ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ກຳປູ​ເຈຍ​ ຍັງບໍ່ໃຫ້ຄວາມເຫັນໃດໆ ​ຕໍ່ການ​ຈຳກັດ ການ​ເດີນທາງ ຂອງ​ ສະຫະລັດ​


ລັດຖະມົນຕີກະຊວງພາຍໃນກຳປູເຈຍ ທ່ານຊາຣ ເຄັງ.
ລັດຖະມົນຕີກະຊວງພາຍໃນກຳປູເຈຍ ທ່ານຊາຣ ເຄັງ.

ລັດ​ຖະບານ​ກຳປູ​ເຈຍ​ ມາເຖິງປັດຈຸບັນນີ້ຍັງບໍ່ໃຫ້ຄວາມເຫັນໃດໆ ເພື່ອເປັນການ​ຕອບ
​ໂຕ້ ​ຕໍ່ການ​ຈຳກັດໃນການ​ເດີນທາງທີ່​ສະຫະລັດ​ໄດ້​ກ່າວ​ວ່າ ຈະຫ້າມບັນດາ​ເຈົ້າ​ໜ້າ​ທີ່​
ຂັ້ນ​ສູງ ​ໃນ​ການ​ຕອບ​ໂຕ້​ໂດຍ​ກົງຕໍ່​ອັນ​ທີ່​ສະຫະລັດ​ກ່າວ​ວ່າ ເປັນການ ຕໍ່ຕ້ານ​ປະ​ຊາ​ທິ
ປະ​ໄຕ ​ໂດຍ​ລັດຖະບານ​ພະນົມ​ເປັນ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ລັດຖະບານ​ກຳປູ​ເຈຍ​ຈຳນວນນຶ່ງ ​ແລະໃນບາງ​ກໍລະນີ​ອາດຈະຮວມ
ທັງສະມາຊິກ ໃນຄອບຄົວ​ເຂົາ​ເຈົ້າ ຈະ​ຖືກຫ້າມ ບໍ່ໃຫ້​ເດີນທາງເຂົ້າ​ມາໃນສະ​ຫະລັດ ​
ໃນ​ການ​ສະແດງປະຕິກິລິຍາທີ່ແຮງທີ່ສຸດໃນ​ອັນ​ທີ່ພວກຕ້ອງຕິຕຽນ​ກ່າວ​ວ່າ ເປັນການ
ເຄື່ອນໄຫວໄປ​ສູ່​ລະບອບຜະ​ເດັດ​ການ ​ຈາກ​ປະ​ເທດ​ທີ່ເປັນປະຊາທິປະ​ໄຕ.

ຢູ່​ນອກ​ສະພາ​ແຫ່ງ​ຊາດ ລັດຖະມົນຕີ​ກະຊວງພາຍ​ໃນ​ກຳປູ​ເຈຍ ທ່ານຊາຣ ເຄັງ ກ່າວ​
ໃນວັນ​ພະຫັດ​ວານ​ນີ້​ວ່າ ລັດຖະບານ​ສະຫະລັດມີ​ສິດທິ​ທີ່​ຈະ​ປະຕິບັດ​ຕາມໃນສິ່ງທີ່ຕົນ
ເຫັນວ່າຖືກຕ້ອງ.

ທ່ານ​ກ່າວ​ວ່າ “ນັ້ນ​ແມ່ນ​ສິດທິ​ຂອງ​ສະຫະລັດ ພວ​ກເຮົາບໍ່​ຮູ້​ຈະ​ເວົ້າຢ່າ​ງໃດ.”

ລັດຖະມົນຕີຕ່າງປະເທດສະລັດ ທ່ານເຣັກສ໌ ທິລເລີສັນ
ລັດຖະມົນຕີຕ່າງປະເທດສະລັດ ທ່ານເຣັກສ໌ ທິລເລີສັນ

ກະຊວງ​ຕ່າງປະ​ເທດ​ສະຫະລັດ​ກ່າວ​ວ່າ ການ​ຈຳກັດການ​ເດີນທາງ​ ແມ່ນເປັນ “ການ
ຕອບ​ໂຕ້​ໂດຍ​ກົງ” ຕໍ່ລັດຖະບານ​ກຳປູ​ເຈຍ “ໃນການເອົາມາດຕະການຕໍ່​ຕ້ານ​ປະຊາທິ
ປະ​ໄຕ” ຊຶ່ງ​ຮວມທັງ ​ຈຳຄຸກ​ຜູ້ນຳຝ່າຍ​ຄ້ານ ທ່ານ​ເຄັມ ​ສຸກ​ຂາຍຸບ​ພັກ​ຂອງ​ທ່ານ ​ແລ​ະ
ຫ້າມບໍ່ໃຫ້ສະມາຊິກ​ຫລາຍ​ກວ່າ 100 ຄົນ​ ​ຫລິ້ນ​ການ​ເມືອງ​ເປັນ​ເວລາ​ຫ້າ​ປີ.

ເອກອັກຄະລັດຖະທູດສະຫະລັດ ປະຈຳກຳປູເຈຍ ທ່ານວິນລຽມ ໄຮດຕ໌.
ເອກອັກຄະລັດຖະທູດສະຫະລັດ ປະຈຳກຳປູເຈຍ ທ່ານວິນລຽມ ໄຮດຕ໌.

ພວກນັກສັງເກດການເວົ້າວ່າ ການຈຳກັດໃໝ່ດັ່ງກ່າວຂອງສະຫະລັດ ແມ່ນເປັນການ
ປະຕິບັດຕາມຄຳໝັ້ນສັນຍາຂອງທຳນຽບຂາວ ທີ່ໄດ້ໃຫ້ໄວ້ ທີ່ຈະເອົາບາດກ້າວອັນໜັກ
ແໜ້ນຈຳນວນນຶ່ງ ຕໍ່ລັດຖະບານ ນາຍົກລັດຖະມົນຕີຮຸນເຊນ ຫລັງຈາກສານສູງສຸດ
ກຳປູເຈຍ ຍຸບພັກກູ້ຊາດກຳປູເຈຍຂອງທ່ານສຸກຂາ ໃນວັນທີ​ 16 ພະຈິກຜ່ານມາ.

ທັນທີຫລັງຈາກມີການຍຸບພັກດັ່ງກ່າວແລ້ວ ສະຫະລັດໄດ້ໂຈະການໃຫ້ເງິນສະໜັບ
ສະໜຸນຄະນະກຳມະການເລືອກຕັ້ງແຫ່ງຊາດຂອງກຳປູເຈຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG