ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນ ກໍາປູເຈຍ ພາກັນໄວ້ທຸກ ໃຫ້ມື້ລາງ ກະສັດ ສີຫະນຸ (ວີດີໂອ)


ຜູ້ຍິງຊາວກໍາປູເຈຍຄົນນຶ່ງ ກໍາລັງໂສກເສົ້າຮ້ອງໃຫ້ ຍ້ອນການສີ້ນພະຊົນ ຂອງສະເດັດເຈົ້າ ນະໂຣດົມ ສີຫະນຸ
ຜູ້ຍິງຊາວກໍາປູເຈຍຄົນນຶ່ງ ກໍາລັງໂສກເສົ້າຮ້ອງໃຫ້ ຍ້ອນການສີ້ນພະຊົນ ຂອງສະເດັດເຈົ້າ ນະໂຣດົມ ສີຫະນຸ
ຊາວ​ກໍາປູ​ເຈຍ ພາກັນ​ໄວ້ອາ​ໄລເປັນ​ມື້​ທີ່​ສອງໃນ​ວັນ​ອັງຄານ ​
ໃຫ້ແກ່ມື້ ລາງກະສັດ ຊຶ່ງ​ເປັນ​ທີ່​ຮັກ​ແລະ​ຫວງ​ແຫນ​ຂອງ​ປະ
ຊາຊົນ​ ສະ​ເດັດ​ເຈົ້າ​ ​ນະໂຣດົມ ສີຫະນຸໃນ​ຂະນະ​ທີ່​ພວມ​ມີ​
ການ​ກະກຽມ​ເພື່ອ​ນໍາ​ເອົາສົບ​ຂອງ ພະ​ອົງ ມາ​ຈາກປະ​ເທດ​ຈີນ.

​ພວກໄວ້​ທຸກທີ່​ພາກັນຮ້ອງໄຫ້ ​ໄດ້ນໍາ​ເອົາ​ດອ​ກ​ໄມ້ທູບ​ທຽນ​ໄປປະ​ໄວ້ຢູ່​ນອກ​ພະລາດ​ຊະ​ວັງ ​ໃນ​ນະຄອນຫລວງ​ຂອງ​ກໍາປູ​ເຈຍ ​ແລ້ວຫຼັງຈາກ ນັ້ນກໍ​ພາກັນສວດ​ມົນ​ໃຫ້​ແກ່​ບຸກຄົນ ທີ່​ເຂົາ​ເຈົ້າ​ຮ້ອງ​ວ່າ “​ເປັນພະລາດ ຊະ​ບິດາຂອງກະສັດ” ທີ່​ໄດ້​ສິ້​ນພະ​ຊົນ​ດ້ວຍ​ຫົວໃຈ​ວາຍ ທີ່​ກຸງ​ປັກ​ກິ່ງ ​ໃນ​ວັນ​ຈັນ​ວານ​ນີ້.

ພະ​ໂອ​ຣົດຂອງ​ພະ​ອົງ ​ເຈົ້ານະ​ໂຣດົມ ສີ​ຫະ​ມຸນີ ​ແລະ​ນາຍົກລັດຖະມົນ ຕີກຳປູ​ເຈຍ ທ່ານ Hun Sen ​ໄດ້​ເດີນທາງ​ໄປ​ຍັງກຸງ​ປັກກິ່ງ ​ເພື່ອ​ອັນ ​ເຊີນເອົາ​ສົບຂອງ​ພະ​ອົງ​ບັນຈຸ​ໃສ່​ໂລງ
ຄຳ​. ສົບຂອງ​ເຈົ້າສີຫະ​ນຸ ​ຈະ​ຖືກ​ນຳໄປດ​ອຍ​ໄວ້​ທີ່ພະລາດ​ຊະ​ວັງເປັນ​ເວລາ​ສາມ​ເດືອນ​ກ່ອນ​ທີ່​ຈະ​ຖວາຍ​ ພະເພີງ ຕາມພິທີ​ທາ​ງພຸດທະສາສະໜາ​.

ນາ​ຍົກ​ລັດຖະມົນຕີຈີນ ທ່ານ Wen Joabao ແມ່ນ​ຜູ້​ນຶ່ງ​ຢູ່​ໃນ​ບັນດາ​ ​ແຂກ​ທີ່​ໄປ​ໄວ້ອາ​ໄລໃຫ້ແກ່​ເຈົ້າສີ​ຫະ​ນຸ ​ໃນ​ວັນ​ອັງຄານມື້ນີ້ ​ໂດຍ​ຮ້ອງ ​ພະ​ອົງວ່າ “​ເປັນ​ເພື່ອນ​ເກົ່າ​ແກ່ຂອງ​ປະຊາ​ຊົນຈີນ.”

ນອກຈາກ​ນັ້ນ​ແລ້ວ​ ສານສະ​ແດງ​ຄວາມເສົ້າ​ສະຫລົດ​ໃຈພວມ​ລັ່ງ​ໄຫຼ ຈາກທົ່ວ​ໂລກ​ໄປ​ຍັງ​ກຳປູເຈຍ. ສະຫະລັດທີ່​ມີ​ສ່ວນ​ຊ່ວຍ​ໃນ​ການໂຄ່ນ​ລົ້ມ​ເຈົ້າສີຫະ​ນຸ ​ດ້ວຍ​ການ​ກໍ່​ລັດຖະປະ
ຫານທີ່​ໄດ້​ຮັບ​ການ​ໜຸງຫຼັງຈາກວໍ​ຊິງ​ຕັນ​ໃນ​ຊຸມ​ປີ 1970 ​ນັ້ນ ​ໄດ້​ສະ​ແດງ​ຄວາມ​ເສົ້າ​ສະ
ຫລົດ​ໃຈມີເນື້ອ ​ໄນສັ້ນ​ໆ ຢູ່​ໃນບັນທຶກຂອງກະ​ຊວງ​ການ​ຕ່າງປະ​ເທດສະຫະລັດ.

​ເກົາຫລີ​ເໜືອ ຊຶ່ງຜູ້​ກໍ່ຕັ້ງຂອງ​ປະ​ເທດ​ ທ່ານ Kim II Sung ໄດ້​ມີ ຄວາມ​ສຳພັນ​ຢ່າງໃກ້​ສິດກັບ​ເຈົ້າ​ສີ​ຫະນຸນັ້ນ ​ໃນ​ວັນ​ອັງຄານມື້ນີ້ ໄດ້ຍົກ​ຍ້ອງມື້ລາງ​ກະສັດ​ຂອງ​ກຳປູ​ເຈຍວ່າ ມີ​ມິດຕະພາບ​ແບບ​ທີ່ “ບໍ່​ເຄີຍ​ມີ​ມາ​ກ່ອນ” ກັບພຽງຢາງ.
​ເຈົ້າ​ສີ​ຫະ​ນຸ ​ໄດ້​ສະ​ເດັດ​ສະຫວັນ​ນະ​ຄົດ ​ໃນ​ຕອນ​ເຊົ້າ​ວັນ​ຈັນວານ​ນີ້ ທີ່​ກຸງ​ປັກ​ກິ່ງ ຫລັງ​ຈາກຊົງໄດ້​ຕໍ່ສູ້​ ກັບ​ໂລກ​ມະ​ເຮັງ​ມາ​ເປັນ​ເວລາ​ດົນນານ ຮວມພະ​ຊົນມາຍຸ​ໄດ້ 89 ພັນ​ສາ.

XS
SM
MD
LG