ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານອາຊະຍາກໍາສາກົນ ດໍາເນີນຄະດີ ອະດີດຜູ້ນໍາຂະເໝນແດງ 4 ຄົນ (ເບິ່ງວີດີໂອທີ່ກ່ຽວຂ້ອງ)


ໃນຫ້ອງສານ ທີ່ກໍາລັງດໍາເນີນຄະດີ ອະດີດຜູ້ນໍາສູງສຸດຂະເມນແດງ 4 ຄົນ ທີ່ນະຄອນຫລວງພະນົມເປັນ.
ໃນຫ້ອງສານ ທີ່ກໍາລັງດໍາເນີນຄະດີ ອະດີດຜູ້ນໍາສູງສຸດຂະເມນແດງ 4 ຄົນ ທີ່ນະຄອນຫລວງພະນົມເປັນ.

ສານໃນກໍາປູເຈຍທີ່ໜຸນຫລັງໂດຍອົງການສະຫະປະຊາຊາດ ໄດ້ເລີ່ມເປີດດໍາເນີນຄະດີ ອະດີດຜູ້ນໍາອາວຸໂສສີ່ຄົນຂອງກຸ່ມຂະເໝນແດງ ທີ່ເປັນພວກຄອມມີວນີສຫົວຮຸນແຮງ ຊື່ງການປະຕິວັດຢ່າງນອງເລືອດຄັ້ງຊຸມປີ 1970 ຂອງພວກເຂົາ ໄດ້ເຂັ່ນຂ້າຊາວຂະເໝນ ຈໍານວນເກືອບນຶ່ງສ່ວນສີ່ ຫລືປະມານສອງລ້ານກວ່າຄົນ ຂອງປະຊາກອນຂະເໝນທັງໝົດ ໃນເວລານັ້ນ. ພວກທີ່ໄດ້ຮັບເຄາະຮ້າຍຈາກພວກຂະເໝນແດງ ໄດ້ສະແດງຄວາມຍິນດີ ນໍາການດໍາເນີນຄະດີ ທີ່ໄດ້ລໍຖ້າກັນມາເປັນເວລາດົນນານນັ້ນ ແຕ່ກໍຍັງໄດ້ຕໍາໜິຕິຕຽນສານ ຍ້ອນອັນທີ່ເຂົາເຈົ້າກ່າວຫາວ່າ ເປັນການແຊກແຊງທາງການເມືອງນັ້ນ ທີ່ອາດວາງຂໍ້ຈໍາກັດ ຕໍ່ການດໍາເນີນຄະດີພວກຂະເໝນແດງຄົນອື່ນໆອີກ. ຜູ້ສື່ຂ່າວວີໂອເອ Daniel Schearf ລາຍງານມາຈາກສານ ໃນນະຄອນຫລວງພະນົມເປັນ ຊຶ່ງທອງປານມີລາຍລະອຽດມາ ສະເໜີທ່ານ.

ການ​ຮັບ​ຟັງ​ຄໍາໃຫ້ການຂັ້ນຕົ້ນ​ໄດ້​ເປີດ​ຂື້ນ​ເມື່ອ​ວັນ​ຈັນອາທິດນີ້ ໃນການດໍາເນີນຄະດີຢູ່ສານ
ທີ່​ໜຸນ​ຫລັງ​ໂດຍ​ອົງການ​ສະຫະ​ປະຊາ​ຊາດ ສໍາລັບ​ອ​ະດີດ​ຜູ້​ນໍາ​ລະດັບ​ສູງ​ສຸດ​ຂອງ​ຂະ​ເໝນ
​ແດງ​ສີ່​ຄົນ ​ທີ່​ຍັງ​ມີ​ຊີວິດ​ຢູ່.

ປະຊາຊົນ​ຫລາຍ​ຮ້ອຍ​ຄົນ​ໄດ້​ຫລັ່ງ​ໄຫລ​ເຂົ້າ​ໄປ​ໃນ​ຫ້ອງ​ສານ ທີ່​ຕັ້ງ​ຢູ່​ໃນເຂດຊານນະຄອນ
ຫລວງພະນົມ​ເປັນ ​ເພື່ອ​ຊົມ​ການ​ດໍາ​ເນີນ​ຄະດີ​ທີ່​ລໍຄອຍ​ມາ​ເປັນ​ເວລາ​ດົນນານ​ຕໍ່​ພວກ​ທີ່​ຖືກ ​ກ່າວ​ຫານັ້ນ.

ອະດີດ​ພວກ​ຜູ້​ນໍາ​ຂະເໝນ​ແດງ​ອັນ​ດັບ​ສູງ​ສຸດ​ສີ່​ຄົນ​ນັ້ນ ​ໄດ້​ແກ່ ຂຽວ ສໍາພັນ ຊຶ່ງ​ເປັນ​ປະ
ມຸກລັດ ​ໃນ​ເວລາ​ນັ້ນ, ນາຍ​ອຽງງ ສາລີ ລັດຖະມົນຕີ​ຕ່າງປະ​ເທດ ​ແລະ​ພັນ​ລະ​ຍາ​ຂອງ​ເຂົາ
​ອຽງ ​ເທຍລິດ ລັດຖະມົນຕີ​ກິດສັງຄົມ ​ແລະ ນວນ​ເຈຍ ຫົວໜ້າຝ່າຍອຸດົມການທີ່​ຮູ້​ກັນ​ໃນ​ອີກ
ຊື່ນຶ່ງວ່າ “ອ້າຍ​ໝາຍ​ເລກ 2.”

ໃນ​ຂໍ້​ຫາ​ຫລາຍໆກະທົງຕໍ່ພວກຈໍາເລີຍເຫລົ່ານີ້ ແມ່ນມີໂຮມທັງການກໍ່ອາ​ຊະ​ຍາ​ກໍາຕ້ານ
​ມະນຸດຊາດ ອາຊຍາ​ກໍາ​ສົງຄາມ ​ແລະ​ຂ້າ​ລ້າງ​ເຜົ່າ​ພັນ ຍ້ອນ​ບົດບາດ​ຂອງພວກເຂົາໃນ
ການດໍາເນີນຄວາມພະຍາຍາມ ​ໃນ​ທ້າຍ​ຊຸມ​ປີ 1970 ຂອງ​ກຸ່ມ​ຂະ​ເໝນ​ແດງ ເພື່ອຈະ​ສະ
​ສາງຢ່າງໃຫຍ່​ໃຫ້ກໍາປູເຈຍ ປອດຈາກພວກທີ່ຕໍ່ຕ້ານການ​ປະຕິວັດ ​ແລະ​ຫັນປ່ຽນປະເທດ
ໄປເປັນດິນແດນ ແຫ່ງຄວາມສຸກຂອງຊາວນາ.

ຈໍາ​ເລີຍ​ເຖົ້າ​ແກ່​ຊະລາ​ທັງ​ສີ່​ຄົນ​ດັ່ງກ່າວ ທີ່​ມີ​ອາຍຸຈາກ 79 ຫາ 85 ປີ ​ໄດ້​ປະຕິ​ເສດ​ຂໍ້​ຫາ
​ທັງໝົດ. ການ​ດໍາ​ເນີນ​ຄະດີພວກ​ເຂົາ​ທັງ​ສີ່​ຄົນ​ ຈະ​ໃຊ້​ເວລາ​ຮອດສອງສາມປີກໍໄດ້.

ທ່ານນາງ ​ທີຣີ ສັງ ປະທານສະມາຄົມ​ຜູ້​ໄດ້ຮັບເຄາະ​ຮ້າຍ​ຈາກ​ກຸ່ມ​ຂະເໝນ​ແດງ​ໃນກໍາປູ
ເຈຍ ກ່າວ​ວ່າ ທ່ານ​ນາງ​ມີ​ຄວາມ​ຮູ້ສຶກ​ທີ່​ສັບສົນ ຄືທັງ​ຕື່ນ​ເຕັ້ນ ​ແລະ​ເສົ້າ​ໃຈ ທີ່ໄດ້​ເຫັນ
​ພວກ​ອະດີດ​ຜູ້​ນໍາ​ຂະ​ເໝນ​ແດງ​ດັ່ງກ່າວ ​ໄດ້​ຖືກ​ດໍາ​ເນີນ​ຄະດີ​ໃນ​ທີ່​ສຸດ. ທ່ານນາງ ທີຣີ
ສັງ ເວົ້າວ່າ

“ພວກ​ເຮົາ​ຖາມ​ພວກ​ເຮົາເອງ ​ຢູ່​ຕະຫລອດ​ວ່າ ​ເປັນຫຍັງ? ​ເປັນ​ຫຍັງ​ມັນ​ຈຶ່ງ​ເກີດ​ຂື້ນ? ​
ເປັນ​ຫຍັງ​ພວກ​ຄົນ​ເຫລົ່າ​ນີ້ ພວກຜູ້​ນໍາຂະ​ເໝນ​ແດງ ຈຶ່ງ​ຄິດ​ວ່າ​ພວກ​ເຂົາ​ເຈົ້າສາມາດ
​ຫລິ້ນບົດບາດ​ເປັນ​ພະ​ເຈົ້າ ແລະສາມາດ​ເອົາ​ຊີວິດ​ຂອງ​ພວກ​ພໍ່​ແມ່​ຂອງ​ຂ້ອຍ ​ແລະ​ຊີວິດ
​ຊາວຂະ​ເໝນ​ອື່ນໆອີກ 2 ລ້ານ​ຄົນ. ​ແມ່ນ​ຫຍັງ​ໃຫ້​ສິດພວກເຂົາ​ເພື່ອ​ທໍາການທົດລອງ
ທີ່ຊົ່ວຮ້າຍ​ຂະໜາດ​ນີ້​ໄດ້? ​ເພາະສະນັ້ນ ກໍ​ຫວັງ​ຢ່າງ​ຍິ່ງວ່າ ການ​ດໍາ​ເນີນ​ຄະດີ​ພວກ​ເຂົາ
​ເຈົ້າຄັ້ງ​ນີ້ ຈະສ່ອງ​ແສງໃຫ້ພວກເຮົາເຂົ້າໃຈກ່ຽວກັບຍຸກແຫ່ງ​ຄວາມ​ມືດ​ມົນ​ນີ້ ​ໂ​ດຍການ
ສະໜອງ​ຂໍ້​ມູນ ​ແລະຕອບຄໍາ​ຖາມ​ທີ່​ວ່າ ​ເປັນ​ຫຍັງ? ເປັນ​ຫຍັງ​ມັນ​ຈຶ່ງ​ເກີດ​ຂຶ້ນນັ້ນ?”

ທ່ານ​ນາງ ທີຣີ ສັງ ​ແລະພວກ​ເຄາະ​ຮ້າຍ​ອື່ນໆ ​ພ້ອມທັງ​ທະນາຍຄວາມຂອງເຂົາເຈົ້າ​ໄດ້
​ກົດ​ດັນ​ໃຫ້​ດໍາ​ເນີນ​ຄະດີ​ພວກ​ຜູ້​ນໍາ​ຂະເໝນ​ແດງພວກອື່ນໆ​ເພີ່​ມອີກ ​ໂຮມທັງຜູ້​ບັນຊາ​ການ
​ທະຫານ ​ແລະ​ຜູ້​ບັນຊາ​ການ​ຄຸກ​ຕ່າງໆນັ້ນ​ນໍາ ​ແຕ່​ສານໄດ້​ຕ້ານ​ຢັນຂັດຂືນ​ແລະ​ກໍເລີຍຖືກ​
ກ່າວ​ຫາ​ວ່າ ​ສໍ້​ລາດ​ບັງ​ຫລວງ​ແລະຍອມລົງໃຫ້ແກ່​ຄວາມ​ກົດ​ດັນທາງ​ການ​ເມືອງ.

ຜູ້ໄດ້ຮັບເຄາະຈາກພວກຂະເໝນແດງຄົນນຶ່ງ ພາຊົມຄຸກທີ່ລາວເຄີຍຖືກກັກຂັງໄວ້

ນາຍົກລັດຖະມົນຕີກໍາປູ​ເຈຍ ທ່ານຮຸນ ​ເຊ​ນ ​ເອງ​ ຊຶ່ງກໍ​ເປັນຂະເໝນ​ແດງ​ເກົ່າຄືກັນນັ້ນ
ໄດ້​ກ່າວ​ວ່າ ທ່ານ​ຕ້ອງການໃຫ້​ການ​ດໍາ​ເນີນ​ຄະດີ​ນີ້ ​ຊຶ່ງ​ເປັນ​ເທື່ອ​ທີ່ສອງ​ທີ່ໄດ້ມີຂຶ້ນນັ້ນ
ເປັນເທື່ອສຸດທ້າຍ ຊຶ່ງ​ທ່ານ​ໃຫ້ເຫດຜົນວ່າ ການ​ດໍາ​ເນີນ​ຄະດີ​ຕື່ມອີກ ອາດ​ພາ​ໃຫ້​ປະເທດ ສັ່ນ​ຄອນ​ໄດ້.

ທ່ານ ດໍາ ​ໂສ​ວັນນະ​ໂຣມ ​ເຈົ້າໜ້າ​ທີ່​ຮັບຜິ​ດຊອບ​ກິດ​ຈະ​ກໍາ​ສາທາລະ​ນະ​ຂອງ​ສານ ປະຕິ
​ເສດ​ວ່າ ບໍ່​ມີ​ການ​ແຊກ​ແຊງ​ໃດໆ​ທາງ​ການ​ເມືອງ​ເລີຍ.

ທ່ານ ດໍາ ​ເວົ້າວ່າ ນັບ​ຕັ້ງ​ແຕ່​ທ່ານເລີ່​ມທໍາ​ງານ​ໃນ​ສານ​ໄດ້​ສອງ​ປີຜ່ານມາ​ນັ້ນ ມີ​ຫລາຍ​ສິ່ງ
​ຫລາຍ​ຢ່າງ​ປ່ຽນ​ແປງໄປ ​ແລະວ່າ ກ່ຽວ​ກັບ​ຄວາມເຫັນ​ຂອງ​ນາ​ຍົກລັດ​ຖຸມົນຕີ​ນັ້ນ ທ່ານ​ຢາກ
​ຈະ​ເວົ້າວ່າ ​ສານແຫ່ງນີ້ເປັນ​ສະ​ຖາ​ບັນ​ອິດສະຫລະ​.

ສານອາ​ຊະ​ຍາ​ກໍາ​ສົງຄາມ​ທີ່​ໜຸນ​ຫລັງ​ໂດຍ​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນມາ
​ເພື່ອ​ນໍ​າ​ເອົາ​ຄວາມ​ຍຸຕິທໍາ ໃນລະດັບໃດລະດັບນຶ່ງ ມາໃຫ້ພວກ​ເຄາະ​ຮ້າຍ​ທັງຫລາຍ​ຂອງ​ກຸ່ມ
​ຂະເໝນ​ແດງ ​ແຕ່​ກວ່າ​ຈະ​ຈັດ​ຕັ້ງຂຶ້ນ​ມາ​ໄດ້ ກໍ​ຕ້ອງ​ໄດ້​ໃຊ້​ເວລາ​ເຈລະຈາ​ຕໍ່​ຮອງ​ກັນ​ເປັນ​ເວລາ
​ຫລາຍ​ປີ​ກັບພວກ​ເຈົ້າໜ້າ​ທີ່​ກໍາປູ​ເຈຍ ​ທີ່​ຢາກ​ຈະ​ຄວບ​ຄຸມ​ການ​ດໍາ​ເນີນ​ຄະດີ​ເອງ.

ໃນການ​ດໍາ​ເນີນ​ຄະດີທໍາ​ອິດເມື່ອ​ປີຜ່ານມາ​ນີ້ ສານ​ໄດ້​ຕັດສິນ​ໃຫ້​ນາຍ ກາງ ​ເຄັກ ອີ​ວ ຜູ້​ຮັບ
ຜິດຊອບ​ຄຸກ​ໃຫຍ່ ​ແລະ​ສະຖານ​ທໍລະມານ​ຂອງ​ຂະ​ເໝນ​ແດງ​ໃນ​ເວລາ​ນັ້ນ ມີຄວາມຜິດແລະ
ໄດ້​ຕັດສິນ​ໂທດຈໍາ​ຄຸກຜູ້ກ່ຽວ​ 35 ປີ ​ແລະ​ຜ່ອນ​ໂທດ​ໃຫ້​ເຫລືອ ເປັນ​ພຽງ 19 ປີ.

ໃນ​ລະຫວ່າງ​ການ​ປົກຄອງ​ຂອງ​ຂະ​ເໝນ​ແດງ​ເປັນ​ເວລາ​ຫ້າ​ປີນັ້ນ ມີ​ປະຊາຊົນຫລາຍ​ເຖິງ 2 ລ້ານ
​ຄົນ​ເສຍ​ຊີວິດ​ ຍ້ອນ​ການ​ປະຫານ ທໍລະມານ ອຶດຫິວ ​ແລະ​ຖືກ​ບັງຄັບ​ອອກແຮງ​ງານໜັກ.

ພວກ​ເຂົາໄດ້ຂັບໄລ່ປະຊາຊົນອອກຈາກເມືອງໄປຢູ່ຊົນນະບົດ ​ເຮັດ​ໃຫ້​ເມືອງ​ເປົ່າ​ວ່າງ​ເປັນ
​ເມືອງ​ຮ້າງ ​ແລະ​ຈັບ​ກຸມ​ກັກ​ຂັງ ຫລື ປະຫານ​ຊີວິດໃຜ​ກໍ​ຕາມ​ທີ່​ຕໍ່ຕ້ານ​ການ​ປະຕິວັດ​ຄອມ
​ມີ​ວນີສທີ່​ຮຸນ​ແຮງ​ຂອງ​ພວກ​ເຂົາ.

ກໍາລັງ​ຄອມ​ມີ​ວນີສຫວຽດນາມ​ໄດ້ເຂົ້າຍຸດຕິ​ການ​ຄອບຄອງ​ຂອງພວກ​ຂະ​ເໝນ​ແດງ ​ໂດຍ
​ການ​ບຸກລຸກ​ກໍາປູ​ເຈຍ ​ແລະ​ຂັບ​ໄລ່ພວກ​ຂະ​ເໝນ​ແດງໃຫ້ຖອຍ​ໄປ ​ຈົນຮອດເຂດ​ຊາຍ​ແດນ
​ຕິດ​ກັບປະ​ເທດ​ໄທ ບ່ອນ​ທີ່ພວກ​ເຂົາ​ຕັ້ງທີ່​ໝັ້ນ​ຢູ່​ທີ່​ນັ້ນ ຈົນກະທັ່ງ​ສະຫລາຍ​ຕົວ​ໄປ​ໃນ​ທີ່​ສຸດ ​ໃນ​ປີ​ 1998.

ໂປນ​ປົດ ຜູ້​ນໍາ​ສູງ​ສຸດ​ຂອງ​ຂະ​ເມນ​ແດງ ທີ່ເອີ້ນກັນວ່າ ອ້າຍ​ໝາຍເລກ​ນຶ່ງນັ້ນ ​ໄດ້​ຖືກ​ກໍາຈັດ
​ອອກ​ຈາກ​ກຸ່ມ​ຂະ​ເໝນ​ແດງ​ໃນ​ປີ​ 1998 ຄືກັນ ຊຶ່ງ​ເປັນປີດຽວກັນກັບທີ່ຜູ້ກ່ຽວ​ເສຍ​ຊີວິດໄປ
ແຕ່ຊາວຂະເໝນຫລາຍໆຄົນ ກໍຍັງເຄົາລົບນົບໄຫວ້ເຂົາຢູ່ ດັ່ງໃນວີດິໂອຂ້າງລຸ່ມນີ້.

XS
SM
MD
LG