວກັບການໄດ້ຮັບໄຊຊະນະ
ຂອງຕົນ ໃສ່ຜົນການນັບຄະແນນສຽງເປັນບາງສ່ວນ ທີ່ນຳອອກເຜີຍແຜ່ໂດຍຄະນະກໍາ
ມະການເລືອກຕັ້ງແຫ່ງຊາດ ຊຶ່ງບໍ່ຄາດວ່າຈະເປີດເຜີຍຜົນການນັບຄະແນນສຽງຂັ້ນສຸດທ້າຍໃຫ້ຮູ້ ໃນອີກຫຼາຍໆອາທິດຂ້າງໜ້າ.
ຜູ້ນໍາພັກ CNRP ທ່ານ Sam Rainsy ໄດ້ກ່າວຕໍ່ບັນດານັກຂ່າວ ໃນວັນຈັນວານນີ້ວ່າ ພັກ CNRP ຈະບໍ່ຮັບເອົາຜົນການປ່ອນບັດເລືອກຕັ້ງ ເພາະທ່ານເຫັນວ່າ ມີການສໍ້ໂກງຄະແນນຢ່າງແຜ່ກວ້າງ.
ທ່ານເວົ້າວ່າ “ພວກເຮົາຮຽກຮ້ອງໃຫ້ ອົງການຈັດຕັ້ງທ້ອງຖິ່ນ ແລະນາໆຊາດ ຈົ່ງສົ່ງພວກນັກຊ່ຽວຊານມາດຽວນີ້ ເພື່ອປະກອບເປັນພາກສ່ວນຢູ່ໃນຄະນະກໍາມະການຮ່ວມ ເພື່ອສືບສວນເບິ່ງການເຮັດຜິດລະບຽບທັງໝົດ ແລະເພື່ອຊັ່ງຊາ ຕີລາຄາເບິ່ງວ່າມີຜົນກະທົບແນວໃດຕໍ່ຜົນການເລືອກຕັ້ງ.”
ໂຄສົກລັດຖະບານກໍາປູເຈຍ ທ່ານ Phay Siphan ກ່າວຕໍ່ວີໂອເອວ່າ ການປະກາດຂອງພັກຝ່າຍຄ້ານ ແມ່ນເປັນນິໄສໃນການປະພຶດເວລາມີການເລືອກຕັ້ງຊຶ່ງທ່ານກ່າວວ່າ “ພັກຝ່າຍຄ້ານເຄີຍໃຊ້ການກະທຳດັ່ງກ່າວມາແລ້ວ ຫລັງຈາກການເລືອກຕັ້ງທຸກໆຄັ້ງ.”