ອາທິດນຶ່ງສອງສາມມື້ ທ່ານ ມໍາ ໂຊນັນໂດ ເຈົ້າຂອງສະຖານີວິທະ
ຍຸ ບີຮາຍ ຈະມາອອກອາກາດໃນເວລານີ້ ເພື່ອຄຸຍກັບບັນດາຜູ້
ໂທເຂົ້າມາ. ແຕ່ບັດນີ້ ສະຖານີວິທະຍຸແຫ່ງນີ້ ບໍ່ມີທ່ານມໍາ ມາດໍາ
ເນີນລາຍການ ແລະຜູ້ຟັງ ກໍບໍ່ໄດ້ຟັງທ່ານອອກອາກາດ ເພາະວ່າ
ທ່ານກໍາລັງນັ່ງຢູ່ໃນຄຸກຢູ່ອີກ ຟາກນຶ່ງຂອງເມືອງ.
ເຟຍຣຸມ ດີເຈ ຜູ້ຈັດລາຍການດົນຕີ ທີ່ຮັບໂທລະສັບຂອງຜູ້ທີ່ໂທ
ເຂົ້າມາ ກ່າວວ່າ ສະຖານີ Beehive ຍັງອອກອາກາດຕໍ່ໄປຢູ່.
ລາວເວົ້າວ່າ :
“ບໍ່ມີຜົນກະທົບກະເທືອນໃດໆຕໍ່ການປະຕິບັດງານຂອງສະຖານີວິທະຍຸ. ມັນເປັນເລຶ່ອງສ່ວນໂຕຂອງທ່ານປະທານ. ບັນດາພະນັກ ງານກໍມາທໍາງານເປັນປົກກະຕິ. ພະນັກງານຫຼາຍຄົນປະຕິບັດໜ້າທີ່ຕາມກົດລະບຽບຂອງສະຖານີ. ພວກເຮົາບໍ່ຢ້ານດອກ.”
ສະຖານີວິທະຍຸ ບີຮາຍ ເປັນນຶ່ງໃນຈໍານວນສື່ຂ່າວອິດສະຫຼະ
ທີ່ມີຢູ່ບໍ່ເທົ່າໃດແຫ່ງໃນກໍາປູເຈຍ ບ່ອນທີ່ຫຼາຍໆສະຖານີຖືກ
ຄວບຄຸມໂດຍພັກການເມືອງຕ່າງໆ. ລາຍການອອກອາກາດ
ຂອງສະຖານີ ບີຮາຍນີ້ ແມ່ນໄດ້ຮັບຄໍາຊົມເຊີຍແລະມີກະແສ
ຕອບຮັບຫຼາຍ ຈາກວົງການນັກເຄື່ອນໄຫວດ້ານສິດທິ ຍ້ອນ
ການລາຍງານຂ່າວສະໜັບສະໜຸນບັນຫາຕ່າງໆ ທີ່ສະຖານີ
ແຫ່ງອື່ນໆບໍ່ເອົາຫົວຊາ. ນອກນັ້ນແລ້ວ ສະຖານີວິທະຍຸແຫ່ງນີ້
ຍັງອອກອາກາດລາຍ ການຂ່າວຂອງວີໂອເອນໍາ.
ພວກທີ່ໂທລະສັບເຂົ້າມາ ເຄີຍໄດ້ໂອ້ລົມກັບເຈົ້າຂອງສະຖານີ
ກ່ຽວກັບບັນຫາຕ່າງໆທາງດ້ານສັງຄົມ ແລະຄວາມບໍ່ຍຸຕິທໍາ. ບັດນີ້ ທ່ານ ມໍາ ໂຊນັນໂດ
ກັບໄດ້ກາຍເປັນຫົວຂໍ້ຂອງລາຍການອອກອາກາດ ທີ່ຄັ້ງນຶ່ງທ່ານເຄີຍເປັນຜູ້ຈັດນັ້ນ. ຜູ້ໂທລະສັບເຂົ້າມາຄົນນຶ່ງເວົ້າວ່າ:
“ຂ້ອຍຮ້ອງຂໍໄປຍັງລັດຖະບານ ໃຫ້ປ່ອຍຕົວທ່ານ ມໍາ ໃຫ້ອິດສະຫຼະພາບແກ່ທ່ານ
ເສຍ. ພວກເຮົາເປັນຜູ້ຄໍ້າປະກັນໃຫ້ທ່ານ ພວກເຮົາມີນໍາກັນ 100,000 ຄົນ ແລະ
ພວກເຮົາຂໍໄປຕິດຄຸກແທນທ່ານ.”
ນີ້ເວົ້າໄດ້ວ່າ ແມ່ນເປັນສະຖາະການທີ່ທ່ານ ມໍາ ໂຊນັນໂດ ຄຸ້ນເຄີຍດີຜູ້ທີ່ ເພາະວ່າ
ທ່ານເຄີຍຖືກຈໍາຄຸກມາກ່ອນສອງເທື່ອແລ້ວ ຍ້ອນການລາຍງານຂ່າວຂອງທ່ານ. ເທື່ອນີ້
ທ່ານປະເຊີນກັບການຈໍາຄຸກດົນ ເຖິງ 30 ປີ ໃນຂໍ້ຫາພະຍາມຍາມຈັດຕັ້ງຂະບວນການ
ແບ່ງແຍກດິນແດນ.
ພວກທີ່ສະໜັບສະໜຸນທ່ານ ມໍາ ກ່າວວ່າ ທ່ານຕົກເປັນເປົ້າໝາຍຂອງການປະຫັດປະຫານ
ຍ້ອນວ່າທ່ານໄດ້ຕໍາໜິຕິຕຽນລັດຖະບານກໍາປູເຈຍ ແລະຍ້ອນການຂົ່ມເຫັງສິດທິຂອງປະຊາ
ຊົນໂດຍຜູ້ມີອໍານາດ. ນາຍົກລັດຖະມົນ ຕີ ຮຸນເຊນ ປະຕິເສດຕໍ່ການກ່າວຫານັ້ນ.
ນາງ ດິນ ພານະຣາ ພັນລະຍາຂອງທ່ານ ມໍາ ໄດ້ເຂົ້າມາກໍາໜ້າທີ່ນໍາພາ ສະຖານີວິທະຍຸ
ແທນສາມີ. ນາງກ່າວວ່າ ການບໍ່ມີໜ້າຂອງລາວຢູ່ທີ່ນີ້ ນັບວ່າມັນເປັນການປ່ຽນແປງທີ່
ໃຫຍ່ຫຼາຍ. ນາງ ດິນ ເວົ້າວ່າ:
“ຍ້ອນວ່າ ມໍາ ໂຊນັນໂດ ປຽບສະເໝືອນໝາກຫົວໃຈຂອງສະຖານີແຫ່ງນີ້.”
ນາງ ດິນ ບໍ່ຍອມຮັບຮູ້ການດໍາເນີນຄະດີຂອງສານຕໍ່ສາມີຂອງນາງ ຕະຫລອດທັງແນວຄິດ
ທີ່ວ່າ ທ່ານ ມໍາ ວາງແຜນການຈະແບ່ງແຍກດິນແດນຢູ່ເຂດຊົນນະບົດ ກຣະຕີ່ ທາງພາກ
ເໜືອຂອງກໍາປູເຈຍ.
“ພວກເຮົາຈະນໍາພາຂະບວນການແບ່ງແຍກທີ່ວ່ານັ້ນໄດ້ຈັ່ງໃດ໋…ມີຊາວນາ
ຊາວສວນພຽງສອງສາມຄົນ ທີ່ມີລາຍໄດ້ລ້ຽງຊີບດ້ວຍການລ້ຽງໄກ່ລ້ຽງໝູຢູ່
ສືບມື້ໄປ. ພວກເຮົາຈະແບ່ງແຍກໂດຍວິທີໃດ໋..ມັນບໍ່ຈິງ ມັນເປັນໄປບໍ່ໄດ້.”
ຂະນະນີ້ ສານຍັງບໍ່ມີທັນໄດ້ກໍານົດເວລາດໍາເນີນຄະດີເທື່ອ ແລະສະຖານີ ວິທະຍຸ ບີຮາຍວ໌
ກໍອອກອາກາດຕໍ່ໄປ ໂດຍປາດສະຈາກສຽງຂອງທ່ານມໍາ ຜູ້ປະກາດຄົນສໍາຄັນ ແລະບຸລຸດ
ຜູ້ຢູ່ເບື້ອງຫລັງສະຖານີແຫ່ງນີ້ ທີ່ເວລານີ້ ກໍາລັງຖືກກັກຂັງໄວ້ ກ່ອນການດໍາເນີນຄະດີ ແລະ
ບັນດາຜູ້ສະໜັບສະໜຸນທ່ານກໍພາກັນເປັນຫ່ວງນໍາສຸຂະພາບຂອງທ່ານ ນັ້ນທີ່ສຸດ.