ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນຳຝ່າຍຄ້ານກຳປູເຈຍ ໂຈມຕີ ລັດຖະບານ ທີ່ແຊກແຊງ ສານນາໆຊາດ


ທ່ານແຊມ ຣັງສີ ຜູ້ນຳຝີ່າຍຄ້ານກຳປູເຈຍ (23 ມີນາ 2012)
ທ່ານແຊມ ຣັງສີ ຜູ້ນຳຝີ່າຍຄ້ານກຳປູເຈຍ (23 ມີນາ 2012)

ຜູ້ນຳ​ພັກ​ຝ່າຍ​ຄ້ານ​ຂອງ​ກຳປູ​ເຈຍທີ່​ລີ້​ໄພ​ຢູ່ໃນຕ່າງປະ​ເທດ ​ໄດ້​ຕຳ​ໜິຕິຕຽນ​ລັດຖະບານ​ກຳປູ​
ເຈຍໂດຍ​ກ່າວ​ຫາ​ວ່າ ລັດຖະບານ​ໄດ້ແຊກ​ແຊງ​ຢ່າງ​ເປີດແປນ​ເຂົ້າ​ໃນ​ການ​ດຳ​ເນີນຄວາມ​ພະ
ຍາຍາມ ​ເພື່ອ​ຟ້ອງ​ຮ້ອງ​ດຳ​ເນີນ​ຄະດີ​ການ​ກໍ່​ອາ​ຊະ​ຍາ​ກຳ​ຂອງ​ພວກຂະ​ເໝນ​ແດງ.

ທ່ານ​ແຊມຣັງສີກ່າວ​ຕໍ່​ວີ​ໂອ​ເອ​ພະ​ແນ​ກພາສາ​ຂະແມໃນ​ວັນ​ພະຫັດ​ວານ​ນີ້ວ່າ ​ເຈົ້າໜ້າ​ທີ່ຂອງ
ລັດຖະບານ ​ນາຍົກລັດຖະມົນຕີຮຸນ​ເຊ​ນ ມີ​ຄວາມ​ຢ້ານ​ກົວ​ວ່າ ​ຈະ​ມີການ​ສືບສວນ​ຢ່າງຈິງ​ຈັງ
ກ່ຽວ​ກັບ​ເລື່ອງ​ນີ້.

ທ່ານ Laurent Kasper-Ansermet ຜູ້​ພິພາກສາ​ສານ​ດຳ​ເນີນ​ຄະດີ​ພວກ​ຂະເໝນ​ແດງ​ໄດ້
ລາ​ອອກເພື່ອ​ເປັນ​ການ​ປະ​ທ້ວງ​ໃນຕົ້ນອາທິດ​ນີ້ ​ໂດຍ​ອ້າງ​ວ່າ​ ໄດ້​ມີການ​ທ້າ​ທາຍ​ຊໍ້າ​ແລ້ວ​ຊໍ້າ​
ອີກ​ຕໍ່​ອຳນາດ​ຂອງ​ທ່ານໂດຍ​ຄູ່​ຕຳ​ແໜ່​ງຝ່າຍ​ກຳປູ​ເຈຍຢູ່​ໃນ​ສານ​ດັ່ງກ່າວ. ຜູ້​ທີ່​ຮັບ​ຕຳ​ແໜ່​ງນີ້
ກ່ອນ​ທ່ານ Kasper-Ansermet ຄື​ຜູ້​ພິພາກ​ສາ​ຊາວ​ສວິສທ່ານ Siegfried Blunt ກໍ​ໄດ້
ລາ​ອອກ​ຈາກ​ໜ້າ​ທີ່​ ໃນຕົ້ນປີນີ້ ຫຼັງຈາກ​ໄດ້​ມີ​ການ​ຈົ່ມ​ທຸກ​ກ່ຽວ​ກັບ​ການ​ແຊກ​ແຊງ​ໃນ​ທຳ​ນອງ​
ດຽວ​ກັນ​ຈາກ​ຜູ້ພິພາກ​ສາ Yun Bunleng.

ທ່ານ​ແຊມຣັງສີ​ກ່າວ​ວ່າ ນອກຈາກ​ການ​ແຊກ​ແຊງ​ໃນ​ທຳ​ນອງ​ນີ້ຈະ​ຍຸຕິ​ລົງ​ແລ້ວມູນ​ເຊື້ອຂອງ
ສານ​ອາຍາ​ນາໆ​ຊາດ​ກໍ​ຈະເປັນ​ການ​ສືບ​ຕໍ່​ໃນ​ການ​ກໍ່​ຄວາມ​ຮຸນ​ແຮງຊຶ່ງ​ທ່ານ​ເວົ້າວ່າ ຖ້​າຫາກ​
ທຸກໆ​ຄົນ​ທີ່​ຮັບຜິດຊອບ​ ກ່ຽວ​ກັບ​ການລົ້ມຕາຍ​ຂອງ​ປະຊາ​ຊົນ​ຫຼາຍລ້ານ​ຄົນ ​ຫາກ​ບໍ່​ຖືກ​ດຳ
ເນີນ​ຄະດີ​ຢ່າງ​ເໝາະ​ສົມ​ແລ້ວພວກ​ຜູ້ນຳ​ໃນ​ຂັ້ນຕໍ່ໄປ​ກໍມີ​ສິດທີ່ຈະ​ສັງຫານ​ປະຊາຊົນ​ຄົນ​ອື່ນໆ
ໄດ້​ຕາມ​ໃຈ​ດັ່ງ​ທີ່ລັດຖະບານໃນ​ປັດຈຸ​ບັນ​ກຳລັງ​ດຳ​ເນີນ​ການ​ຢູ່.

XS
SM
MD
LG