ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກຳປູເຈຍຈະສ້າງສວນ ອິດສະຫລະພາບ


ແຜນທີ່ ກຳປູເຈຍ
ແຜນທີ່ ກຳປູເຈຍ

ກຳປູເຈຍ ຈະສ້າງຕັ້ງ ຕາໜ່າງສວນ ອິດສະຫລະພາບຂຶ້ນ ໃນທົ່ວປະເທດ ບ່ອນທີ່ປະຊາຊົນ ສາມາດສະແດງອອກ ຊຶ່ງຄວາມຄິດຄວາມເຫັນ ຂອງພວກເຂົາເຈົ້າ ໄດ້ຢ່າງເສລີ ຕາບໃດທີ່ ພວກເຂົາເຈົ້າ ພາກັນສະແດງ ຄວາມເຫັນເຫຼົ່ານີ້ ໃນລະຫວ່າງ 6 ໂມງເຊົ້າ ຫາ 6 ໂມງແລງ.

ເຈົ້າໜ້າທີ່ ກະຊວງພາຍໃນ ຂອງກຳປູເຈຍ ກ່າວໃນມື້ວັນຈັນ ວານນີ້ວ່າ ຕົນພວມຊອກຫາ ສະຖານທີ່ ທີ່ຈະສ້າງ ສວນອິດສະຫລະພາບຂຶ້ນ ໃນທຸກໆແຂວງ ແລະທຸກໆເມືອງ. ການໂຮມຊຸມນຸມປະທ້ວງ ຢູ່ໃນສວນດັ່ງກ່າວນີ້ ຈະຈຳກັດ​ ໃຫ້ແຕ່ພຽງ 200 ຄົນ.

ອົງການຂ່າວຝຣັ່ງ ໄດ້ອ້າງຄຳເວົ້າ ຂອງບັນດາ ກຸ່ມປົກປ້ອງ ສິດທິມະນຸດ ໃນເຂດທ້ອງຖິ່ນ ທີ່ກ່າວວ່າ ພວກຕົນຢ້ານວ່າ ສວນອິດສະຫລະພາບນີ້ ຈະຖືກໃຊ້ເປັນບ່ອນ ຫຼຸດຜ່ອນ ການປະທ້ວງລົງ ໂດຍເຮັດໃຫ້ ມີຂະໜາດນ້ອຍລົງ ແລະສ້າງ​ຂຶ້ນ​ຢູ່ບ່ອນ​ຫ່າງໄກ ຈາກສາຍຕາ ຂອງສາທາລະນະຊົນ.

XS
SM
MD
LG