ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຳປູເຈຍ ສືບສວນ ບ້ານໜຶ່ງ ທີ່ມີອັດຕາ ການຕິດເຊື້ອ HIV ຫຼາຍຜິດປົກກະຕິ


ຜູ້ຍິງຄົນໜຶ່ງທີ່ຕິດເຊື້ອ HIV ນັ່ງພັກຜ່ອນ ຢູ່ໂຮງໝໍ ກຳປູເຈຍ-ໂຊຫວຽດ ໃນນະຄອນຫລວງພະນົມເປັນ.
ຜູ້ຍິງຄົນໜຶ່ງທີ່ຕິດເຊື້ອ HIV ນັ່ງພັກຜ່ອນ ຢູ່ໂຮງໝໍ ກຳປູເຈຍ-ໂຊຫວຽດ ໃນນະຄອນຫລວງພະນົມເປັນ.

ທີ່​ກຳປູ​ເຈຍ ​ເຈົ້າ​ໜ້າ​ທີ່​ສາ​ທາ​ລະນະ​ສຸກ​ກ່າວ​ວ່າ ​ເຂົາ​ເຈົ້າ​ກຳລັງ
​ສືບສວນ​ເບິ່ງ ​ກໍລະນີ​ການ​ເພີ້​ມສູງຂຶ້ນ ​ຢ່າງຫລວງ​ຫລາຍຈົນ​ໜ້າ
ຕົກ​ໃຈ ​ໃນ​ຈຳນວນຜູ້​ຕິດ​ເຊື້ອ HIV ​ໄວຣັສທີ່​ພາ​ໃຫ້​ເປັນ​ໂຣກ
AIDS ນັ້ນ ຢູ່​ໃນໝູ່​ບ້ານ​ນ້ອຍໆ ​ສອກຫລີກ​ຫ່າງ​ໄກ​ແຫ່ງ​ໜຶ່ງ.

ມີ ຢ່າງ​ນ້ອຍ 82 ຄົນ ຖືກ​ກວດ​ພົບ​ວ່າ ຕິດ​ເຊື້ອ HIV ຢູ່​ໃນ​ບ້ານ
Rokar ທີ່​ມີ​ປະຊາຊົນ​ອາ​ໄສ​ຢູ່​ພຽງສອງ​ພັນຄົນ ​ໃນແຂວງ​
ພະ​ຕະບອງ (Battambang).

​ເຈົ້າໜ້າ​ທີ່​ກ່າວ​ວ່າ ​ເຂົາ​ເຈົ້າ​ສົງ​ໄສ​ວ່າ ພະນັກງານ​ຮັກສາ​ສຸຂະພາບ
​ໃນ​ໝູ່​ບ້ານ​ຄົນ​ໜຶ່ງ ​ໄດ້​ໃຊ້​ເຂັມ​ສັກ​ຢາ ທີ່ໃຊ້ສັກໃຫ້​ຫລາຍໆ​ຄົນ​ ນຳ​ກັນ​ນັ້ນ ປິ່ນປົວ​ຊາວ​ບ້ານ ​ເຮັດ​ໃຫ້ການ​ຕິດ​ແປດ​ແຜ່​ລາມ​ອອກ​ໄປ.

ທ່ານ Teng Kunthy ​ເລຂາທິການ​ໃຫຍ່ຂອງ ອົງການ AIDS ​ແຫ່ງ​ຊາດ​ກຳປູ​ເຈ​ຍ ກ່າວ​
ວ່າ ພວກ​ພະນັກງານ​ສາທາ ​ຫາກໍ​ໄດ້​ກວດເບິ່ງ​ຊາວບ້ານ ພຽງປະມານ 650 ຄົນ​ເ​ທົ່ານັ້ນ
ມາ​ຮອດ​ປັດຈຸບັນ.

ເບິ່ງວີດີໂອ ພາສາລາວ ກ່ຽວກັບແມ່ຍິງທີ່ເປັນໂຣກເອດສ໌ ຢູ່ກຳປູເຈຍ:

ບັນດາ​ພະນັກງານ​ຮັກສາ​ສຸຂະພາບ ຮູ້​ເລື່ອງ​ກ່ຽວ​ກັບ​ສະຖານະ​ການ ຢູ່​ໝູ່​ບ້ານ​ແຫ່ງ​ນັ້ນ
​ເວລາ​ຜູ້​ຊາຍ ​ແລະ​ແມ່ຍິງ​ໃນ​ໄວ​ຊະລາ​ສອງ​ຄົນ ຖືກ​ກວດ​ພົບ​ວ່າ ຕິດ​ເຊື້ອ HIV ​ໃນ​ຕົ້ນ​
ເດືອນ​ນີ້.

ຜ່ານ​ມາ ກຳປູ​ເຈຍ​ແມ່ນ​ໄດ້​ທຳ​ຄວາມ​ກ້າວໜ້າ ​ໃນ​ການ​ຫລຸດຜ່​ອນອັດ ຕາ​ການ​ຕິດ​ເຊື້ອ
HIV ​ແລະ​ໂຣກ AIDS ຢູ່​ໃນ​ປະ​ເທດ​ລົງ ຈາກ​ອັດ ຕາ​ສູງເກືອບຮອດ 2 ​ເປີ​ເຊັນ​ໃນ​ປີ
1998. ກຳປູ​ເຈຍໄດ້​ວາງ​ເປົ້າ​ໝາຍ​ທີ່​ຈະ​ກຳ​ຈັດ​ເຊື້ອ HIV ​ໃຫ້​ໝົດ​ສິ້ນ​ໄປ ພາຍ​ໃນປີ
2020 ຈາກ​ອັດຕາ​ການ​ຕິດ​ເຊື້ອ 0.7 ​ເປີ​ເຊັນ ​ໃນ​ປັດຈຸບັນ.

XS
SM
MD
LG