ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮຸນເຊນ ນໍາພາປະຊາຊົນ ໄວ້ອາໄລ ນໍາຜູ້ເສຍຊີວິດ


ພວກພະສົງກໍາລັງທໍາພິທີທາງສາສະໜາໄວ້ອາໄລນໍາພວກເຄາະຮ້າຍ
ທີ່ກຸງພະນົມເປັນ.
ພວກພະສົງກໍາລັງທໍາພິທີທາງສາສະໜາໄວ້ອາໄລນໍາພວກເຄາະຮ້າຍ ທີ່ກຸງພະນົມເປັນ.

ທີ່​ກໍາປູ​ເຈຍ ໃນວັນພະຫັດມື້ນີ້ ນາຍົກລັດຖະມົນຕີ ຮຸນເຊນ
ທີ່​ມີນໍາຕານອງໜ້າ ໄດ້ນໍາພາປະຊາຊົນກໍາປູເຈຍໄວ້ອາໄລ
ແກ່ຜູ້ໄດ້ຮັບເຄາະຮ້າຍຈາກ ​ເຫດການແຫຍ້ກັນ ທີ່ເຮັດໃຫ້ ຫລາຍໆຮ້ອຍຄົນເສຍຊີວິດໃນຕົ້ນອາທິດນີ້.

ຂະນະທີ່ເອົາມືເຊັດນ້ຳຕານັ້ນ ທ່ານຮຸນເຊນໄດ້ຈຸດທຽນ
ແລະທູບຢູ່ສົ້ນຂົວອູ່ທີ່ແຄບໆ ບ່ອນທີ່ຜູ້ໄດ້ຮັບເຄາະຮ້າຍ
ຈາກການແຫຍ້ກັນຖືກຢຽບຈົນຕາຍໃນບຸນຊ່ວງເຮືອຢູ່
ແຄມນ້ຳໃນວັນຈັນທີ່ຜ່ານມານີ້. ຮ່ວ​ມກັບ​ທ່ານ​ຮຸນ​ເຊ​ນ
ຢູ່​ທີ່​ນັ້ນ ​ມີພັນລະຍາຂອງທ່ານ ແລະບັນດາລັດຖະມົນຕີ​ ໃນ​ຄະນະ​ລັດຖະບານ.

ໃນແຫ່ງອື່ນໆ ໃນນະຄອນຫລວງພະນົມເປັນ ທຸງໄດ້ປີວ
ສະບັດຢູ່ເຄິ່ງ​ເສົາ ແລະໂຮງຮຽນສ່ວນໃຫຍ່ແມ່ນປິດ ເພື່ອ
ອະນຸຍາດໃຫ້ນັກຮຽນທີ່ຢູ່ໃນເຄື່ອງແບບ ໄປຮ່ວມພິທີໄວ້ ອາໄລ​ໄດ້.

ພວກນັກສືບສວນເວົ້າວ່າ ການແຕກຕື່ນໄດ້​ເກີດຂຶ້ນ ເມື່ອຂົວທີ່ມີຄົນແໜ້ນເຕັມຢູ່ນັ້ນ ເລີ້ມ
ແກວ່ງກວາຍ ຊຶ່ງພາເຮັດໃຫ້ພວກໄປບຸນເຊື່ອກັນວ່າ ມັນກຳລັງຊິຫັກລົງ.

ໃນວັນພະຫັດມື້ນີ້ ພວກເຈົ້າໜ້າທີ່ ລາຍງານວ່າ ມີ 347 ຄົນຕາຍ ແລະ 395 ຄົນໄດ້ຮັບ
ບາດເຈັບ. ພວກເຂົາເຈົ້າເວົ້າວ່າ ການຄາດຄະເນໃນເມື່ອກ່ອນນັ້ນ ແມ່ນຫລາຍໂພດ
ເພາະວ່າມີຫລາຍອົງການ ນັບກວມກັນ.

XS
SM
MD
LG