ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພັກຝ່າຍຄ້ານ ເວົ້າວ່າ ປະຊາທິປະໄຕ ໃນກໍາປູເຈຍ ຖືກປ່ຽນແທນ ໂດຍ "ການຜະເດັດການ ຢ່າງສົມບູນແບບ"


ທ່ານນາງ ມູ ໂຊຈົວ, ຮອງປະທານພັກກູ້ຊາດກໍາປູເຈຍ (ຊ້າຍ) ແລະ ທ່ານນາງ ໂມໂນວີທະຍາ ເຄມ ຮອງຫົວໜ້າຝ່າຍການ
ຕ່າງປະເທດ ຂອງພັກກູ້ຊາດກໍາປູເຈຍ (ຂວາ) ພາກັນຈັດກອງ
ປະຊຸມຖະແຫລງຂ່າວ ຢູ່ນະຄອນຈາກາຕາ ຂອງອິນໂດເນເຊຍ ໃນວັນທີ 30 ກໍລະກົດ, 2018.
ທ່ານນາງ ມູ ໂຊຈົວ, ຮອງປະທານພັກກູ້ຊາດກໍາປູເຈຍ (ຊ້າຍ) ແລະ ທ່ານນາງ ໂມໂນວີທະຍາ ເຄມ ຮອງຫົວໜ້າຝ່າຍການ ຕ່າງປະເທດ ຂອງພັກກູ້ຊາດກໍາປູເຈຍ (ຂວາ) ພາກັນຈັດກອງ ປະຊຸມຖະແຫລງຂ່າວ ຢູ່ນະຄອນຈາກາຕາ ຂອງອິນໂດເນເຊຍ ໃນວັນທີ 30 ກໍລະກົດ, 2018.

ໃນວັນຈັນມື້ນີ້ ພັກຝ່າຍຄ້ານຂອງກໍາປູເຈຍ ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນປະຕິ
ເສດ ຜົນຂອງການເລືອກຕັ້ງ ທີ່ມີຂຶ້ນໃນວັນອາທິດວານນີ້ ທີ່ສິ້ນສຸດລົງດ້ວຍການ ໄດ້ຮັບໄຊຊະນະຂອງພັກທີ່ປົກຄອງປະເທດຢູ່ ແລະເປັນພັກຂອງທ່ານນາຍົກລັດ
ຖະມົນຕີຮຸນເຊນ ທີ່ດໍາລົງແໜ່ງມາເປັນເວລາດົນນານແລ້ວນັ້ນ.

ທ່ານນາງ ມູ ໂຊຈົວ, ຜູ້ນໍາພັກຝ່າຍຄ້ານຊຶ່ງເປັນຮອງປະທານພັກກູ້ຊາດກໍາປູເຈຍ
ຫລື CNRP ກ່າວວ່າ "ວັນທີ 29 ກໍລະກົດ 2018 ແມ່ນເປັນຂີດໝາຍແຫ່ງການ
ຕາຍໄປຂອງປະຊາທິປະໄຕ ໃນກໍາປູເຈຍ ຊຶ່ງເປັນວັນແຫ່ງຄວາມມືດມົນ ອັນໃໝ່
ຢູ່ໃນປະຫວັດສາດອັນໝໍ່ໆມານີ້." ທ່ານນາງກ່າວອີກວ່າ ປະຊາທິປະໄຕ ໄດ້ຖືກ
ປ່ຽນແທນໂດຍ "ການຜະເດັດການ ຢ່າງສົມບູນແບບ."

ຊາວກໍາປູເຈຍ ໄດ້ພາກັນໄປປ່ອນບັດໃນວັນອາທິດວານນີ້ ຢູ່ໃນການເລືອກຕັ້ງ ທີ່ມີ
ພັກທີ່ເກັ່ງເຫລືອພຽງແຕ່ພັກດຽວເທົ່ານັ້ນທີ່ເປັນທາງເລືອກ ໄດ້ຖືກຫ້າມບໍ່ໃຫ້ເຂົ້າຮ່ວມ
ຊຶ່ງໄດ້ຊ່ວຍໃຫ້ນາຍົກລັດຖະມົນຕີ ທີ່ປົກຄອງປະເທດມານານກວ່າ 3 ທົດສະວັດນັ້ນ
ຍິ່ງໄດ້ຕໍ່ເວລາການປົກຄອງຂອງທ່ານອອກໄປ ໄດ້ດົນກວ່າເກົ່າອີກ.

ມັນເປັນທີ່ແນ່ນອນຢູ່ແລ້ວວ່າ ພັກປະຊາຊົນກໍາປູເຈຍ ຫລື CPP ຊຶ່ງເປັນພັກກໍາລັງປົກ
ຄອງປະເທດຢູ່ນັ້ນ ຈະຊະນະແບບໄດ້ຮັບຄະແນນສຽງອັນຖ້ວມລົ້ນ ພາຍຫລັງທີ່ມີການ
ຍຸບພັກກູ້ຊາດກໍາປູເຈຍທີ່ເປັນຝ່າຍຄ້ານພັກດຽວເທົ່ານັ້ນທີ່ເກັ່ງ ໃນປີກາຍນີ້.

ແຕ່ວ່າເງົາມືດຂອງການຍຸບພັກ CNRP ທີ່ເຮັດໃຫ້ຄວາມໜ້າເຊື່ອຖືຂອງການເລືອກຕັ້ງ
ໝົດໄປນັ້ນ ຍິ່ງເພີ້ມຄວາມຮ້າຍແຮງຂຶ້ນ ໃນວັນທ້າຍອາທິດຜ່ານມາ ເມື່ອລັດຖະບານໄດ້
ປິດເວັບໄຊຂອງສໍານັກຂ່າວສານ ທີ່ຕໍາໜິການເລືອກຕັ້ງຄັ້ງນີ້ຫລາຍກວ່າ 10 ບ່ອນລົງ.

ໃນເວລາບໍ່ດົນ ພາຍຫລັງທີ່ບ່ອນປ່ອນບັດໄດ້ເປີດຂຶ້ນ ໃນວັນອາທິດວານນີ້ ນາຍົກລັດ
ຖະມົນຕີ ຮຸນ ເຊນ ທີ່ໄດ້ບໍລິຫານປະເທດມາໄດ້ 33 ປີແລ້ວນັ້ນ ກໍໄປເຖິງສະຖານທີ່ປ່ອນ
ບັດໃນທ້ອງຖິ່ນຂອງທ່ານ ຢູ່ຊານເມືອງຂອງນະຄອນ ຫລວງພະນົມເປັນ ພ້ອມກັບທ່ານ
ນາງ ບຸນ ຣານີ ພັນລະຍາຂອງທ່ານ ເພື່ອລົງຄະແນນສຽງ ທີ່ກຸ່ມສິດທິມະນຸດຫລາຍກຸ່ມ
ແລະພວກນັກສັງເກດການເວົ້າວ່າ ເປັນສັນຍານເຕືອນບອກໃຫ້ຮູ້ວ່າ ເປັນລາງຮ້າຍຂອງ
ການດັບສູນປະຊາທິປະໄຕຢູ່ໃນກໍາປູເຈຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG