ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳປູເຈຍເລິ່ມສອນປະວັດສາດ ກ່ຽວກັບຂະເມນແດງ


ນັກຮຽນຍິງຄົນນຶ່ງ ໃນຫ້ອງຮຽນວິຊາປະວັດສາດ ທີ່ໂຮງຮຽນມັດທະຍົມ ກຳປົງ ຕຣາຍ ໃນກຳປູເຈຍ
ນັກຮຽນຍິງຄົນນຶ່ງ ໃນຫ້ອງຮຽນວິຊາປະວັດສາດ ທີ່ໂຮງຮຽນມັດທະຍົມ ກຳປົງ ຕຣາຍ ໃນກຳປູເຈຍ

ບັນດາໂຮງຮຽນມັດທະຍົມໃນກຳປູເຈຍໄດ້ເລີ່ມນຳ​ອອກ​ມາ​ສອນ ປື້​ມ​ຮຽນ​ຫົວທຳ​ອິດທີ່ເວົ້າເຖິງການຂ້າລ້າງເຜົ່າພັນ ໃນສະໄໝການປົກຄອງຂອງ ພວກຂະເມນແດງ. ຜູ້​ສື່​ຂ່າວ​ວີ​ໂອ​ເອ ສົ່ງລາຍງານມາຈາກ ເມືອງກຳປົງຕຣາຍ ກ່ຽວ​ກັບຄວາມພະຍາຍາມຂອງ​ລັດຖະບານ​ກຳປູ​ເຈຍ ທີ່ຈະສອນ​ໃຫ້​ນັກຮຽນ​ຂອງ​ຕົນ​ຮູ້ ​ເຖິງຄວາມຫລັງອັນຂົມຂື່ນມືດມົນ ທີ່​ໄດ້ຖືກຄັດອອກຈາກຫ້ອງຮຽນມາເປັນເວລາດົນນານນັ້ນ.

ໃນລະວ່າງປີ 1975 ແລະ ປີ 1979 ຊາວກຳປູເຈຍ ຈຳນວນຫລາຍເຖິງ 2 ລ້ານຄົນ ​ໄດ້ຖືກສັງຫານ ອຶດຫິວ​ຕາຍ ຫລືບໍ່​ກໍ​ຖືກ​ບັງຄັບ​ໃຫ້ອອກ​ແຮງ​ງານໜັກຈົນເສຍຊີວິດ ໃນເວລາທີ່ພວກຂະເມນແດງ ທີ່ເຊື່ອ​ຖືລະບອບຄອມມີວນີສຈັດນັ້ນ ພະຍາຍາມຈະສ້າງເຂດຊົນນະບົດໃຫ້ເປັນເມືອງທີ່ສົມບູນ​ໃນ​ທຸກໆ​ດ້ານ ຊຶ່ງ​ຄວາມ​ຊົງ​ຈຳ​ກ່ຽວ​ກັບ​ຄວາມທຸກທໍ​ລະ​ມານ​ໃນ​ສະ​ໄໝນັ້ນ ຍັງ​ຫລອກ​ຫລອນຊາວກຳປູເຈຍ ສູງອາຍຸຫລາຍ ຄົນຢູ່. ແຕ່ສຳ​ລັບ ພວກຊາວໜຸມກຳປູເຈຍທີ່ເປັນປະກອບເປັນປະຊາກອນ ສ່ວນໃຫຍ່ຂອງປະ​ເທດໃນ​ເວລາ​ນີ້ ການຮຽນຮູ້ກ່ຽວ​ກັບປະວັດສາດນີ ້​ແມ່ນ​ເປັນ​ເລື່ອງ​ທີ່ລຳບາກ ​ເພາະວ່າໂຮງຮຽນບໍ່ໄດ້ເອົາມາສິດສອນກັນ ຈົນເຖິງເວລານີ້.

/// ສຽງເດັກນ້ອຍນັກຮຽນຫລິ້ນ ///

ໂຮງຮຽນມັດທະຍົມແຫ່ງນຶ່ງໃນເມືອງກຳປົງຕຣາຍທາງພາກໃຕ້ຂອງກຳປູເຈຍ ເປັນແຫ່ງທຳອິດທີ່ນຳພາ ຄວາມພະຍາຍາມ​ໃນ​ການສອນປະວັດສາດ ກ່ຽວ​ກັບ​ຄວາມໂຫດຮ້າຍຂອງພວກຂະເມນແດງ ຊຶ່ງມີຂຶ້ນເປັນເທື່ອທຳ​ອິດ. ໂຮງຮຽນມັດທະຍົມ​ແຫ່ງນ ີ້ກຳລັງໃຊ້ປື້ມຕຳລາຮຽນທີ່ເອີ້ນວ່າ “ປະວັດສາດຂອງປະຊາທິປະໄຕກຳປູເຈຍ ລະວ່າງປີ 1975 ຫາ ປີ 1979.

ນາຍບຸນຈິດ ຄູສອນປະວັດ ກ່າວວ່າ ພວກນັກຮຽນຂອງ ລາວຮູ້ເລຶ່ອງ ລາວພວກຂະເມນແດງນີ້ ພຽງ​ເລັກ​ນ້ອຍເທົ່ານັ້ນ ຈາກພໍ່ແມ່ຂອງເຂົາເຈົ້າ ຊຶ່ງ​ຫລາຍໆ​ຄົນ​ເຄີຍໄດ້ຮັບຄວາມເຈັບປວດພາຍໃຕ້ການປົກຄອງ ຂອງພວກຂະເມນແດງໃນເວລານັ້ນ.

/// ສຽງ ຄູບຸນຈິດ ເປັນພາສາຂະເມນ ///

ຄູບິນຈິດ​ເວົ້າວ່າ ພວກນັກຮຽນຂອງລາວມີຄວາມກະຕືລືລົ້ນທີ່​ຈະ​ໄດ້​ຮຽນກ່ຽວກັບບົດຮຽນຊຸດໃໝ່ນັ້ນ. ຄູບິນ ຈິດ​ເລົ່າວ່າ ຕອນເປັນເດັກນ້ອຍນັ້ນ ລາວໄດ້ຖືກຍັດເຂົ້າຖົງປ່ານ ແລະຖືກທຸກຕີເກືອບຕາຍ ໂດຍພວກທະ ຫານຂະເມນແດງ ພຽງຍ້ອນວ່າ​ໄດ້ປ່ອຍແອອອກຈາກຕີນລົດຍົນ​ເທົ່າ​ນັ້ນ. ຄູບິນຈິດກ່າວອີກວ່າ ມັນເປັນ ສິ່ງສຳຄັນຫລາຍທີ່ພວກນັກຮຽນ​ໄດ້ມີໂອກາດໄດ້ຮຽນຮູ້ກ່ຽວ​ກັບສະໄໝການປົກຄອງຂອງພວກຂະເມນແດງ ແລະໂດຍສະເພາະເລຶ່ອງເຫດການທີ່ເກີດຂື້ນກັບລາວເອງ ກ່ອນທີ່ມັນຈະຖືກລືມເລືອນໄປ.

ປື້ມຮຽນດັ່ງກ່າວ​ແມ່ນລວບລວມ ​ໂດຍສູນກາງບັນທຶກເອກກະສານຂອງກຳປູເຈຍ ຊຶ່ງເປັນກຸ່ມບໍ່ຫວັງຜົນ ກຳໄລສະເພາະກິດ ທີ່ເກັບກຳຂໍ້ມູນ ການສັງຫານໝູ່​ປະຊາຊົນ​ເປັນ​ເວລາ​ຫລາຍ​ປີ ພາຍໃຕ້ການປົກຄອງ ຂອງຂະເມນແດງນັ້ນ.

ນາຍ ຢຸກ ຊາງ ຜູ້ອຳນວຍການສູງກາງດັ່ງກ່າວກ່າວວ່າ ປື້ມຮຽນປະວັດສາດເກົ່າໆ ​ແມ່ນບໍ່ກ່າວເຖິງ ສະໄໝການປົກຄອງຂອງຂະເມນແດງ ຍົກເວັ້ນໃນປື້ມ​ເຫລ້ມນຶ່ງ ທີ່ມີການກ່າວ​ເຖິງພຽງສັ້ນໆ

/// ສຽງນາຍ ຢຸກ ຊາງ ///

ນາຍ ຢຸກ ຊາງ ເວົ້າວ່າ ພວກເຂົາເຈົ້າຮຽນປະວັດ​ສາດ ຈາກປີ 1945 ເຖິງປີ 1975 ແລະຂ້າມໄປ ຮຽນປະວັດ​ສາດຂອງປີ 1990 ເລີຍ ​ໂດຍ​ກະ​ໂດດ​ຂ້າມຢຸກສະໄໝຂອງພວກຂະເມນແດງ. ຫລັງຈາກ ມີການອະ ໍພິປາຍກັນມາ​ເປັນ​ເວລາດົນນານ ກໍໄດ້ມີ​ການ​ເອົາຮູບພາບຂອງນາຍ ​ໂປນປົດ ມາ​ລົງ​ໃນ​ປື້ນ ພ້ອມ​ກັບຄຳບັນລະຍາຍພຽງສອງແຖວທີ່​ເວົ້າວ່າ ​ໂປນປົດ ເປັນຜູ້ຮັບຜິດຊອບກ່ຽວກັບການເສຍຊີວິດຂອງ ຊາວ ກຳປູເຈຍ 3 ລ້ານ 3 ແສນ ຄົນ ເທົ່ານັ້ນ.

ນາຍຢຸກ ຊາງ ກ່າວຕໍ່ໄປວ່າ ຕ້ອງໄດ້ໃຊ້ເວລາ 13 ປີ ນັບຈາກການ​ເລິ່ມຂຽນປື້ມຫົວໃໝ່ຂຶ້ນ​ມາໃນປີ 1996 ຈົນ​ເຖິງ​ເວລານຳເຂົ້າໄປສອນໃນໂຮງ ຮຽນນັ້ນ. ການແຈກຢາຍປື້ມໃໝ່ດັ່ງກ່າວ​ໃຫ້​ພວກ​ໂຮງຮຽນ​ຕ່າງໆ ແມ່ນໄດ້ເລີ່ມຕົ້ນຂຶ້ນເມື່ອທ້າຍປີຜ່ານມາ ແລະຕາມແຜນການແລ້ວ ​ແມ່ນຈະ ແຈກຢາຍປື້ມນີ້ຈຳນວນ ນຶ່ງລ້ານ​ເຫລ້ມໃຫ້ໂຮງຮຽນ ແລະຈະ​ມີ​ການອົບລົມພວກນາຍຄູຈຳນວນ 3,200 ຄົນ ເພື່ອຮຽນຮູ້ ວິທີໃຊ້ປື້ມນີ້ສິດສອນ ໃຫ້ໄດ້ ພາຍໃນທ້າຍປີນີ້.

ນາຍ ຢຸກ ກ່າວຕໍ່ໄປວ່າ ຄວາມ​ພະຍາຍາມ​ເພື່ອ​ໃຫ້ປື້ມຫົວໃໝ່ນີ້​ໄດ້​ຮັບ​ການອະນຸມັດນັ້ນ ​ໄດ້ປະສົບ​ກັບ​ຄວາມ​ຍຸ່ງຍາກ ຍ້ອນວ່າພວກອະດີດ ຂະເມນແດງສ່ວນຫລາຍ ຍັງລອດພົ້ນຈາກການຖືກລົງໂທດ ແລະປັດ ຈຸບັນນີ້ ແມ່ນຖືກພົບເຫັນ ຢູ່ໃນ​ທຸກໆລະດັບຂອງສັງຄົມ ແລະການ ເມືອງຂອງກຳປູເຈຍ.

/// ສຽງນັກຮຽນລົມກັນ ///

ຢູ່ທີ່ໂຮງຮຽນກຳ​ປົງຕຣາຍນັ້ນ ທ້າວນີ ປະຍາວຸດ ນັກຮຽນ​ໄວ 17ປີ ກ່າວວ່າ ຕົນບໍ່ເຄີຍຮູ້ຫຍັງຫລາຍ ກ່ຽວກັນປະວັດຂອງພວກຂະເມນແດງ.

/// ສຽງທ້າວນີ ///

ທ້າວນີ ປະຍາວຸດ ​ເວົ້າວ່າ ຕົນຈົນຕົກສະເງີ້​ຕອນ​ທີ່​ໄດ້ຮຽນຮູ້ວ່າ ​ເວລາພວກຂະເມນແດງ​ເຂົ້າກຳອຳນາດນັ້ນ ພວກເຂົາ​ໄດ້ໃຊ້ປາຍປືນ ຂັບໄລ່ ພວກຄົນທີ່ອາໃສຢູ່ໃນນະຄອນຫລວງພະນົມ​ໃຫ້​ໜີອອກ​ໄປໝົດ ແລະ ບັງຄັບ​ໃຫ້​ເຂົາ​ເຈົ້າ ຊຶ່ງ​ມີຈຳນວນຫລາຍລ້ານຄົນ ໂຮມທັງພວກຜູ້ເຖົ້າ ແລະຄົນເຈັບປ່ວຍນຳ ໃຫ້ໄປອາ​ໄສ ອອກ​ແຮງ​ງານ​ໜັກຢູ່ຕາມບ້ານ ນອກ.

ເລື່ອງ​ລາວອັນໂຫດຮ້າຍກ່ຽວ​ກັບ​ການ​ຂັບ​ໄລ່​ປະຊາຊົນ​ໃຫ້​ຍ່າງອອກ​ຈາກ​ນະຄອນ​ຫລວງ​ໄປ​ນັ້ນ ​ແມ່ນໄດ້ຖືກສອນກັນຢູ່ໃນທົ່ວໂລກວ່າ ​ເປັນ ເຫດການອັນໂຫດຮ້າຍທາລຸນ ທີ່​ເກີດ​ຂື້ນ​ລ່ວງ​ໜ້າການ​ປົກຄອງ​ດ້ວຍ​ການ​ສ້າງ​ຄວາມ​ຢ້ານ​ກົວ​ຂອງພວກຂະເມນແດງ. ບັດນີ້ ພວກນັກຮຽນ ກຳປູເຈຍ ສາມາດທີ່ຈະຮຽນຮູ້ ປະວັດສາດໂດຍລະອຽດຂອງປະເທດ ຂອງພວກເຂົາເຈົ້າແລ້ວ.

XS
SM
MD
LG