ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານນາໆຊາດຟ້ອງອະດີດ ເຈົ້າໜ້າທີ່ຂະເໝນແດງ


ສານອາດຊະຍາກຳ ທີ່ໄດ້ຮັບການສະໜັບສະໜຸນຈາກອົງ ການສະຫະປະຊາຊາດໃນກຳປູເຈຍໄດ້ຟ້ອງອະດີດສະມາ ຊິກ 4 ຄົນຂອງກຸ່ມຂະເໝນແດງ ທີ່ຖືກກ່າວຫາວ່າໄດ້ກໍ່ ໂທດກຳ ໃນລະຫວ່າງການປົກຄອງທີ່ໂຫດຮ້າຍປ່າເຖື່ອນ ຂອງກຸ່ມດັ່ງກ່າວ.

ທ່ານ You Bunleng ຜູ້ພິພາກສາທີ່ກຳກັບນຳການສືບ ສວນ ຂອງສານອາດຊະຍາກຳນາໆຊາດ ໄດ້ປະກາດ​ໃຫ້​ຊາບ ໃນວັນພະຫັດມື້ນີ້ ກ່ຽວກັບ ການຟ້ອງຮ້ອງ ທ່ານ ນວນເຈຍ ຫົວໜ້າດ້ານອຸດົມການ ຂອງກຸ່ມຂະເໝນແດງ ທ່ານຂຽວ ສຳພັນ ອະດີດປະທານປະເທດ ທ່ານອຽງ ຊາຣີ ອະດີດລັດຖະມົນຕີການຕ່າງ ປະເທດ ແລະພັນລະຍາ ຄືທ່ານນາງອຽງ ທິຣິດ ອະດີດລັດຖະມົນຕີ ກິດຈະການສັງຄົມ.

ບຸກຄົນທັງ 4 ຖືກກ່າວຫາວ່າ ໄດ້ກໍ່ໂທດກຳ ຕ້ານມະນຸດຊາດ ຂ້າລ້າງເຊື້ອ ຊາດເຜົ່າພັນ ແລະກໍ່ອາດຊະຍາກຳສົງຄາມ ຮວມທັງ ໄດ້ທຳການທໍລະມານ ແລະການສັງຫານນຳດ້ວຍ. ພວກເຂົາເຈົ້າ ຈະຖືກນຳໂຕຂຶ້ນສານໃນປີໜ້າຊຶ່ງຈະເປັນການດຳເນີນຄະດີ ເທື່ອທີ 2 ນັບ ແຕ່ໄດ້ມີການສ້າງຕັ້ງ ສານອາດຊະຍາກຳນາໆຊາດຂຶ້ນມາ ໃນປີ 2006.

ອະດີດສະມາຊິກ ຂອງກຸ່ມຂະເໝນແດງ ຄົນທຳອິດ ທີ່ໄດ້ຖືກດຳເນີນຄະດີ ໂດຍສານດັ່ງ ກ່າວກໍແມ່ນນາຍ Kaing Guek Eav ຊຶ່ງໄດ້ຖືກຕັດສິນໂທດວ່າ ມີຄວາມຜິດໃນການກໍ່ ອາດຊະຍາກຳສົງຄາມ ແລະກໍ່ໂທດກຳ ຕ້ານມະນຸດຊາດ ໃນເດືອນກໍລະກົດປີນີ້.

XS
SM
MD
LG