ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ການປາບປາມ ສື່ມວນຊົນ ເຫັນວ່າ ເປັນບາດ ກ້າວສຳຄັນ ຂອງລັດຖະບານ ກຳປູເຈຍ ກ່ອນໜ້າການເລືອກຕັ້ງ ປີ 2018


ນາຍົກລັດຖະມົນຕີ ຂອງກຳປູເຈຍ ທ່ານ Hun Sen ກຳລັງທັກທາຍ ກັບພວກພະນັກງານຕັດຫຍິບ ໃນລະຫວ່າງ ການລົງໄປຢ້ຽມຢາມ ເຂດເສດຖະກິດພິເສດ ພະນົມເປັນ ຢູ່ຊານເມືອງ ຂອງ Phnom Penh, ກຳປູເຈຍ, ວັນທີ 23 ສິງຫາ 2017.
ນາຍົກລັດຖະມົນຕີ ຂອງກຳປູເຈຍ ທ່ານ Hun Sen ກຳລັງທັກທາຍ ກັບພວກພະນັກງານຕັດຫຍິບ ໃນລະຫວ່າງ ການລົງໄປຢ້ຽມຢາມ ເຂດເສດຖະກິດພິເສດ ພະນົມເປັນ ຢູ່ຊານເມືອງ ຂອງ Phnom Penh, ກຳປູເຈຍ, ວັນທີ 23 ສິງຫາ 2017.

ການເຄື່ອນໄຫວຕ່າງໆ ໂດຍລັດຖະບານຂອງກຳປູເຈຍ ເມື່ອບໍ່ດົນມານີ້ ເພື່ອປາບປາມ
ສື່ມວນຊົນ ທີ່ເປັນອິດສະລະ ໂດຍປະກອບດ້ວຍ ບັນດາໂຄສົກ ແລະ ໜັງສືພິມຕ່າງໆ
ຊຶ່ງເປັນການມອງເຫັນ ໂດຍບັນດານັກວິເຄາະ ແລະ ນັກເຄື່ອນໄຫວ ທັງຫຼາຍ ວ່າ ເປັນ
ບາດກ້າວສຳຄັນ ຂອງລັດຖະບານ ທີ່ຈະຄວບຄຸມໃຫ້ໝັ້ນຄົງ ກ່ອນໜ້າການເລືອກຕັ້ງ
ແຫ່ງຊາດ ໃນປີ 2018 ຈະມາເຖິງ.

ແນວທາງທີ່ເຂັ້ມງວດຂຶ້ນ ຂອງລັດຖະບານກຳປະເຈຍ ທີ່ນຳພາໂດຍ ນາຍົກລັດຖະມົນຕີ
ທ່ານ Hun Sen ຜູ້ທີ່ໄດ້ກຳອຳນາດມາໄດ້ຫຼາຍກວ່າສາມທົດສະວັດ ແລ້ວນັ້ນ ໄດ້ມີຂຶ້ນ
ຖ່າມກາງ ການສະໜັບສະໜູນຝ່າຍຄ້ານຫຼາຍຂຶ້ນເລື້ອຍໆ ໂດຍສະເພາະ ພາຍໃນກຸ່ມ
ພວກຊາວໜຸ່ມທີ່ມີສິດອອກສຽງ.

ບັນດານັກເຄື່ອນໄຫວເພື່ອສິດທິ ຍັງໄດ້ຊີ້ໃຫ້ເຫັນເຖິງ ຍຸດທະສາດແບບທົ່ວໄປ ໃນ
ການຕໍ່ຕ້ານ ທັງສື່ມວນຊົນ ແລະ ບັນດານັກເຄື່ອນໄຫວເພື່ອສິດທິ ຂອງລັດຖະບານ.

ເດັກນ້ອຍຍິງຄົນນຶ່ງ ຢືນຢູ່ໃກ້ ຮູບພາບຂອງທ່ານ Kem Ley, ນັກວິເຄາະດ້ານການເມືອງ ທີ່ມີຊື່ສຽງຂອງອິນເດຍ, ຢູ່ທີ່ຂຸບຝັງສົບຂອງທ່ານ ໃນເມືອງ Ang Takok ຂອງກຳປູເຈຍ, ວັນທີ 20 ພະຈິກ 2016.
ເດັກນ້ອຍຍິງຄົນນຶ່ງ ຢືນຢູ່ໃກ້ ຮູບພາບຂອງທ່ານ Kem Ley, ນັກວິເຄາະດ້ານການເມືອງ ທີ່ມີຊື່ສຽງຂອງອິນເດຍ, ຢູ່ທີ່ຂຸບຝັງສົບຂອງທ່ານ ໃນເມືອງ Ang Takok ຂອງກຳປູເຈຍ, ວັນທີ 20 ພະຈິກ 2016.

​ອົງການປຶກສາແລກປ່ຽນຄວາມເຫັນຂອງເອເຊຍ ຫຼື Asian Forum ເພື່ອສິດທິມະນຸດ
ແລະ ການພັດທະນາ ໄດ້ປະນາມການໂຈມຕີທັງຫຼາຍ ຕໍ່ອົງການສັງຄົມພົນລະເຮືອນ
ແລະ ສືີ່ມວນຊົນທີ່ເສລີ ທັງຫຼາຍ.

ອົງການ Asian Forum ໄດ້ກ່າວໃນຖະແຫລງການສະບັບນຶ່ງ ວ່າ “ມາດຕະການ
ປາບປາມເຫຼົ່ານີ້ ມີຂຶ້ນໃນຊ່ວງເວລາທີ່ສຳຄັນຍິ່ງ ສຳລັບກຳປູເຈຍ ແລະ ເຮັດໃຫ້
ຄວາມເຊື່ອຖື ແລະ ຄວາມເປັນທຳ ນັ້ນ ຕົກຕ່ຳລົງຢ່າງໜັກ ສຳລັບການເລືອກຕັ້ງ
ໃນປີໜ້ານີ້.”

ກຸ່ມດັ່ງກ່າວນີ້ ຍັງໄດ້ຊີ້ໃຫ້ເຫັນເຖິງ ການສັງຫານ ນັກເຄື່ອນໄຫວ ທ່ານ Kem Ley
ໃນເດືອນກໍລະກົດ ປີກາຍນີ້ ພ້ອມດ້ວຍ ການຈັບກຸມຄຸມຂັງພວກນັກການເມືອງຝ່າຍ
ຄ້ານ ອີກຫຼາຍຄົນ ໂດຍເປັນການເພີ່ມຕື່ມໃສ່ “ວັດທະນະທຳ ຂອງການແຜ່ຂະຫຍາຍ
ຄວາມຢ້ານກົວ ຢູ່ໃນປະເທດແຫ່ງນີ້.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG