ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກໍາປູເຈຍ ສັ່ງໃຫ້ປ່ອຍ ແມ່ຍິງ 13 ຄົນ ທີ່ປະທ້ວງ ຕໍ່ຕ້ານ ການຂັບໄລ່ ອອກຈາກທີ່ດີນ


ແມ່ຍິງຊາວກໍາປູເຈຍຄົນນຶ່ງ ຖືປ້າຍປະທ້ວງຕໍ່ຕ້ານລັດຖະບານ ສະໜັບສະໜຸນພວກຄອບຄົວ ທີ່ຖືກລັດຖະບານຂັບໄລ່
ອອກຈາກຖິ່ນຢູ່ອາໄສ.
ແມ່ຍິງຊາວກໍາປູເຈຍຄົນນຶ່ງ ຖືປ້າຍປະທ້ວງຕໍ່ຕ້ານລັດຖະບານ ສະໜັບສະໜຸນພວກຄອບຄົວ ທີ່ຖືກລັດຖະບານຂັບໄລ່ ອອກຈາກຖິ່ນຢູ່ອາໄສ.

ສານ​ກໍາປູ​ເຈຍ​ແຫ່ງ​ນຶ່ງ ​ໄດ້​ສັ່ງ​ໃຫ້ປ່ອຍ​ຕົວ​ແມ່​ຍິງ 13 ຄົນ ທີ່​ຖືກ​ຈໍາ​ຄຸກ ຫຼັງຈາກໄດ້​ທໍາ​ການ​ປະ​ທ້ວງ​ ສະໜັບສະໜຸນ​ພວກຄອບຄົວທີ່​ບ້ານ​ເຮືອນ ຖືກ​ທໍາລາຍ​ ໃນ​ລະຫວ່າງ​ການ​ຖືກຂັບ​ໄລ່​ໃຫ້​ໜີ​ອອກຈາກເຂດ​ທີ່ພວກ​ເຂົາ​ເຈົ້າ​ອາ​ໄສ​ຢູ່ນັ້ນ.

ບັນດາ​ແມ່ຍິງດັ່ງກ່າວ ຖືກ​ຕັດສິນ​ເມື່ອ​ເດືອນ​ຜ່ານ​ມາ ໃຫ້​ຈໍາ​ຄຸກສອງ​ປີ ເຄິ່ງ ຫຼັງຈາກ​ການ​ດໍາ​ເນີນ​ຄະດີ​ເປັນ​ເວລາ​ສັ້ນໆ ທີ່​ກຸ່ມ​ສິດທິ​ກ່າວ​ວ່າ ​ເປັນ​ການ​ດໍາ​ເນີນ​ຄະດີ​ຢ່າງຮີບ​ດ່ວນ​ ​ແລະ​ບໍ່ຍຸຕິ​ທໍາ.

ໃນ​ວັນ​ພຸດ​ມື້​ນີ້ ຜູ້​ພິພາກສາ Seng Sivutha ​ແຫ່ງ​ສານ​ອຸທອນ​ທີ່ນະ ຄອນຫລວງ​ພະ​ນົມ​ເປັນ ​ໄດ້​ຕັດສິນ​ເຫັນ​ພ້ອມ ນໍາ​ຄໍາ​ຕັດສິນ​ໃຫ້​ແມ່ຍິງ​ເຫຼົ່ານັ້ນມີຄວາມ​ຜິດ. ແຕ່​ທ່ານ​ກໍ​ໄດ້​ລົດ​ໂທດ ​ໃຫ້​ເຫຼືອພຽງ​ແຕ່​ຈໍາ​ຄຸກ ​ນຶ່ງ​ເດືອນ​ກັບ​ສາມ​ມື້ ຊຶ່ງ​ເປັນ​ໄລຍະ​ເວລາ​ທີ່ພວກ​ເຂົາ​ເຈົ້າ​ໄດ້​ຮັບ​ໃຊ້​ໂທດ​ຢູ່​ໃນ​ຄຸກມາ​ແລ້ວ​ນັ້ນ.

ແມ່ຍິງ​ເຫລົ່າ​ນັ້ນຫຼາຍໆ​ຄົນ ພາກັນຮ້ອງໂຮ​ຂຶ້ນ​ດ້ວຍຄວາມ​ດີ​ໃຈ​ແລະ​ຮ້ອງໄຫ້ຫຼັ່ງນໍ້າຕາ ​ເວລາ​ຜູ້​ພິພາກສາ​ອ່ານ​ຄໍາ​ຕັດສິນ ​ຄະດີ​ທີ່ເປັນ​ຂ່າວ​ໃຫຍ່​ດັ່ງກ່າວ ທີ່ໄດ້​ດຶງ​ດູດ​ຄວາມສົນ​ໃຈ​ຈາກ​ບັນດາ​ນັກ​ການ​ທູດ​ນາໆ​ຊາດ.

ຜູ້​ພິພາກສາ​ກ່າວ​ວ່າ ​ພວກແມ່ຍິງເຫລົ່າ​ນັ້ນ ທີ່​ຖືກ​ຕັດສິນວ່າ​ມີ​ຄວາມ​ຜິດໃນຖານ​ກໍ່​ການ​ຂັດ​ຂືນຕໍ່ຕ້ານ​ທາງ​ການ​ດ້ວຍຄວາມຮຸນ​ແຮງ ແລະ​ການຍຶດ ຄອງທີ່​ດິນ​ຢ່າງຜິດ​ກົດໝາຍ​ນັ້ນ ຄວນ​ຈະ​ຖືກ​ປ່ອຍຕົວ​ໄປ ຍ້ອນ​ວ່າ​ພວກ​ເຂົາເຈົ້າ​ເປັນ​ພຽງແມ່​ເຮືອນ ຜູ້ທີ່​ບໍ່​ມີ​ຈຸດປະສົງເພື່ອ​ສ້າງຄວາມ​ວຸ້ນວາຍໃດໆ.

XS
SM
MD
LG