ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດຫົວໜ້າຄຸກຂະເໝນແດງ ອຸທອນໂທດຈໍາຄຸກ 19 ປີຂອງຕົນ


ອະດີດເຈົ້າໜ້າທີ່ຂັ້ນສູງຄົນນຶ່ງຂອງພວກຂະເໝນແດງ
ໄດ້ຂໍອຸທອນຕໍ່ການຕັດສິນໂທດຂອງສານອາຊະຍາກໍາ
ສົງຄາມ ທີ່ໄດ້ຮັບການສະໜັບສະໜຸນໂດຍອົງການສະຫະ
ປະຊາຊາດນັ້ນ.

ພວກທະນາຍຄວາມຂອງນາຍ Keng Guek Eav ຊຶ່ງຮູ້
ກັນອີກຊື່ນຶ່ງວ່າ ນາຍດອ໊ຍຄ໌ນັ້ນ ໄດ້ຍື່ນຂໍອຸທອນຕໍ່ສານ
ໃນຕອນແລງຂອງມື້ວັນອັງຄານວານນີ້ ໂດຍອ້າງວ່າສານ
ດັ່ງກ່າວບໍ່ມີສິດອຳນາດທາງກົດໝາຍທີ່ຈະດຳເນີນຄະດີລູກ ຄວາມຂອງເຂົາເຈົ້າ.

ຄະນະຜູ້ພິພາກສາຂອງສານນາໆຊາດໄດ້ຕັດສິນໂທດນາຍດອ໊ຍຄ໌ ໃນເດືອນແລ້ວນີ້
ໃຫ້ຈຳຄຸກຜູ້ກ່ຽວເປັນເວລາ 35 ປີຍ້ອນໄດ້ກໍ່ອາຊະຍາກຳສົງຄາມ ແລະກໍ່ໂທດກຳຕ້ານ
ມະນຸດຊາດ ໃນຖານະທີ່ຜູ້ກ່ຽວມີບົດບາດເປັນຫົວໜ້າຄຸກ Tuol Sleng ທີ່ມີຊື່ສຽງບໍ່ດີ
ໃນນະຄອນຫຼວງພະນົມເປັນ. ມີຊາວກຳປູເຈຍ 14 ພັນກວ່າຄົນ ໄດ້ຖືກທໍລະມານແລະ
ຂ້າຕາຍທີ່ຄຸກ Tuol Sleng ຊຶ່ງຮູ້ກັນ ໃນອີກຊື່ນຶ່ງວ່າສູນຄຸມຂັງ S-21 ນັ້ນ ໃນລະ
ຫວ່າງການປົກຄອງເປັນເວລາ 4 ປີຂອງພວກຂະເໝນແດງໃນຊຸມປີ 1970.

ສານອາຊະຍາກອນສົງຄາມນາໆຊາດໄດ້ຫຼຸດໂທດຂອງນາຍດອ໊ຍຄ໌ລົງເປັນ 19 ປີ ຍ້ອນຜູ້ກ່ຽວໄດ້ຮັບໃຊ້ໂທດມາແລ້ວແລະເຫດຜົນອື່ນໆອີກ, ຊຶ່ງການຕັດສິນທີ່ ວ່ານີ້ ຊຶ່ງໄດ້ສ້າງຄວາມໂກດແຄ້ນໃຫ້ແກ່ຍາດຕິພີ່ນ້ອງຂອງພວກທີ່ໄດ້ຮັບເຄາະ. ຄະນະ
ໄອຍະການກ່າວວ່າ ການຕັດສິນໂທດທີ່ວ່ານີ້ແມ່ນເບົາໂພດແລະກໍໄດ້ຍື່ນ​ຂໍ​ອຸທອນ
ຕໍ່​ສານ​ຕືກັນ.

XS
SM
MD
LG