ງາຊ້າງຈາກອາຟຣິກາ ປະມານ 3 ໂຕນ ທີ່ບັນຈຸຢູ່ໃນຕູ້ສິນຄ້າ ທີ່ບໍ່ມີເຄື່ອງໝາຍ ຕັ້ງຢູ່ໃນ
ທ່າເຮືອ ຂອງກຳປູເຈຍ ມາໄດ້ສອງປີແລ້ວ ຈົນວ່າໄດ້ຮັບການໃຫ້ຂໍ້ມູນຈາກ ສະຖານທູດ
ສະຫະລັດ ຈຶ່ງໄດ້ພາໃຫ້ບັນດາເຈົ້າໜ້າທີ່ ສາມາດເປີດຕູ້ສິນຄ້າດັ່ງກ່າວ ໃນສັບປະດານີ້
ແລະໄດ້ພົບເຫັນວ່າ ເປັນການລັກລອບຂົນສົ່ງງາຊ້າງ ທີ່ມີຈຳນວນຫຼາຍທີ່ສຸດ ຂອງ
ປະເທດ ແບບບໍ່ເຄີຍມີມາກ່ອນ.
ເມື່ອບໍ່ດົນມານີ້ ພວກພະນັກງານ ຢູ່ທ່າເຮືອ ທີ່ໄດ້ໄປເຕົ້າໂຮມກັນ ຢູ່ດ້ານນອກສະຖານທີ່
ດັ່ງກ່າວ ໄດ້ບອກນັກຂ່າວທ່ານນຶ່ງວ່າ ບໍ່ມີຜູ້ໃດອອກມາອ້າງເອົາສິນ ຄ້າທີ່ມີລາຄານີ້ເລີຍ.
ກຳມະກອນຜູ້ນຶ່ງ ທີ່ເຫັນເຫດການໆຍຶດເອົາສິນຄ້າ ຢູ່ທີ່ຕູ້ສິນຄ້າ ຂອງດ່ານທ່າເຮືອ
ນະຄອນ ພະນົມເປັນ ທີ່ເປັນອິດສະຫຼະໃນວັນພະຫັດ ສັບປະດາແລ້ວນີ້ ໄດ້ກ່າວ ວ່າ “ມີ
12 ຕູ້ສິນຄ້າ ແລະ ຕູ້ສິນຄ້າຕູ້ນຶ່ງ ທີ່ປະກອບດ້ວຍງາຊ້າ ບັນຈຸຢູ່ໃນຖົງ ອັດແໜ້ນເຕັມຕູ້
ແລະບາງຖົງ ກໍເຕັມໄປດ້ວຍກ້ອນຫີນ ທີ່ເບິ່ງຄືກັນກັບ ຫີນອ່ອນ.” ລາວໄດ້ຂໍຮ້ອງບໍ່ໃຫ້
ອອກຊື່ ຍ້ອນວ່າລາວຢ້ານຈະຖືກລະບຸໂຕ ໂດຍເຈົ້າໜ້າທີ່ທ່າເຮືອ. ກຳມະກອນຜູ້ນີ້ ອາຍຸ
38 ປີ ເວົ້າອີກວ່າ “ຂ້າພະເຈົ້າຄຶດວ່າ ພວກເຈົ້າ ໜ້າທີ່ ຢາກຈະຮູ້ວ່າ ຜູ້ໃດເປັນເຈົ້າຂອງ
ຕູ້ ແຕ່ບາງທີ ເຈົ້າຂອງຕູ້ ຮູ້ແລ້ວ ແລະ ບໍ່ອອກມາປາກົດໂຕ.”
ພາບຖ່າຍໂດຍໂທລະສັບສະຫຼາດ ສະໜອງໃຫ້ໂດຍພະນັກງານ ສະແດງໃຫ້ ເຫັນງາຊ້າງ
ຫຼາຍຮ້ອຍງາ ບາງງາໄດ້ຖືກຕັດເປັນສອງຕ່ອນ ວາງຢູ່ພື້ນຊີເມັນ ໃກ້ໆກັບພວກຕູ້ສິນຄ້າ.
ທ່ານນາງ ເອັມມີລີ ຊີເບີກ ໂຄສົກສະຖານທູດ ສະຫະລັດ ໄດ້ກ່າວວ່າ ບັນດາເຈົ້າໜ້າທີ່
ຂອງອາເມຣິກາ ໄດ້ສະໜອງຂໍ້ມູນໃຫ້ແກ່ເຈົ້າໜ້າທີ່ ກະຊວງພາສີ ແລະອາກອນຂອງ
ກຳປູເຈຍ ເຊິ່ງໃນທີ່ສຸດ ກໍນຳໄປສູ່ການຄົ້ນຕູ້ສິນຄ້າ ທີ່ປິດລັອກໄວ້ ນັ້ນ ແລະ ສາມາດຍຶດ
ໄດ້ງາຊ້າງທີ່ຖືກຕັດ 1,026 ງາ ແລະງາຊ້າງທີ່ຍັງບໍ່ຕັດ ຈຳນວນນຶ່ງ ໂດຍຊັ່ງເບິ່ງແລ້ວ
ມີນ້ຳໜັກປະມານ 3,370 ກິໂລກຣາມ.
ທ່ານນາງ ຊີເບີກ ໄດ້ກ່າວຜ່ານທາງອີເມລ ວ່າ “ງາຊ້າງ ຕົ້ນຕໍແມ່ນມາຈາກປະເທດ
ໂມຊຳບິກ. ກຳປູເຈຍເປັນພຽງທາງຜ່ານ ບໍ່ມີຂໍ້ມູນທີ່ບົ່ງຊີ້ວ່າ ງາຊ້າງພວກ ນີ້ ແມ່ນມີ
ເຈດຕະນາທີ່ຈະຂາຍ ຢູ່ໃນກຳປູເຈຍ ຫຼືບໍ່.”
ທ່ານນາງກ່າວຕື່ມວ່າ “ການສືບສວນສອບສວນ ກຳລັງດຳເນີນຕໍ່ໄປຢູ່.”