ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານເລີ່ມດໍາເນີນຄະດີ ພວກອະດີດຜູ້ນໍາ ຂະເໝນແດງ ທີ່ກໍາປູເຈຍ (ເບິ່ງວີດິໂອ)


ພວກອະດີດຜູ້ນໍາຂະເໝນແດງ 4 ຄົນທີ່ຖືກດໍາເນີນຄະດີ ຈາກຊ້າຍ: ນາຍນວນ ເຈຍ ນັກອຸດົມການ, ນາຍຂຽວ ສໍາພັນ ອະດີດຫົວໜ້າ, ນາຍອຽງ ສາຣີ ອະດີດລັດຖະມົນຕີຕ່າງປະເທດ ແລະ ພັນລະຍາ ນາງອຽງ ທິຣີດ ອະດີດລັດຖະມົນຕີກິດຈະການສັງຄົມ.(file photo)
ພວກອະດີດຜູ້ນໍາຂະເໝນແດງ 4 ຄົນທີ່ຖືກດໍາເນີນຄະດີ ຈາກຊ້າຍ: ນາຍນວນ ເຈຍ ນັກອຸດົມການ, ນາຍຂຽວ ສໍາພັນ ອະດີດຫົວໜ້າ, ນາຍອຽງ ສາຣີ ອະດີດລັດຖະມົນຕີຕ່າງປະເທດ ແລະ ພັນລະຍາ ນາງອຽງ ທິຣີດ ອະດີດລັດຖະມົນຕີກິດຈະການສັງຄົມ.(file photo)

ພວກ​ອະດີດ​ຜູ້​ນໍາ​ຂະ​ເໝນ​ແດງ​ທີ່ຍັງ​ມີ​ຊີວິດ​ຢູ່ ​ໄດ້​ໄປ​ປາກົດ​ໂຕ​ຢູ່​ໃນສານ​ແຫ່ງ​ນຶ່ງ​ໃນ​ກໍາປູ​ເຈຍ​ໃນ​ວັນ​ຈັນ​ມື້​ນີ້ ​ໃນ​ການ​ເລີ້ມ​ດໍາ​ເນີນ​ຄະດີ​ທີ່ໄດ້​ລໍຖ້າ​ມາ​ເປັນ​ເວລາ​ດົນ​ນານ​ ໃນ​ຂໍ້​ຫາຖານກໍ່​ອາ​ຊະ​ຍາ​ກໍາຕ້ານມະນຸດຊາດ​.

ການ​ດໍາ​ເນີນ​ຄະດີ​ດັ່ງກ່າວ​ເປັນ​ເຫດການໂຕ​ຢ່າງຂອງ​ສານ​ອາຊະ​ຍາກໍາສົງຄາມ​ທີ່​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກ​ສະຫະ​ປະຊາ​ຊາດ ຊຶ່ງ​ໄດ້ຈັດ​ຕັ້ງ​ຂຶ້ນ​ມາ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຍຸຕິ​ທໍາ​ທີ່​ບໍ່​ເຂົ້າ​ຂ້າງ​ເຂົ້າຂາ​ກັບ​ຝ່າຍ​ໃດ​ ແລະ​ເພື່ອ​ສົ່ງ​ເສີມ​ຄວາມ​ປອງ​ດອງ​ກັນ​ພາຍ​ໃນ​ປະ​ເທດ ທີ່​ໄດ້ແຕກ​ແຍກ​ກັນ​ມາ​ເປັນ​ເວລາ​ດົນນານ ຍ້ອນ​ຄວາມ​ໂຫດຮ້າຍ​ທາລຸນ​ທີ່ພວກ​ຂະ​ເໝນ​ແດງ​ໄດ້​ກໍ່​ຂຶ້ນໄປ​ໃນ​ຕອນ​ທ້າຍ​ຊຸມ​ປີ 1970 ນັ້ນ.

ປະຊາຊົນ​ປະມານ 500 ຄົນ ຊຶ່ງ​ສ່ວນ​ຫລາຍ​ເປັນ​ພວກ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ພວກ​ຂະ​ເໝນ​ແດງ ​ໄດ້​ພາກັນ​ໄປ​ອັ່ງ​ອໍຢູ່​ໃນ​ສານ​ໃນ​ຕອນ​ເລີ້ມ​ຕົ້ນ​ການ​ດໍາ​ເນີນ​ຄະດີ​ນີ້. ພວກ​ຈໍາ​ເລີຍ​ທີ່​ຊະລາ​ພາບ 4 ຄົນ ​ພາກັນ​ນັ່ງ​ຢູ​ໃນ​ສານ​ໂດຍ​ບໍ່​ໄດ້ໃສ່​ກັບ​ມືຢູ່​ໃນ​ສານຢູ່​ທາງ​ຫລັງ​ຜ້າ​ກັ້ງ​ເພື່ອຮັບຟັງ​ຂໍ້​ກ່າວ​ຫາ​ທີ່​ອ່ານ​ຕໍ່​ພວກເຂົາ​ເຈົ້າ.

ພວກ​ທີ່​ຖືກ​ດໍາ​ເນີນ​ຄະດີໃນ​ຄັ້ງນີ້ ມີ​ປະມຸກ​ແຕ່​ໃນ​ນາມ ​ຂຽວ ​ສໍາພັນ ອາຍຸ 79 ປີ, ​ນວນ​ເຈຍ ​ໄວ 84 ປີ ທີ່​ບັນ​ລະ​ຍາຍ​ກັນ​ວ່າ​ເປັນ​ຫົວ​ໜ້າ​ຝ່າຍ​ອຸດົມ​ການ​ຂອງພວກ​ຂະ​ເໝນແດງ, ​ລັດຖະມົນຕີ​ຕ່າງປະ​ເທດ​ອ່ຽງ ສາຣີ ​ໄວ 85 ປີ ​ແລະ​ພັນ​ລະ​ຍາ​ ​ຄື ນາງ​ອ່ຽງທິຣິດ​ ​ໄວ 79 ປີ ຊຶ່ງ​ເປັນ​ລັດຖະມົນຕີ​ດ້ານ​ກິດຈະການ​ສັງຄົມ​ສົງ​ເຄາະ. ພວກ​ຈໍາ​ເລີຍ​ທັງ​ໝົດ​ໄດ້​ປະຕິ​ເສດ​ຕໍ່​ຂໍ້​ກ່າວ​ຫາ​ຕໍ່​ເຂົາ​ເຈົ້າ ທີ່​ຮວມທັງກໍ່ອາ​ຊະ​ຍາ​ກໍາສົງຄາມ ຂ້າດັບສູນ​ເຊື້ອ​ຊາດ​ ທໍາການປະ​ຫັດ​ປະ​ຫານທາງ​ດ້ານ​ສາສະໜາ​ ແລະ​ທາລຸນ​ນະ​ກໍາ.

ສ່ວນ ໂພນ​ປົດ ​ຜູ້​ນໍາ​ຂະ​ເໝນ​ແດງນັ້ນ ​ໄດ້​ເຖິງ​ແກ່​ມໍລະນະ​ກໍາ​ໄປ​ໃນປີ 1998.

ເປັນ​ທີ່ເຊື່ອ​ກັນ​ວ່າ ປະຊາຊົນ​ໃນ​ຈໍານວນ​ຫລາຍ​ເຖິງ 2 ລ້ານ​ຄົນ​ໄດ້​ຖືກປະທານຊີວິດ​ຫລື​ຕາຍ​ໄປ​ ຍ້ອນ​ຄວາມ​ອຶດ​ຫິວ ​ແລະ​ເຮັດ​ວຽກ​ໜັກ​ເກີນ​ຂອບ​ເຂດ​ ພາຍ​ໃຕ້​ອໍານາດ​ປົກຄອງ​ຂອງ​ພວກ​ຂະ​ເໝນ​ແດງ​ນັ້ນ.

ເບິ່ງວີດິໂອການດໍາເນີນຄະດີ

XS
SM
MD
LG