ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນ ກຳປູເຈຍ ໂຈມຕີ ສານຍຸດຕິທຳ ກ່ຽວກັບ ຄວາມຂັດແຍ້ງ ເລື່ອງດິນດອນ

ເດັກຊາຍຄົນໜຶ່ງຖືປ້າຍໜັງສືອ່ານວ່າ "ກະລຸນາຢ່າຍຶດເອົາດິນດອນຂອງພວກເຮົາ" ທີ່ການຊຸມນຸມ ໂດຍຜູ້ເຄາະຮ້າຍຖືກຂັບໄລ່ອອກຈາກທີ່ດິນ ຕໍ່ໜ້າສະພາແຫ່ງຊາດ ໃນນະຄອນຫຼວງ ພະນົມເປັນ, ກຳປູເຈຍ, 1 ກັນຍາ, 2014.
ເດັກຊາຍຄົນໜຶ່ງຖືປ້າຍໜັງສືອ່ານວ່າ "ກະລຸນາຢ່າຍຶດເອົາດິນດອນຂອງພວກເຮົາ" ທີ່ການຊຸມນຸມ ໂດຍຜູ້ເຄາະຮ້າຍຖືກຂັບໄລ່ອອກຈາກທີ່ດິນ ຕໍ່ໜ້າສະພາແຫ່ງຊາດ ໃນນະຄອນຫຼວງ ພະນົມເປັນ, ກຳປູເຈຍ, 1 ກັນຍາ, 2014.

ຜູ້ປະທ້ວງຫຼາຍສິບຄົນໃນເຂດຊົນນະບົດຂອງປະເທດ ກຳປູເຈຍ ໄດ້ບຸກຜ່ານປະຕູ ແລະ ພະຍາຍາມທີ່ຈະ​ຜ່ານເຂົ້າໄປໃນສານ ແຂວງ, ເຊິ່ງໄດ້ກັກຂັງຊາວບ້ານ 3 ຄົນໃນການຂັດແຍ້ງ​ເລື່ອງດິນ ດອນໃນພາກຕາ ເວັນອອກສຽງເໜືອຂອງປະເທດ.

ທ້າວ Khan Kosal ຕົວແທນຂອງຜູ້ເຄາະຮ້າຍການຂັດແຍ້ງດິນ ດອນໃນແຂວງ Ratanakiri ທີ່ຢູ່ໃນເຂດຊົນນະບົດຂອງປະເທດ, ເຊິ່ງມີເຂດຊາຍແດນຕິດກັບ ຫວຽດນາມ ໄດ້ກ່າວຕໍ່ ວີໂອເອວ່າ ປະຊາຊົນຫຼາຍກວ່າ 100 ຄົນໄດ້ເດີນທາ ງມາສານເພື່ອຮຽກຮ້ອງ ໃຫ້ປ່ອຍໂຕໝູ່ເພື່ອນຊາວບ້ານຂອງພວກເຂົາເຈົ້າ.

ລາວໄດ້ກ່າວວ່າ “ພວກເຮົາຈະບໍ່ໜີອອກຈາກສານຖ້າສານບໍ່ປ່ອຍໂຕຊາວບ້ານ ທັງສາມ ຄົນ.” ລາວໄດ້ກ່າວເພີ່ມເຕີມວ່າສານ “ໄດ້ທຳການພິຈາລະນາຄະດີຕໍ່ ປະຊາຊົນຢ່າງບໍ່ຍຸດ ຕິທຳ,” ​ແລະກ່າວຢ້ຳວ່າ ພວກທີ່ຖືກກັກຂັງດັ່ງກ່າວນັ້ນເປັນ ຫົວໜ້າຂອງຊຸມຊົນ.

ຜູ້ປະທ້ວງຄົນໜຶ່ງນັ່ງຮ້ອງໄຫ້ ໃນຂະນະທີ່ລາວກຳລັງປະເຊີນໜ້າກັບເຈົ້າໜ້າທີ່ຕຳຫຼວດປາບປາມການຈະລາຈົນ ໃນລະຫວ່າງການຊຸມນຸມຕໍ່ຕ້ານການຂັບໄລ່ອອກຈາກທີ່ດິນ ໃກ້ກັບເຮືອກພັກຂອງນາຍົກລັດຖະມົນຕີ, ໃນນະຄອນຫຼວງ ພະນົມເປັນ, ກຳປູເຈຍ. 2 ກໍລະກົດ 2013.

ຊາວບ້ານອີກຄົນໜຶ່ງທ້າວ Sun Cheata ໄດ້ກ່າວວ່າ “ຖ້າສານບໍ່ແກ້ໄຂບັນຫາ ນີ້ໃຫ້ພວກ ເຮົາ ແລະ ພວກເຂົາເຈົ້າກໍຈະຍຶດເອົາດິນ, ມັນຈະມີຜົນກະທົບທີ່ ໜັກໜ່ວງຕໍ່ປະຊາຊົນ ຜູ້ທີ່ເພິ່ງພາອາໄສດິນດອນນັ້ນ."

ມັນຍັງບໍ່ທັນຈະແຈ້ງເທື່ອວ່າມີຜູ້ໃດແດ່ໄດ້ຮັບບາດເຈັບຈາກການປະທ້ວງ, ເຊິ່ງ ກຳລັງຮັກສາ ຄວາມປອດໄພທ້ອງຖິ່ນໄດ້ສະຫຼາຍການປະທ້ວງດັ່ງກ່າວພາຍຫຼັງ ພວກເຂົາເຈົ້າໄດ້ມ້າງປະຕູ ​ເຂົ້າ​ໄປ.

ບັນດາຊາວບ້ານ, ຜູ້ທີ່ໃຊ້ດິນດອນໃນການປູກໝາກມ່ວງຫິມະພານ, ກ່າວວ່າ ພວກເຂົາເຈົ້າ ມີເອກະສານທີ່ຖືກຕ້ອງສະແດງໃຫ້ເຫັນວ່າພວກເຂົາເຈົ້າໄດ້ເປັນ ເຈົ້າຂອງດິນກວ້າງ 575 ເຮັກຕາຕັ້ງແຕ່ປີ 2007 ເປັນຕົ້ນມາ.

ທະນາຍຄວາມຢູ່ສານໄດ້ກ່າວຕໍ່ວີໂອເອວ່າ ລາວໄດ້ຂັງຄຸກຊາວບ້ານ ສາມຄົນ ຍ້ອນວ່າພວກ ເຂົາເຈົ້າອາໄສຢູ່​ໃນ​ທີ່​ດິນຂອງຄົນອື່ນ. ລາວໄດ້ກ່າວເພີ່ມເຕີມວ່າ ພວກຊາວບ້ານໄດ້ຖືກເຊື້ອ ເຊີນໃຫ້ມາສານເພື່ອຕິດ ຕາມການດຳເນີນຄະດີຂອງ ພວກເຂົາເຈົ້າ, ແຕ່ວ່າບໍ່ເຄີຍມາປະກົດ ຕົວ.

ທ່ານ Chhay Thy ຈາກກຸ່ມສິດທິມະນຸດ ADHOC ໄດ້ກ່າວຕໍ່ ວີໂອເອ ວ່າ ສິດທິຂອງປະຊາ ຊົນແມ່ນໄດ້ຖືກລະເມີດ.

XS
SM
MD
LG