ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ກໍາປູເຈຍ ເປີດໃຊ້ເຂື່ອນ ທີ່ໄດ້ຮັບທຶນຈາກຈີນ


ກໍາປູເຈຍ ເປີດໃຊ້ເຂື່ອນ ທີ່ໄດ້ຮັບທຶນຈາກຈີນ
ກໍາປູເຈຍ ເປີດໃຊ້ເຂື່ອນ ທີ່ໄດ້ຮັບທຶນຈາກຈີນ

ປະ​ເທດ​ກໍາປູ​ເຈຍ ທີ່​ຂາດ​ເຂີນ​ພ​ະລັງ​ຢ່າງ​ໜັກ​ນັ້ນ ​ໄດ້​ເປີດ​ໃຊ້​ເຂື່ອນ​ໄຟຟ້ານໍ້າຕົກ​ທີ່​ໃຫຍ່​ທີ່​
ສຸດ​ຂອງ​ຕົນເທົ່າ​ເຖິງ​ປັດຈຸບັນ ຊຶ່ງ​ເປັນ​ໂຄງການ​ມູນ​ຄ່າ​ຫລາຍລ້ານ​ໂດ​ລາ​ທີ່​ໄດ້ຮັບເງິນສະ
ໜັບສະໜຸນຈາກຈີນ ທີ່​ໄດ້​ຮັບ​ຄໍາ​ສັນລະ​ເສີນຈາກ​ລັດຖະບານ​ພະນົມ​ເປັນ​ແລະ​ການຕຳໜິ
ຕິຕຽນ​ຈາກ​ກຸ່ມປົກ​ປ້ອງ​ສະພາບແວດ​ລ້ອມ.

ທ່ານ ຮຸນ ​ເຊ​ນ ນາຍົກລັດຖະມົນຕີກໍາປູ​ເຈຍ​ແລະ​ພວກ​ບຸກຄົນ​ສໍາຄັນ​ທີ່ ພາກັນໄປເບິ່ງ
ໄປຊົມການ​ເປີດ​ໃຊ້​ເຂື່ອນໃນວັນ​ພຸດ​ວານ​ນີ້ທີ່​ເຂື່ອນ​ໄຟຟ້ານໍ້າຕົກ​ສາມາດ​ຜະລິດ​ກະ​ແສ
ໄຟຟ້າ​ໄດ້ 194 ​ເມ​ກາ​ວັດຢູ່​ເທິງ​ແມ່​ນໍ້າ Kamchay ​ໃນແຂວງກໍາ​ປົດທາງ​ພາກ​ໃຕ້​ຂອງ
ປະ​ເທດ. ນາຍົກ​ລັດຖະມົນຕີ​ຮຸນເຊ​ນ ​ເອີ້ນ​ພິທີ​ເປີດ​ເຂື່ອນດັ່ງກ່າວ​ນີ້ວ່າ ​ເປັນ​ພິທີ​ຄັ້ງ​ປະ
ວັດ​ສາດຂອງ​ປະ​ເທດ ທີ່ຈະ​ຊ່ວຍ​ປະຢັດ​ຄ່າ​ກະ​ແສ​ໄຟຟ້າ​ໃນ​ປະ​ເທດ​ຂອງ​ທ່ານຊຶ່ງມີ​ຄອບ
ຄົວ​ເຮືອ​ນພຽງ 15% ​ເທົ່າ​ນັ້ນ​ທີ່​ມີ​ໄຟຟ້າ​ໃຊ້​ກັນ.

ໂຄງການຜະລິດ​ກະ​ແສ​ໄຟຟ້າ​ໃນ​ມູນ​ຄ່າ 280 ລ້ານ​ໂດ​ລາ​ດັ່ງກ່າວ​ນີ້ ກໍ່​ໃຫ້​ເກີດ​ມີ​ການ
ຜິດ​ຖຽງ​ກັນລະຫວ່າງ​ພວກ​ປົກ​ປ້ອງ​ສະພາບ​ແວດ​ລ້ອມ​ໃນ​ກໍາປູ​ເຈຍ​ ແລະ​ຕ່າງປະ​ເທດ
ກັບພວກ​ວາງ​ແຜນ​ຂອງ​ລັດຖະບານ. ພວກຝ່າຍຄ້ານ​ກ່າວ​ວ່າພວກ​ຄົນ​ທ້ອງ​ຖິ່ນ​ຖືກ​ປະ
ຕິ​ເສດບໍ່ຍອມຮັບ​ຟັງສຽງຄັດຄ້ານ​ໃນໂຄງການ Kamchay ​ແລະ​ອີກ​ຫຼາຍໆ​ໂຄງການ​
ທີ່ກໍາລັງຢູ່​ພາຍ​ໃຕ້​ການ​ກໍ່ສ້າງນັ້ນ.

ອົງການ​ແມ່​ນໍ້າ​ນໍ້າສາກົນ ທີ່​ມີ​ສໍານັກງານ​ຢູ່​ໃນ​ສະຫະລັດ ຍັງ​ເວົ້າວ່າ ​ເຂື່ອນ​ດັ່ງກ່າວນີ້
ໄດ້ທໍາລາຍ​ພື້ນ​ທີ່​ປູກຝັງ​ແລະ​ປ່າ​ໄມ້​ໄປ​ຫລາຍ​ຮ້ອຍ​ເຮັກ​ຕ້າ​ແລະ​ກ່າວ​ອີກ​ວ່າ ມັນ​ຈະ​ສົ່ງ​
ຜົນ​ກະທົບໃນ​ທາງ​ລົບ​ຕໍ່ການ​ຫາ​ປາ​ໃນ​ກຳປູເຈຍຊຶ່ງເປັນປະ​ເທດ​ທີ່​ຍາກຈົນ​ຢູ່ແລ້ວນັ້ນ.

ພວກ​ສະໜັບສະໜຸນພາກັນ​ໂຕ້​ແຍ້​ງວ່າ ​ກະ​ແສ​ໄຟຟ້າ ທີ່​ບໍ່​ໜ້າ​ໄວ້​ວາງ​ໃຈ ກາງ​ຕໍ່​ບໍ່​ໄດ້
ແລະ​ຄາ​ລາ​ແພງ​ຂຶ້ນນັບ​ມື້​ນັ້ນ ໄດ້​ສ້າງ​ຄວາມ​ເດືອດຮ້ອນຢ່າງ​ໜັກ​ແກ່​ການ​ລົງທຶນ​ຂອງ
ຕ່າງປະ​ເທດ​ໃນ​ກໍາປູ​ເຈຍ ໂດຍ​ບໍ່​ຄໍາ​ນຶງ​ເຖິງ​ຄວາມພະຍາຍາມ​ຂອງ​ລັດຖະບານ​ເພື່ອລົດ
ຜ່ອນ​ຄ່າ​ໃຊ້​ຈ່າຍ​ດ້ານ​ພະລັງງານ​ນັ້ນ​ເລີຍ.

XS
SM
MD
LG