ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວບ້ານກຳປູເຈຍ ປະທ້ວງການຕັດໄມ້ ທຳລາຍປ່າ


ພະສົງຊິດນໍ້າມົນໃສ່ພວກຊາວບ້ານ ທີ່ທໍາການປະທ້ວງ ຢູ່ຕໍ່ໜ້າພະລາດຊະວັງຫລວງ ໃນນະຄອນຫລວງ
ພະນົມເປັນ, ວັນພະຫັດ ທີ 18 ສິງຫາ 2011. ພວກຊາວບ້ານພາກັນໂຮມຊຸມນຸມ ແລະນັ່ງພາວະນາໄຫວ້ວອນ ຂໍໃຫ້ປ່າໄມ້ຂອງເຂົາເຈົ້າ ຢ່າໄດ້ຖືກທໍາລາຍ ໂດຍຮຽກຮ້ອງລັດຖະບານ ຢ່າໄດ້ໃຫ້ສໍາປະທານເຂດປ່າໄມ້ Pr
ພະສົງຊິດນໍ້າມົນໃສ່ພວກຊາວບ້ານ ທີ່ທໍາການປະທ້ວງ ຢູ່ຕໍ່ໜ້າພະລາດຊະວັງຫລວງ ໃນນະຄອນຫລວງ ພະນົມເປັນ, ວັນພະຫັດ ທີ 18 ສິງຫາ 2011. ພວກຊາວບ້ານພາກັນໂຮມຊຸມນຸມ ແລະນັ່ງພາວະນາໄຫວ້ວອນ ຂໍໃຫ້ປ່າໄມ້ຂອງເຂົາເຈົ້າ ຢ່າໄດ້ຖືກທໍາລາຍ ໂດຍຮຽກຮ້ອງລັດຖະບານ ຢ່າໄດ້ໃຫ້ສໍາປະທານເຂດປ່າໄມ້ Pr

ໃນວັນພະຫັດມື້ນີ້ ຊາວບ້ານກຳປູເຈຍ 100 ກວ່າຄົນໄດ້ພາກັນນຸ່ງເຄື່ອງເປັນໂຕປະກອບ
ໃນຮູບເງົາເລື່ອງ Avatar ທີ່ໄດ້ຮັບຄວາມນິຍົມສູງເພື່ອປະທ້ວງຕໍ່ອັນທີ່ພວກເຂົາເຈົ້າເອີ້ນ
ວ່າການທຳລາຍປ່າໄມ້ສີຂຽວ ທີ່ຍັງຫຼົງເຫຼືອຢູ່ຫລາຍທີ່ສຸດ ໃນເຂດຮາບຕໍ່າຂອງເອເຊຍຕາ
ເວັນອອກສຽງໃຕ້.

ພວກຊາວບ້ານທີ່ແຕ້ມໜ້າດ້ວຍສີຂຽວແລະສີຟ້າໄດ້ພາກັນໂຮມຊຸມນຸມປະທ້ວງຢູ່ຕໍ່ໜ້າພະ ລາດຊະວັງຫຼວງໃນນະຄອນຫຼວງພະນົມເປັນແລະຫຼັງຈາກນັ້ນກໍພາ ກັນແຍກຍ້າຍໄປຢາຍ
ໃບປິວໃນທົ່ວໂຕເມືອງ. ຕຳຫຼວດໄດ້ຈັບກຸມພວກປະທ້ວງ ຫຼາຍສິບຄົນ ແຕ່ໄດ້ປ່ອຍພວກ
ກ່ຽວໃນເວລາຕໍ່ມາໂດຍບໍ່​ໄດ້ຕັ້ງຂໍ້ຫາ​ໃດໆ.

ພວກຊາວບ້ານຈຸນີ້ເວົ້າວ່າ ມີປະມານ 200,000 ຄົນທີ່ກາງຕໍ່ອາໄສປ່າໄມ້ Prey Lang ໃນການດຳລົງຊີວິດຂອງພວກເຂົາເຈົ້າ. ແຕ່ພວກເຂົາເຈົ້າເວົ້າວ່າ ປ່າໄມ້ດັ່ງກ່າວນີ້ພວມໄດ້
ຮັບການຂົ່ມຂູ່ເພີ່ມຂຶ້ນຈາກການລັກລອບຕັດໄມ້ເຖື່ອນ ແລະການບຸກລຸກຂອງບໍລິສັດປູກຕົ້ນ
ຢາງ ແລະບໍລິສັດບໍ່ແຮ່. ພວກປະທ້ວງໄດ້ສົມທຽບຕົນ​ເອງ ໃສ່ພວກຄົນປ່າໃນຮູບເງົາເລື່ອງ
Avatar ທີ່ໄດ້ທຳການຕໍ່ສູ້ເພື່ອປົກປ້ອງປ່າໄມ້ຈາກບັນດາບໍລິສັດທີ່ຂີ້ຕັກມັກໄດ້.

ປ່າໄມ້ Prey Lang ກວມພື້ນທີ່ປະມານ 3,600 ກິໂລແມັດມົນທົນ ຢູ່ໃນພາກເໜືອຂອງ
ກຳປູເຈຍແລະເປັນບ່ອນຢູ່ອາໄສຂອງພຶດແລະສັດທີ່ໃກ້ຈະສູນພັນຈຳນວນນຶ່ງ.

XS
SM
MD
LG