ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ສານກໍາປູເຈຍ ຍົກຟ້ອງຂໍ້ກ່າວຫາ ຊ່າງພາບໜັງສືພິມຍີ່ປຸ່ນ


ສານກໍາປູເຈຍ
ສານກໍາປູເຈຍ

ສານ​ກໍາປູ​ເຈຍ​ແຫ່ງ​ນຶ່ງ​ໄດ້​ຍົກ​ເລີກ​ຂໍ້​ກ່າວ​ຫາ​ຖ່າຍຮູບລາມົກຕໍ່
ຊ່າງພາບ​ໜັງສື​ພິມ​ຍີ່ປຸ່ນ​ຄົນ​ນຶ່ງ ​ແລະ​ຜົວ​ເມຍ​ຊາວ​ກໍາປູ​ເຈຍ​
ຄູ່​ນຶ່ງ ທີ່​ຜູ້ກ່ຽວ​ໄດ້​ຖ່າຍ​ຮູບ​ເອົາ​ ໃນ​ເມືອງ​ສຽມຣຽບ​ ທາງ
ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ກໍາປູ​ເຈຍ​ນັ້ນ.

ຕໍາຫລວດ​ກໍາປູ​ເຈຍ​ໄດ້​ຈັບ​ກຸມ​ຊ່າງພາບ​ໜັງສືພິມ ນາຍ Go Takayamaແລະ​ຄູ່​ຜົວ​ເມຍ​ຊາວ​ຂະ​ເໝນໃນ​ເດືອນ​ແລ້ວ​ນີ້
ໃນ​ຂໍ້ຫາ​ຖານຖ່າຍຮູບລາມົກ ຍ້ອນ​ພວກ​ເຂົາ​ເຈົ້າໄດ້ຖ່າຍຮູບ​ເອົາ​ພວກໂສ​ເພນີ ໃນ​ໂຮງ​ໂສ​ເພນີ​ແຫ່ງ​ນຶ່ງ​ໃນ​ເມືອງ​ສຽມ
ຣຽບນັ້ນ. ນາຍ Go Takayama ​ໄດ້ຖ່າຍຮູ​ບ​ເອົາ​ຜົວ​ເມຍ​ຄູ່​ນັ້ນ ​ເພື່ອ​ເອົາ​ໄປສະ​ແດງໃນ​ງານສະ​ແດງ​ຮູບ​ຖ່າຍ​ໃນ​ເມືອງ​ນັ້ນ.

ພວກ​ຈັດ​ແຈງ​ງານ​ສະ​ແດງ ກ່າວ​ວ່າ ບໍ່​ມີ​ພາບ​ໂປ້​ຈັກ​ອັນ​ຢູ່​ໃນ​ຮູບ​ພາບ​ຂອງ​ນາຍ Go Takayama ນັ້ນ. ສານ​ເມືອງ​ສຽມຣຽບຕັດສິນ​ ໃຫ້ນາຍ Go ແລະ​ຜົວ​ເມຍ​ກໍາປູ​ເຈຍ​ຄູ່​ນີ້​ ພົ້ນ​ຄວາມ​ຜິດໃນ​ວັນ​ອັງຄານ​ວານ​ນີ້ ​ແລະ​ພວກ​ເຂົາ​ເຈົ້າ​ກໍ​ໄດ້​ຢ່າງ​ອອກ​ຈາກ​ຄຸກ​ໄປ ຢ່າງ​ເປັນ​ອິດ​ສະລະ.

ນາງ Jessica Lim ຜູ້​ຈັດ​ແຈງ​ງານ​ສະ​ແດງ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ນໍາການປ່ອຍ​ໂຕ​ພວກ​ເຂົາ​ເຈົ້າ​ອອກ​ຈາກ​ຄຸກ​ນັ້ນ. ຄະນະ​ກໍາມາ​ທິການ​ປົກ​ປ້ອງ​ນັກ​ຂ່າວ ຊຶ່ງ​ເປັນ​ກຸ່ມ​ສົ່ງ​ເສີມ​ສິດທິ​ພວກ​ນັກ​ຂ່າວ​ຊຶ່ງ​ມີ​ຫ້ອງການ​ຕັ້ງ​ຢູ່​ໃນ​ສະຫະລັດ ກ່າວ​ວ່ານັກ​ຖ່າຍ​ພາບ​ໜັງສືພິມ​ຍີ່ປຸ່ນ​ຄົນ​ນີ້ ຖືກ​ຈັບ​ກຸມ​ຍ້ອນຄວາມ​ເຂົ້າ​ໃຈ​ຜິດ​ກັນ​ແລະ​ບໍ່​ຄວນ​ຈະ​ຖືກ​ປະຕິບັດ​ຕໍ່​ຄື​ກັນ​ກັບ​ນັກ​ໂທດ.

XS
SM
MD
LG