ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝ່າຍຄ້ານ ກຳປູເຈຍ ບໍ່ຍອມຍົກເລີກ ການບໍ່ໄປຮ່ວມ ປະຊຸມ ສະພາ


 ກະສັດນະໂຣດົມ ສີຫະມຸນີ ແຫ່ງກຳປູເຈຍ ຊົງໂອ້ລົມ ຖາມສະບາຍດີ ເຈົ້າໜ້າທີ່ລັດຖະບານ ຫຼັງຈາກກັບມາແຕ່ຈີນ ທີ່ສະໜາມບິນນາໆຊາດ ພະນົມເປັນ (11 ກັນຍາ 2013)
ກະສັດນະໂຣດົມ ສີຫະມຸນີ ແຫ່ງກຳປູເຈຍ ຊົງໂອ້ລົມ ຖາມສະບາຍດີ ເຈົ້າໜ້າທີ່ລັດຖະບານ ຫຼັງຈາກກັບມາແຕ່ຈີນ ທີ່ສະໜາມບິນນາໆຊາດ ພະນົມເປັນ (11 ກັນຍາ 2013)
ພັກຝ່າຍຄ້ານຂອງກຳປູເຈຍກ່າວວ່າ ຕົນຈະບໍ່ຍຸຕິແຜນການບອຍ
ຄອດບໍ່ເຂົ້າຮ່ວມກອງປະຊຸມສະພາແຫ່ງຊາດເຖິງແມ່ນວ່າກະສັດ
ນະໂຣດົມ ສີຫະມຸນີ ໄດ້ຊົງຮຽກຮ້ອງ ໃຫ້ໄປຮ່ວມພິທີເປີດສະໄໝ ປະຊຸມສະພາແຫ່ງຊາດ ໃນອາທິດໜ້ານີ້ກໍຕາມ.

ໃນສານ ທີ່ມີໄປເຖິງ ສະມາຊິກສະພາ ທີ່ຖືກເລືອກໃໝ່ 55 ຄົນ
ຂອງພັກຝ່າຍຄ້ານນັ້ນ ກະສັດສີຫະມຸນີ ຊົງຮ້ອງຂໍ ໃຫ້ພວກເຂົາ
ເຈົ້າໄປຮ່ວມເພື່ອເປັນການສະແດງໃຫ້ເຫັນເຖິງຄວາມເປັນເອກ
ກະພາບແລະຄວາມປຸ້ມລຸມສາມັກຄີກັນ.

ແຕ່ທ່ານ Yim Sovann ໂຄສົກຂອງພັກກູ້ຊາດຊຶ່ງເປັນພັກຝ່າຍ
ຄ້ານຂອງທ່ານແຊມ ຣັງສີກ່າວວ່າ ຕ້ອງໄດ້ມີການແກ້ໄຂຕໍ່ວິກິດການທາງດ້ານການເມືອງ ກ່ອນທີ່ພັກຝ່າຍຄ້ານ ຈະສາມາດໄປຮ່ວມ ກອງປະຊຸມສະພາໄດ້. ທ່ານ Yim Sovann ເວົ້າວ່າ “ພວກເຮົາບໍ່ສາມາດທໍ ລະຍົດຕໍ່ຈິດສຳນຶກຂອງພວກເຮົາໄດ້ ໃນຄວາມຈິງທີ່ວ່າ ພວກເຮົາຍັງບໍ່ທັນເສັດສິ້ນການແກ້ ໄຂຕໍ່ບັນຫານີ້ ແລະທໍລະຍົດຕໍ່ຄວາມປະສົງຂອງປະ ຊາຊົນ ໂດຍໄປຮ່ວມພິທີເປີດປະຊຸມ.”

ໂຄສົກຂອງລັດຖະບານ ທ່ານ Phay Siphan ໄດ້ຕຳໜິຕິຕຽນ ຕໍ່ການປະຕິເສດ ຂອງພັກ ຝ່າຍຄ້ານ ທີ່ບໍ່ຍອມຮຽກຮ້ອງໃຫ້ຍົກເລີກ ການບໍ່ໄປຮ່ວມປະຊຸມ.

ໃນວັນອັງຄານຜ່ານມານີ້ ພັກການເມືອງທີ່ສຳຄັນໆຂອງກຳປູເຈຍກ່າວວ່າ ເຂົາເຈົ້າໃກ້ຈະ ບັນລຸການຕົກລົງກັນໄດ້ແລ້ວ ລຸນຫລັງທີ່ໄດ້ມີການເຈລະຈາລະຫວ່າງ ນາຍົກລັດຖະມົນຕີ ຮຸນເຊນແລະທ່ານແຊມ ຣັງສີ ຜູ້ນຳພັກຝ່າຍຄ້ານ. ແຕ່ທັງສອງຝ່າຍຍັງບໍ່ສາມາດຕົກລົງກັນ ໄດ້ ກ່ຽວກັບຄຳຮຽກຮ້ອງ ຂອງພັກຝ່າຍຄ້ານ ທີ່ໃຫ້ມີການສືບສວນຢ່າງເປັນອິດສະຫຼະເບິ່ງ ການຂັດແຍ້ງ ກ່ຽວກັບການເລືອກຕັ້ງນັ້ນ.
XS
SM
MD
LG