ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳປູເຈຍ ກ່າວຫາ ຫວຽດນາມ ວ່າ ຮັບ​ເອົາ ໄມ້ກະຍຸງເຖື່ອນ ​ທີ່​ຖືກ​ລັກ​ຕັດ ຢ່າງເປັນລະບົບ


ພວກຊາວບ້ານ ໃນກຳປູເຈຍ ຢືນຖ່າຍຮູບກັບກອງໄມ້ກະຍຸງ ຢູ່ໃນແຂວງ ກໍ ກອງ ຕັ້ງຢູ່ຫ່າງຈາກນະຄອນຫຼວງ ພະນົມເປັນໄປທາງທິດຕາເວັນຕາເວັນຕົກສຽງໃຕ້ 300 ກິໂລແມັດ ,ໃນເດືອນພຶດສະພາ 2012.
ພວກຊາວບ້ານ ໃນກຳປູເຈຍ ຢືນຖ່າຍຮູບກັບກອງໄມ້ກະຍຸງ ຢູ່ໃນແຂວງ ກໍ ກອງ ຕັ້ງຢູ່ຫ່າງຈາກນະຄອນຫຼວງ ພະນົມເປັນໄປທາງທິດຕາເວັນຕາເວັນຕົກສຽງໃຕ້ 300 ກິໂລແມັດ ,ໃນເດືອນພຶດສະພາ 2012.

ກຳປູເຈຍ ໄດ້ຮ້ອງຂໍໃຫ້ຕຳຫຼວດສາກົນ ຫຼື INTERPOL ສືບສວນກ່ຽວກັບ ການກ່າວຫາ
ທີ່ວ່າ ຫວຽດນາມ ໄດ້ຮັບເອົາໃບອະນຸຍາດ ທັງໆທີ່ຕົນຮູ້ດີວ່າ ເປັນໃບອະນຸຍາດປອມ
ເພື່ອ ຕັດໄມ້ລາຄາແພງໆ ແລະໃກ້ຈະສູນພັນ ທີ່ຖືກຕັດຢ່າງຜິດກົດໝາຍ ຢູ່ຂ້າມຊາຍ
ແດນໄປນັ້ນ.

ສາງເກັບໄມ້ກະຍຸງ ຊຶ່ງເປັນໄມ້ລາຄາແພງ ທີ່ສາມາດຂາຍໃນຫຼາຍພັນໂດລາ ຕໍ່ນຶ່ງແມັດ
ກ້ອນນັ້ນ ໄດ້ຫາຍສາບສູນໄປ ຢູ່ກຳປູເຈຍ ຍ້ອນອຸດສາຫະກຳຕັດໄມ້ ທີ່ຂີ້ໂລບເຫັນແກ່
ແຕ່ເງິນ ຢູ່ຕາມຊາຍແດນຂອງກຳປູເຈຍ ຕິດກັບ ຫວຽດນາມ.

ເຄື່ອງໝາຍ ຂອງ ຕຳຫຼວດສາກົນ ຫຼື INTERPOL.
ເຄື່ອງໝາຍ ຂອງ ຕຳຫຼວດສາກົນ ຫຼື INTERPOL.

ຈົດໝາຍຊຶ່ງຮວບຮວມໂດຍກຳປູເຈຍ ທີ່ໄດ້ສະເໜີຕໍ່ອົງການໄຊເຕັສ (CITES) ຊຶ່ງເປັນ
ອົງາການອະນຸສັນຍາ ວ່າດ້ວຍການຄ້າລະຫວ່າງປະເທດ ກ່ຽວກັບຊະນິດສັດປ່າ ແລະ
ພືດທີ່ໃກ້ຈະສູນພັນ ໃນປີ 2017 ສະແດງໃຫ້ເຫັນວ່າ ເຈົ້າໜ້າທີ່ອະວຸໂສຂອງລັດຖະບານ
ໄດ້ຮ້ອງຂໍຊ້ຳແລ້ວຊ້ຳອີກ ໃຫ້ຫວຽດນາມ ເອົາມາດຕະການ.

ໃນປີ 2013 ກຳປູເຈຍ ໄດ້ຫ້າມບໍ່ໃຫ້ຕັດໄມ້ກະຍຸງ ແລະໃນເວລາຕໍ່ມາແຈ້ງໃຫ້
ຫວຽດນາມ ຊາບວ່າ ການອະນຸຍາດໃດໆກໍຕາມຈາກອົງການໄຊເຕັສ ສຳລັບການຕັດ
ໄມ້ຊະນິດນີ້ ແມ່ນເປັນໃບອະນຸຍາດປອມ ອີງຕາມການສະເໜີທີ່ໄດ້ຍື່ນໄປນັ້ນ.

ລົດບັນທຸກ ກຳລັງຂົນໄມ້ທ່ອນ ໃນແຂວງ ເປຣຍ ວີເຮຍ (Preah Vihear), ຫ່າງຈາກ ນະຄອນຫຼວງ ພະນົມເປັນ ຂອງກຳປູເຈຍ 245 ກິໂລແມັດ.
ລົດບັນທຸກ ກຳລັງຂົນໄມ້ທ່ອນ ໃນແຂວງ ເປຣຍ ວີເຮຍ (Preah Vihear), ຫ່າງຈາກ ນະຄອນຫຼວງ ພະນົມເປັນ ຂອງກຳປູເຈຍ 245 ກິໂລແມັດ.

ທ່ານຕີ ໂສຄຸນ ຫົວໜ້າອົງການຄຸ້ມຄອງໄຊເຕັສຂອງກຳປູເຈຍ ທີ່ຂຽນໄປຫາອົງການຄຸ້ມ
ຄອງສິ່ງແວດລ້ອມຂອງສະຫະປະຊາຊາດ ໃນເດືອນຕຸລາປີ 2017 ວ່າ "ຫວຽດນາມ
ແນວໃດກໍຕາມ ຍັງສືບຕໍ່ອະນຸຍາດໃຫ້ນຳເຂົ້າປະເທດ ໄມ້ກະຍຸງ ໂດຍໄດ້ກ່າວຢ້ຳ
ເຖິງໃບອະນຸຍາດຂອງອົງການໄຊເຕັສ ຊ້ຳແລ້ວຊ້ຳອີກ ທັງໆທີ່ວ່າ ພວກເຂົາເຈົ້າ
ກ່ອນໜ້ານີ້ ໄດ້ຖືກແຈ້ງໄປແລ້ວ ໃນຫຼາຍໆໂອກາດ ກ່ຽວກັບຄວາມບໍ່ຖືກຕ້ອງ ຂອງ
ໃບອະນຸຍາດເຫຼົ່ານັ້ນ."

ທີ່ກອງປະຊຸມຂອງສະຫະປະຊາຊາດໃນປີ 2016 "ຄະນະຜູ້ຕາງໜ້າອົງການໄຊເຕັສ
ຂອງກຳປູເຈຍ ໄດ້ຮ້ອງຂໍການຊ່ວຍເຫຼືອ ທີ່ເປັນອິສສະຫລະຈາກຕຳຫຼວດສາກົນ
ເພື່ອໃຫ້ສືບສວນ ກ່ຽວກັບເລື້ອງນີ້"
ທ່ານຂຽນຢູ່ໃນຈົດໝາຍ ທີ່ສະແດງການຄັດຄ້ານ
ຂອງກຳປູເຈຍ ທີ່ຮວມຢູ່ໃນການທົບທວນຂອງອົງການໄຊເຕັສ ເບິ່ງການຄ້າຂາຍທີ່
ສຳຄັນດັ່ງກ່າວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG