ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນ ອາດຈະຊ່ວຍຈ່າຍ ເງິນເດືອນໃຫ້ພະນັກງານ ຂອງສານດໍາເນີນຄະດີ ພວກຂະເໝນແດງ


ທ່ານ Motoo Noguchi (ກາງ) ຈາກຍີ່ປຸ່ນ, ທ່ານ Sim Rith (ຊ້າຍ), ຊາວກໍາປູເຈຍ ແລະທ່ານ Ya Narin, ຜູ້ພິພາກສາ ການກວດລ້າງເຜົ່າພັນຂອງກໍາປູເຈຍ ທີ່ອົງການສະຫະປະຊາດໜູນຫຼັງ ໃນກອງປະຊຸມທີ່ກຸງພະນົມເປັນ ໃນວັນທີ 1 ກັກຍາ 2008 (file photo)
ທ່ານ Motoo Noguchi (ກາງ) ຈາກຍີ່ປຸ່ນ, ທ່ານ Sim Rith (ຊ້າຍ), ຊາວກໍາປູເຈຍ ແລະທ່ານ Ya Narin, ຜູ້ພິພາກສາ ການກວດລ້າງເຜົ່າພັນຂອງກໍາປູເຈຍ ທີ່ອົງການສະຫະປະຊາດໜູນຫຼັງ ໃນກອງປະຊຸມທີ່ກຸງພະນົມເປັນ ໃນວັນທີ 1 ກັກຍາ 2008 (file photo)
ຍີ່ປຸ່ນອາດຈະອະນຸຍາດໃຫ້ເອົາເງິນຊ່ວຍເຫລືອຂອງຕົນໃຫ້
ແກ່ຝ່າຍສາກົນຂອງສານດໍາເນີນຄະດີພວກຂະເໝນແດງນັ້ນ ໄປຊ່ວຍຈ່າຍເງິນເດືອນພະນັກງານກໍາປູເຈຍທີ່ພາກັນປະທ້ວງ ຍ້ອນບໍ່ໄດ້ຮັບເງິນເດືອນຈາກພາກສ່ວນລັດຖະບານກໍາປູເຈຍ
ຂອງສານດັ່ງກ່າວ ທີ່ບໍ່ມີເງິນນັ້ນ.

ຄໍາປະກາດດັ່ງກ່າວ ໄດ້ມີຂຶ້ນນຶ່ງມື້ ລຸນຫລັງທີ່ພະນັກງານກໍາ
ປູເຈຍ ປະມານ 200 ຄົນ ຢູ່ທີ່ສານທີ່ອົງການສະຫະປະຊາດ
ໜູນຫຼັງນັ້ນ ໄດ້ພາກັນຍ່າງອອກຈາກການໄປເພື່ອປະທ້ວງ ຍ້ອນບໍ່ໄດ້ຮັບເງິນເດືອນນັບແຕ່ເດືອນພຶດສະພາເປັນຕົ້ນມາ.
ໂຄສົກປະຈໍາສານດັ່ງ ກ່າວເວົ້າໃນວັນອັງຄານວານນີ້ວ່າ ບັນດາພະນັກງານທີ່ນັດຢຸດງານຍັງບໍ່ທັນໄດ້ກັບເຂົ້າມາ ເຮັດວຽກເທື່ອ.

ຝ່າຍລັດຖະບານກໍາປູເຈຍຂອງສານດັ່ງກ່າວ ທີ່ຂາດງົບປະມານຢູ່ເກືອບຮອດ 3 ລ້ານ ໂດລາ ໄດ້ປະເຊີນກັບການກ່າວຫາວ່າ ບໍລິຫານງານຢ່າງຜິດພາດ, ສໍ້າລາດບັງຫລວງ ແລະກິນສິນບົນ ນັບຕັ້ງແຕ່ໄດ້ຖືກຈັດຕັ້ງຂຶ້ນ ໃນປີ 2006 ເປັນຕົ້ນມາ.

ທ່ານ Ek Tha ໂຄສົກສານຝ່າຍກໍາປູເຈຍເວົ້າວ່າ: “ ຍີ່ປຸ່ນອາດຈະອະນຸມັດ ໃຫ້ຝ່າຍລັດ
ຖະບານກໍາປູເຈຍ ໃຊ້ເງິນ 3 ລ້ານໂດລາ ທີ່ເປັນການປະກອບສ່ວນຂອງຍີ່ປຸ່ນ ໃຫ້ແກ່
ຝ່າຍສາກົນນັ້ນ. ການເຮັດແນວນີ້ ກໍແມ່ນເພື່ອຮັບປະກັນໃຫ້ວຽກງານຂອງສານດັ່ງກ່າວ
ດໍາເນີນຕໍ່ໄປ ໂດບບໍ່ໃຫ້ຢຸດສະງັກລົງ.”

ທ່ານໄດ້ໃຫ້ຄໍາເຫັນດັ່ງກ່າວ ລຸນຫລັງທີ່ໄດ້ມີການເຈລະຈາກັນລະຫວ່າງທ່ານ Sok An ລັດ
ຖະມົນຕີປະຈໍາຄະນະລັດຖະບານ ກັບທ່ານ Kumamaru Yuji ເອກອັກຄະລັດຖະທູດຍີ່
ປຸ່ນ. ພວກເຈົ້າໜ້າທີ່ຍີ່ປຸ່ນ ຍັງບໍ່ທັນໄດ້ໃຫ້ຄໍາເຫັນ ຕໍ່ຂ່າວນີ້ເທື່ອ.

ສານນີ້ໄດ້ຖືກຈັດຕັ້ງຂຶ້ນມາ ເພື່ອດໍາເນີນຄະດີພວກຜູ້ນໍາຂະເໝນແດງທີ່ໄດ້ຖືກຖິ້ມໂທດ
ໃສ່ວ່າ ເປັນໂຕການສັງຫານໝູ່ປະຊາຊົນເກືອບ 2 ລ້ານຄົນນັ້ນ ໃນຊ່ວງທີ່ຄອງອໍານາດ
ຢ່າງນອງເລືອດ ເປັນເວລາ 4 ປີ ໃນທ້າຍຊຸມປີ 1970 ນັ້ນ.
XS
SM
MD
LG