ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປະຊາ​ຄົມ ​ອາ​ເມຣິກັນ ເຊື້ອສາຍກຳປູເຈຍ​ ​ປະ​ທ້ວງ​ ການມາຢ້ຽມຢາມ ຂອງທ່ານ Manet ​


ພົນ​ໂທ Hun Manet ໃຫ້ສຳພາດພິເສດ ກັບພະແນກພາສາຂະເໝນຂອງ VOA.
ພົນ​ໂທ Hun Manet ໃຫ້ສຳພາດພິເສດ ກັບພະແນກພາສາຂະເໝນຂອງ VOA.

ພົນ​ໂທ Hun Manet ລູກ​ຊາຍ​ກົກ ຂອງ​ນາຍົກລັດຖະມົນຕີ Hun Sen ​ໄດ້ມ້ວນທ້າຍ​ ສະ ຫຼຸບ ​ການ​ຢ້ຽມຢາມ​ສະຫະລັດເປັນ​ເວລາ 10 ມື້ ​ໃນສັບ​ປະດາ​ນີ້ ທ່າມກາງ​ການ​ປະ​ທ້ວງ ຂອງ​ຊາວ​ອາ​ເມຣິກັນ​ເຊື້ອສາຍ​ກຳ​ປູ​ເຈຍ ທີ່ພາກັນອອກ​ມາ​ປະ​ທ້ວງ​ຕາມ​ຖະໜົນ​ຫົນທາງ​ ຊຶ່ງ​ເຮັດ​ໃຫ້​ມີ​ການ​ແຕກ​ແຍກ​ເພີ້​ມຂຶ້ນ ​ໃນ​ໝູ່ປະຊາ​ຄົມ​ດັ່ງກ່າວ​ແບບທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ.

ພົນ​ໂທ Manet ​ແມ່ນ​ຖື​ກກົດ​ດັນ​ໃຫ້​ຖອນ​ຕົວ​ອອກ​ຈາກຂະ​ບວນ​ແຫ່ສວນສະໜາມໃນພິທີ ສະ​ເຫຼີ​ມສະຫຼອງກຸດ​ສົງການ​ປີ​ໃໝ່​ໃນ​ເມືອງ Long Beach ຊຶ່ງ​ນັ້ນ​ແມ່ນ​ສະຖານ​ທີ່​ທຳ​ອິດ ຂອງ​ການ​ຢ້ຽມຢາມ​ສະຫະລັດ​ຂອງ​ທ່ານ ທີ່​ໄດ້​ປະ​ເຊີນ​ກັບ​ພວກ​ປະ​ທ້ວງ ​ແບບຊຶ່ງ​ໆໜ້າ.

ປະຊາຄົມກຳປູເຈຍອາເມຣິກັນ ປະທ້ວງຕໍ່ການມາຢ້ຽມຢາມ ຂອງທ່ານພົນໂທ Hun Manet, ຮອງປະທານປະສານງານຮ່ວມຂອງກອງທັບອາກາດແຫ່ງຣາຊອານາຈັກ, ທີ່ ເມືອງ Long Beach, California, 9 ເມສາ, 2016.
ປະຊາຄົມກຳປູເຈຍອາເມຣິກັນ ປະທ້ວງຕໍ່ການມາຢ້ຽມຢາມ ຂອງທ່ານພົນໂທ Hun Manet, ຮອງປະທານປະສານງານຮ່ວມຂອງກອງທັບອາກາດແຫ່ງຣາຊອານາຈັກ, ທີ່ ເມືອງ Long Beach, California, 9 ເມສາ, 2016.

ທ່ານ Khim Any Yorn ຜູ້​ປະ​ທ້ວງ​ຄົນ​ນຶ່ງ​ໃນ​ຂະ​ບວນ​ແຫ່ເມື່ອ​ວັນ​ທີ 10 ​ເມສາ​ຜ່ານ​ມາ​ນີ້ໄດ້ ​ກ່າວ​ວ່າ “ຂ້າພະ​ເຈົ້າ​ອອກ​ມາ​ປະ​ທ້ວງ​ນີ້ ກໍ​ຍ້ອນຂ້າພະ​ເຈົ້າ​ບໍ່ພໍ​ໃຈ ​ກັບທ່ານ Hun Sen ​ແລະ​ທ່ານ Hun Manet ທີ່​ໄດ້​ລ່ວງ​ລະ​ເມີດ​ແລະເຂັນຂ້າ​ປະຊາຊົນກຳປູເຈຍ, ຂາຍ​ດິນ​ໃຫ້​ແກ່​ຫວຽດນາມ ​ແລະ​ຂາຍ​ຈິດ​ສຳນຶກ​ຂອງ​ພວກ​ເຂົາ​ເຈົ້າ. ພວກ​ເຮົາ​ບໍ່​ດີ​ໃຈ ທີ່​ຈະ​ໃຫ້​ທ່ານ​ເຂົ້າ​ຮ່ວມ​ໃນ​ການຂະ​ບວນ​ແຫ່ສະ​ເຫຼີ​ມສະຫຼອງ​ຄັ້ງ​ນີ້ ​ໃນ​ສະຫະລັດ ​ເພາະ ວ່າ ນີ້​ແມ່ນ​ດິນ​ແດນ​ປະຊາທິປະ​ໄຕ ​ແລະ​ວ່າ​ມື​ຂອງ​ທ່ານ​ໄດ້​ເປິະ​ເປື້ອນ​ໄປດ້ວຍ​ເລືອດ ຂອງ ປະຊາຊົນ​ກຳປູ​ເຈຍ ​ເພາະສະ​ນັ້ນ ພວກ​ເຮົາບໍ່ຂໍ​ຕ້ອນຮັບ​ຜູ້ກ່ຽວ.”

ມີ​ພວກ​ປະ​ທ້ວງຫຼາຍໆ​ຄົນ​ເຫັນ​ດີ​ເຫັນ​ພ້ອມ​ກັບ​ຄວາມ​ເຫັນ​ຂອງ​ທ່ານ Any Yorn.

ປ້າຍປະທ້ວງການມາຢ້ຽມຢາມ ຂອງທ່ານພົນໂທ Hun Manet, ຮອງປະທານປະສານ ງານຮ່ວມຂອງກອງທັບອາກາດແຫ່ງຣາຊອານາຈັກ, ທີ່ ເມືອງ Long Beach, California, 9 ເມສາ, 2016.
ປ້າຍປະທ້ວງການມາຢ້ຽມຢາມ ຂອງທ່ານພົນໂທ Hun Manet, ຮອງປະທານປະສານ ງານຮ່ວມຂອງກອງທັບອາກາດແຫ່ງຣາຊອານາຈັກ, ທີ່ ເມືອງ Long Beach, California, 9 ເມສາ, 2016.

ທ່ານ Kheng Song ​ໄດ້​ກ່າວ​ວ່າ “ຂ້ອຍ​ແມ່ນ​ບໍ່​ສະໜັບສະໜຸນ​ໃຫ້​ຜູ້ແທນຂອງລັດ​ຖະບານ ເຂົ້າ​ຮ່ວມ​ໃນ​ການ​ແຫ່​ຂະ​ບວນສະ​ເຫຼີ​ມສະຫຼອງນີ້ ຊຶ່ງ​ທຸກໆຄົນ​ກໍ​ຊາບ​ດີຢູ່​ແລ້ວ​ວ່າ ອຳນາດ​ການ​ປົກຄອງນີ້​ແມ່ນ​ຜະ​ເດັດ​ການ.”

ພວກ​ປະ​ທ້ວງ​ທັງຫຼາຍ ຕ່າງ​ກໍ​ພາກັນ​ຖື​ປ້າຍທີ່​ມີ​ຄຳຂວັນ ຕໍ່ຕ້ານ​ທ່ານ Hun Sen ດ້ວຍຂໍ້ ຄວາມ​ຕ່າງໆ​ນາໆ ທີ່​ຕໍ່ຕ້ານ​ການ​ຍຶດ​ເອົາທີ່​ດິນ​ຂອງ​ປະຊາຊົນ ການ​ສໍ້​ລາດ​ບັງ​ຫຼວງ ​ແລະ​ການຕັດ​ໄມ້​ທຳລາຍ​ປ່າ ​ເປັນ​ຕົ້ນ.

ເຊີນທ່ານອ່ານຂ່າວນີ້ເພີ້ມຕື່ມ ໃນພາສາອັງກິດ

XS
SM
MD
LG