ຄະນະກຳມະການເລືອກຕັ້ງແຫ່ງຊາດກຳປູເຈຍ ໄດ້ເຊີນບັນດາຜູ້ສັງເກດການສາກົນ
ເຂົ້າໄປຕິດຕາມເບິ່ງການເລືອກຕັ້ງທົ່ວໄປ ໃນເດືອນກໍລະກົດ ຈະມາເຖິງນີ້ ທີ່ມີການ
ຄາດກັນຢ່າງກວ້າງຂວາງ ຈະເປັນໄຊຊະນະຢ່າງຖ້ວມລົ້ນ ຂອງພັກປະຊາຊົນ ກຳປູ
ເຈຍ ຫຼື CPP ຊຶ່ງເປັນພັກລັດຖະບານແລະນາຍົກລັດຖະມົນຕີຮຸນເຊນ ເພາະວ່າພັກ
ຝ່າຍຄ້ານໄດ້ຖືກຍຸບໄປແລ້ວໃນປີກາຍນີ້.
ຄະນະສັງເກດການສາກົນ ແມ່ນໄດ້ມີການບັງຄັບ ໂດຍກົດໝາຍໃຫ້ເຊີນເຂົ້າໄປຕິດ
ຕາມເບິ່ງການເລືອກຕັ້ງ ຢູ່ໃນກຳປູເຈຍ. ບັນດາກຸ່ມທ້ອງຖິ່ນທີ່ບໍ່ແມ່ນລັດຖະບານກໍ
ໄດ້ຖືກເຊີນ ໃຫ້ເຂົ້າຮ່ວມເຊັ່ນກັນ.
ທັງຄະນະສັງເກດການ ຂອງສາກົນ ແລະທ້ອງຖິ່ນ ຈະສາມາດສົ່ງລາຍງານ ທີ່ເປັນ ລາຍລັກອັກສອນ ກ່ຽວກັບການພົບເຫັນຂອງເຂົາເຈົ້າ ຫຼັງຈາກການລົງຄະແນນ
ສຽງສິ້ນສຸດລົງ ແຕ່ວ່າກຸ່ມສັງເກດການໃນທ້ອງຖິ່ນ ອາດລັງເລໃຈທີ່ຈະເຂົ້າຮ່ວມຫຼັງ
ຈາກໄດ້ມີການກົດດັນພາຍໃຕ້ການນຳພາຂອງລັດຖະບານ ບໍ່ໃຫ້ມີການຕ້ອງຕິແລະ
ສານສູງສຸດກຳປູເຈຍໃນເດືອນພະຈິກປີກາຍນີ້ ກໍໄດ້ຍຸບພັກກູ້ຊາດກຳປູເຈຍ ຊຶ່ງເປັນ
ພັກຝ່າຍຄ້ານ.
ລະຫວ່າງການເລືອກຕັ້ງສະພາສູງໃນເດືອນກຸມພາ ທີ່ຍັງຜົນໃຫ້ພັກປະຊາຊົນກຳປູ
ເຈຍ ໄດ້ຮັບໄຊຊະນະຢ່າງໃຫຍ່ນັ້ນ ພວກສັງເກດການໃນທ້ອງຖິ່ນສອງກຸ່ມໄດ້ບອຍ
ຄອດບໍ່ຍອມເຂົ້າຮ່ວມນຳ.
ທ່ານຄອນ ສະຫວ່າງ ຜູ້ສັງເກດການຂອງອົງການຄອມແຟຣວ ຊຶ່ງເປັນກຸ່ມສະໜັບ
ສະໜູນປະຊາທິປະໄຕໃນທ້ອງຖິ່ນກ່າວວ່າ ການຕັດສິນໃຈກ່ຽວກັບວ່າ ກຸ່ມຂອງ
ທ່ານຈະເຂົ້າຮ່ວມສັງເກດການໃນການເລືອກຕັ້ງຫຼືບໍ່ນັ້ນ ຈະມີຂຶ້ນຫຼັງຈາກການຈົດ
ທະບຽນຂອງພັກປິດລົງ ໃນເດືອນພຶດສະພາ ຈະມາເຖິງນີ້.