ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດພວກຜູ້ນຳ ຂະເໝນແດງ ຈະຖືກດຳເນີນຄະດີ ເປັນຂັ້ນໆໄປ


ສານນາໆຊາດ ທີ່ດຳເນີນຄະດີ ພວກຜູ້ນຳຂະເໝນແດງ ຢູ່ກຳປູເຈຍ
ສານນາໆຊາດ ທີ່ດຳເນີນຄະດີ ພວກຜູ້ນຳຂະເໝນແດງ ຢູ່ກຳປູເຈຍ

ສານດຳເນີນຄະດີພວກຂະເໝນແດງກ່າວ ໃນວັນພະຫັດສັບປະດາແລ້ວນີ້ ວ່າ ຕົນຈະດຳເນີນ ຄະດີພວກຜູ້ນຳທີ່ສູງອາຍຸ ຂອງຂະບວນການນິຍົມເໝົາເຊຕຸງຈັດ ທີ່ປົກຄອງກຳປູເຈຍແຕ່ປີ 1975 ຫາ 1979 ນັ້ນບົນພື້ນຖານຂອງແຕ່ລະຂໍ້ຫາໄປ. ການຕັດສິນໃຈທີ່ວ່ານີ້ແມ່ນໝາຍ ຄວາມວ່າ ທາງສານຈະດຳເນີນຄະດີພວກຈຳເລີຍທັງ 4 ແບບນ້ອຍໆເປັນລຳດັບໄປແທນທີ່ ຈະດຳເນີນຄະດີແບບ​ພ້ອມກັນບາດ​ດຽວ ທີ່ສະລັບຊັບຊ້ອນ​ແລະ​ໃຊ້​ເວລາ​ນານ​ນັ້ນ. Robert Carmichael ມີລາຍງານລື່ອງນີ້ຈາກນະຄອນຫລວງພະນົມເປັນ

ການຕັດສິນໃຈຂອງສານນາໆຊາດ ທີ່ໄດ້ຮັບການສະໜັບສະໜຸນ ໂດຍອົງການສະຫະປະຊາ
ຊາດທີ່ກຳປູ​ເຈຍໃນ​ມື້ວັນພະຫັດແລ້ວນີ້ແມ່ນໝາຍຄວາມວ່າ ທາງສານຈະແບ່ງຂໍ້ຫາທີ່ສະລັບ
ຊັບຊ້ອນຫຼາຍໆຂໍ້ ທີ່ມີຕໍ່ຈຳເລີຍທັງ 4 ນັ້ນ ອອກເປັນພາກສ່ວນຕ່າງໆ. ຈຳເລີຍທັງ 4 ໄດ້
ຖືກກ່າວຫາໃນຄວາມຜິດ ຂ້າລ້າງເຊື້ອຊາດເຜົ່າພັນ ກໍ່ໂທດກຳຕ້ານມະນຸດຊາດ ກໍ່ອາຊະຍາ
ກຳສົງຄາມແລະອາຊະຍາກຳອີກຈຳນວນນຶ່ງພາຍໃຕ້ກົດໝາຍກຳປູເຈຍ. ສິ່ງທີ່ຈະເກີດຂຶ້ນໃນ
ຂັ້ນຕໍ່ໄປ ກໍແມ່ນການດຳເນີນຄະດີຂະໜາດນ້ອຍລົງຕໍ່ຈຳເລີຍທັງ 4 ເປັນລຳດັບໄປ ຊຶ່ງຈະມີ
ການຕັ້ງ​ຂໍ້​ຫາທີ່ສະເພາະເຈາະຈົງ ​ແລະຮັບຟັງຄຳໃຫ້ການ ກ່ຽວກັບຫຼັກຖານຕ່າງໆ ທີ່ພົວພັນ
ກັບຂໍ້ຫາເຫຼົ່ານັ້ນ. ສານຈະເລີ່ມການດຳເນີນຄະດີ ດ້ວຍຂໍ້ຫາຖານກໍ່ໂທດກຳຕ້ານມະນຸດຊາດ
ກ່ອນ.

ໂຄສົກຂອງສານນາໆຊາດທ່ານ Lars Olsen ກ່າວ​ວ່າ ການຕັດສິນໃຈທີ່ວ່ານີ້ແມ່ນໝາຍ
ຄວາມວ່າ ທາງສານຈະອອກຄຳຕັດສິນເປັນຂັ້ນໆຕໍ່ພວກຈຳເລີຍ ໃນຂະນະທີ່ການພິຈາລະ
ນາຄະດີຍັງດຳເນີນຕໍ່ໄປຢູ່ແທນທີ່ຈະລໍຖ້າຈົນກ່ວາຂັ້ນຕອນຍຶດຍາວເປັນເວລາຫຼາຍໆປີນີ້ສິ້ນ
ສຸດລົງແລ້ວ ຈຶ່ງອອກຄຳຕັດສິນ ເທື່ອດຽວໂລດ. ທ່ານ Olsen ເວົ້າວ່າ ການດຳເນີນການ ແບບນີ້ຈະປົກປ້ອງຜົນປະໂຫຍດຂອງພວກ​ໄດ້​ຮັບເຄາະ ທີ່ຢາກໄດ້ຮັບຄວາມຍຸຕິທຳໃນລັກ
ສະນະທີ່ທັນກັບເວລາ ຕະຫຼອດທັງສິດທິ ຂອງພວກທີ່ຖືກກ່າວຫາ ​ໃນ​ການ​ຖືກ​ດໍາ​ເນີນ​ຄະ
ດີ​ໂດຍ​ໄວ​ນັ້ນ. ທ່ານເວົ້າວ່າ ການດຳເນີນຄະດີທີ່ມີຄວາມສະລັບຊັບຊ້ອນຄ້າຍຄືກັນນີ້ຂອງ
ສານອາຍານາໆຊາດອື່ນໆແມ່ນໄດ້ໃຊ້ເວລາເຖິງ 10 ປີຈຶ່ງສາມາດບັນລຸຄຳຕັດສິນໄດ້.

ນາງ Clair Duffy ທີ່ຕິດຕາມເບິ່ງການເຄື່ອນໄຫວຂອງສານໃຫ້​ແກ່ກຸ່ມລິເລີ່ມເພື່ອ​ຄວາມ ຍຸຕິທຳຂອງສັງຄົມທີ່ເປີດກວ້າງ ຫລື OSJI ໃຫ້ການອະທິບາຍເຖິງຄວາມສຳຄັນໃນການ
ຕັດສິນໃຈດັ່ງກ່າວຂອງສານ ໂດຍກ່າວວ່າ.

“ໂດຍພື້ນຖານແລ້ວມັນໝາຍຄວາມວ່າ ສິ່ງທີ່ພວກເຮົາຈະ​ໄດ້ເຫັນ ກໍຄືການດຳ ເນີນຄະດີທີ່ມີການເພັ່ງເລັງແລະກະທັດລັດຫຼາຍຂຶ້ນໃນປີໜ້ານີ້ ແລະກໍຈະມີການ
ຟ້ອງຮ້ອງ​ເປັນ​ຂໍ້​ໆ​ໄປຕໍ່ພວກຈຳເລີຍທັງ 4 ຊຶ່ງຈະປະກອບດ້ວຍຂໍ້ຫາຈຳນວນນຶ່ງ
ແຕ່ຈະມີການແຍກກັນ. ສານ​ຈະເລີ່​ມດຳເນີນຄະດີ​ແບບ​ນັ້ນ​ແຫຼະແລະຂ້ອຍຄາດ
ວ່າພວກເຮົາຈະໄດ້ເຫັນຄຳພິພາກສາພາຍໃນໄລຍະປີນຶ່ງຫາປີເຄິ່ງຈາກການດຳ ເນີນຄະດີຂັ້ນທຳອິດນັ້ນ.”

ສານທີ່ໄດ້ຮັບການໜຸນຫຼັງຈາກອົງການສະຫະປະຊາຊາດ ໄດ້ກ່າວມາຫຼາຍໆເທື່ອແລ້ວວ່າ
ການດຳເນີນຄະດີຊຸດທີ 2 ຊຶ່ງ​ເປັນ​ທີ່​ຮູ້​ກັນ​ວ່າ ໝາຍ​ເຖິງ​ການດຳເນີນຄະດີຂອງພວກຜູ້ນຳ
ຂະ​ເໝນ​ແດງນັ້ນ ແມ່ນມີຄວາມສະລັບຊັບຊ້ອນທີ່ສຸດ ນັບແຕ່ໄດ້ມີການດຳເນີນຄະດີພວກ
ນາຊີເຢຍຣະມັນຢູ່ທີ່ເມືອງ Nuremberg. ຈຳເລີຍທັງ 4 ​ໃນຄະດີຊຸດ​ທີ 2 ນີ້ແມ່ນປະກອບ
ດ້ວຍທ່ານນວນເຈຍ ຊຶ່ງເປັນຮອງທ່ານໂປນປົດ ຜູ້ນຳຂອງກຸ່ມຂະເໝນແດງ ທ່ານຂຽວສຳ
ພັນປະມຸກຂອງປະເທດ ທ່ານອຽງຊາຣີ ລັດຖະມົນຕີການຕ່າງປະເທດແລະທ່ານນາງອຽງ
ທິຣິດ ລັດຖະມົນຕີກິດຈະການສັງຄົມ.

ບຸກຄົນທັງ 4 ຕ່າງກໍໄດ້ປະຕິເສດການກ່າວຫາຕ່າງໆຕໍ່ພວກເຂົາເຈົ້າ.

ຈຳເລີຍທີ່ມີອາຍຸນ້ອຍທີ່ສຸດແມ່ນ 79 ປີ ແລະການແກ່ຍາວເວລາອອກໄປຫຼາຍສໍ່າໃດກໍຍິ່ງ
ຈະເຮັດມີໂອກາດຫຼາຍຂຶ້ນທີ່ວ່າ ບັນຫາສຸຂະພາບຂອງພວກຈຳເລີຍ ຈະລົບກວນການດຳ
ເນີນຄະດີ.

ນາງ Duffy ກ່າວວ່າ ນັ້ນອາດໄດ້ເປັນເລື່ອງສຳຄັນທີ່ສຸດຢູ່ໃນຄວາມຄິດຂອງສານ. ສານ
ນາໆຊາດອື່ນໆເຄີຍພົບເຫັນວ່າ ມີຈຳເລີຍທີ່ສູງອາຍຸເສຍຊີວິດມາແລ້ວໃນລະຫວ່າງການ
ດຳເນີນຄະດີໂດຍທີ່ຍັງບໍ່ທັນໄດ້ອອກຄຳພິພາກສາເທື່ອ. ຜູ້ທີ່ມີ​ຊື່​ສຽງ​ເປັນ​ທີ່​ຮູ້ຈັກ​ກັນ​ດີທີ່
ສຸດ​ໃນ​ນັ້ນກໍແມ່ນອະດີດຜູ້ນຳຂອງເຊີເບຍທ່ານ Slobodan Milosevic ທີ່ໄດ້ເສຍຊີວິດ
ໃນປີ 2006 ຂະນະທີ່ພວມຖືກດຳເນີນຄະດີ ໂດຍສານອາຍານາໆຊາດ ສຳລັບອະດີດປະ
ເທດຢູໂກສະລາເວຍ. ນາງ Duffy ກ່າວກ່ຽວກັບເລື່ອງນີ້ວ່າ:

“ສິ່ງທີ່ພວກເຮົາໄດ້ເຫັນຜ່ານ​ມາກໍຄືຜູ້ທີ່ສູງອາຍຸຫຼື​ເຈັບປ່ວຍທີ່​ຖືກຟ້ອງ​ຮ້ອງນັ້ນ
ເສຍຊີວິດ​ໄປໃນລະຫວ່າງການພິຈາລະນາຄະດີ ທີ່ດໍາ​ເນີນ​ໄປ​ປີ​ແລ້ວ​ປີ​ເຫລົ່າ
ຊຶ່ງໄດ້ມີການລົງທຶນ ເປັນຈຳນວນຫຼວງຫຼາຍ ໃນທຸກລະດັບຂອງຄະດີເຫຼົ່ານັ້ນ. ດັ່ງນັ້ນຂ້ອຍຈຶ່ງຢາກຈະເວົ້າວ່າ ນຶ່ງໃນບັນດາເຫດຜົນສຳຄັນກໍອາດຈະແມ່ນວ່າ ພະຍາຍາມຫຼີກເວັ້ນເລື່ອງດັ່ງກ່າວບໍ່ໃຫ້ເກີດຂຶ້ນ ຖ້າເປັນໄປໄດ້.”

ບໍ່ແມ່ນໝົດທຸກໆຄົນມີຄວາມເພິ່ງພໍໃຈກ່ຽວກັບການຕັດສິນໃຈທີ່ວ່ານີ້. ການດຳເນີນຄະດີ
ຂັ້ນທຳອິດຈຳນວນນຶ່ງຈະແມ່ນກ່ຽວກັບຂໍ້ຫາກໍ່ໂທດກຳຕ້ານມະນຸດຊາດແຕ່ຈະບໍ່ກວມເອົາ
ຂໍ້​ຫາ​ກໍ່​ອາ​ຊະ​ຍາ​ກໍາດັ່ງກ່າວທີ່ພົວພັນກັບການ​ປະ​ຫັດ​ປະຫານ​ບົນ​ພື້ນຖານ​ຂອງສາສະໜາ.

ນອກນັ້ນແລ້ວການດຳເນີນຄະດີຂັ້ນທຳອິດຍັງຈະບໍ່ພິຈາລະນາເບິ່ງຂໍ້ຫາກ່ຽວກັບອາຊະຍາ
ກຳສົງຄາມຫຼືຂໍ້ຫາຂ້າລ້າງເຊື້ອຊາດເຜົ່າພັນ ຊຶ່ງຕາມເນື້ອຫາຂອງກຳປູເຈຍແລ້ວແມ່ນໝາຍ ເຖິງການສັງຫານຊາວຈາມທີ່ເປັນມຸສລິມແລະຊາວຫວຽດນາມກຸ່ມນ້ອຍໂດຍພວກຂະເໝນ
ແດງ. ຂໍ້ຫາ​ເຫລົ່າ​ນັ້ນທັງໝົດຈະມີການຟ້ອງຮ້ອງຕາມພາຍຫຼັງລຸນຫຼັງທີ່ການດຳເນີນຄະດີ
ຂັ້ນຕົ້ນສິ້ນສຸດລົງ.

ການ​ຕັດສິນ​ໃຈ​ດັ່ງກ່າວ ບໍ່ແມ່ນສິ່ງທີ່ດີທີ່ສຸດ ແຕ່ສານກໍມີທາງເລືອກນ້ອຍຫລາຍ. ຈຳເລີຍ
ບາງຄົນ​ ແມ່ນ​ກໍາລັງ​ເຈັບປ່ວຍຢູ່ໃນເວລານີ້ ທັງ​ໝົດ​ແມ່ນເຖົ້າແກ່ແລ້ວ ແລະເວລາກໍກຳລັງ
ຜ່ານ​ໄປຢ່າງໄວເພື່ອໃຫ້ສານລົງໂທດພວກກະທຳຜິດໃນເວລາທີ່ຍັງເຫຼືອຢູ່ຢ່າງຈຳກັດນັ້ນ.

XS
SM
MD
LG