ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກະສັດສີຫາໂມນີ ແລະນາຍົກ ລມຕ ຝຣັ່ງ ຮ່ວມກັນທໍາພິທີ ໄຂວັດເກົ່າແຫ່ງນຶ່ງ ໃນກໍາປູເຈຍ


ວັດພະພວນ (Baphuon) ໃນບໍລິເວນອັງກໍວັດທີ່ກໍາປູເຈຍ
ວັນທີ 3 ກໍລະກົດ 2011
ວັດພະພວນ (Baphuon) ໃນບໍລິເວນອັງກໍວັດທີ່ກໍາປູເຈຍ ວັນທີ 3 ກໍລະກົດ 2011


















ກະສັດ​ໂນ​ໂຣດົມ ​ສີ​ຫາ​ໂມ​ນີ ​ແຫ່ງ​ກໍາປູ​ເຈຍ​ແລະ​ທ່ານ Francois Fillon ນາຍົກລັດ
ຖະມົນຕີຝຣັ່ງ​ ໄດ້​ເຂົ້າ​ຮ່ວມ​ໃນ​ພິທີ​ໄຂ​ວັດ​ເກົ່າ​ແຫ່ງນຶ່ງ​ ​ທີ່​ບູຮານ​ນະ​ສະຖານທີ່​ມີ​ຊື່​ສຽງ​
ກ້ອງ​ໂລກໃນ​ພາກຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ກໍາປູ​ເຈຍ.

ວັດ​ພະ​ພວນ​ຈາກສະ​ໄໝ​ສັດຕະວັດ​ທີ 11 ທີ່​ບໍລິ​ເວນ​ອັງ​ກໍ​ວັດ ​ໄດ້​ໄຂໃຫ້​ຜູ້​ຄົນເຂົ້າ​ຊົມ​
ໄດ້​ ໃນ​ວັນ​ອາທິດ​ວານ​ນີ້ ຫລັງ​ຈາກເສັດ​ສິ້ນ​ການ​ບູລະນະ​ສ້ອມ​ແປງ​ຄືນ​ໃໝ່​ທີ່​ດໍາ​ເນີນ
ມາ​ເປັນ​ເວລາ​ຫລາຍ​ທົດ​ສະ​ວັດ. ວັດ​ແຫ່ງ​ນີ້​ເກືອບ​ວ່າ​ເພພັງ​ໄປ​ໝົດ​ແລ້ວ ກ່ອນ​ການ​ບູ
ລະນະ​ສ້ອມ​ແປງ​ເລີ້ມ​ຄືນ​ໃໝ່​ໃນ​ຊຸມ​ປີ 1960 ​ແຕ່​ການ​ສ້ອມ​ແປງ​ຄືນ​ໃໝ່​ນັ້ນ​ໄດ້ຢຸດ​ສະ
ງັກລົງ​ ໃນ​ລະຫວ່າງ​ສົງຄາມ​ກາງ​ເມືອງ​ໃນ​ຊຸມ​ປີ 1970 ນັ້ນ.

ລັດຖະບານ​ຝຣັ່ງ​ໄດ້​ເປັນ​ຜູ້​ອອກ​ຄ່າ​ໃຊ້​ຈ່າຍ​ສໍາລັບເລີ້ມ​ຕົ້ນໂຄງການ​ບູລະນະ​ສ້ອມ​ແປງ
ຄືນ​ໃໝ່​ ​ໃນ​ປີ 1995 ນັ້ນ. ທາດພະ​ພວນ ທີ່​ເປັນ​ຮູບ​ປີຣາມິດ ມີ​ລວງສູງ​ປະມານ 50
ແມັດ​ຈາກ​ໜ້າດິນ​ ແລະ​ລວງ​ຍາວ​ປະມານ 120 ​ແມັດ.

ນາຍົກລັດຖະມົນຕີຝຣັ່ງ​ເດີນທາງ​ໄປ​ຮອດ​ກໍາປູ​ເຈຍ​ໃນ​ວັນ​ເສົາ​ຜ່ານ​ມາ​ນີ້ ເພື່ອ​ຢ້ຽມຢາມ
ເປັນ​ເວລາ 2 ມື້​ ທີ່​ມີ​ວັດຖຸ​ປະສົງ​ເພື່ອ​ສົ່ງ​ເສີມ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ​ແລະ​ການຮ່ວມ​
ໄມ້​ຮ່ວມ​ມື​ກັນ​ໃນ​ພາກສ່ວນ​ອື່ນໆ​ອີກ. ທ່ານ Fillon ​ໄດ້​ພົບ​ປະ​ກັບ​ນາຍົກລັດຖະມົນຕີ
ຮຸນ​ແຊນ ​ແລະອະດີດກະສັດ​ໂນ​ໂຣດົມ​ສີຫະ​ນຸ​ແຫ່ງ​ກໍາປູ​ເຈຍ ນໍາ. ກໍາປູ​ເຈຍເຄີຍເປັນ​ອະ
ນາ​ນິຄົມ​ຂອງຝຣັ່ງ​ ເປັນ​ເວລາ 90 ປີ ​ກ່ອນ​ໄດ້​ຮັບ​ເອກະລາດ​ໃນ​ປີ 1953.

XS
SM
MD
LG