ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຫລາຍແຂວງຂອງກໍາປູເຈຍ ທີ່ຕິດກັບຊາຍແດນໄທ ປະສົບໄພນໍ້າຖ້ວມຢ່າງແຮງ


ເມືອງນຶ່ງໃນກໍາປູເຈຍ ທີ່ຖືກນໍ້າຝົນທີ່ໄຫລລົງມາຈາກພູ ຖ້ວມ. (ເດືອນກັນຍາ 2011)
ເມືອງນຶ່ງໃນກໍາປູເຈຍ ທີ່ຖືກນໍ້າຝົນທີ່ໄຫລລົງມາຈາກພູ ຖ້ວມ. (ເດືອນກັນຍາ 2011)

ຫລາຍໆແຂວງຂອງກໍາປູເຈຍທີ່ຕິດກັບເຂດຊາຍແດນໄທ ປະສົບໄພນໍ້າຖ້ວມຢ່າງແຮງ ເວລານໍ້າຝົນໄຫລລົງມາຈາກພູທີ່ຢູ່ໄກ້ຄຽງແຫ່ງນຶ່ງ.

ນໍ້າຝົນຈາກພູ Dang Rek ໄດ້ຖ້ວມຢ່າງໜ້ອຍສີ່ເມືອງໃນແຂວງສຽມຣຽບ ເມື່ອວັນເສົາຜ່ານ
ມາ ກ່ອນຈະໄຫຼໄປຖ້ວມເມືອງບັດຕໍາບອງ ໃນມື້ວັນຈັນ ແລະແຂວງ Oddar Meanchey ບ່ອນທີ່ມີຝົນຕົກໜັກຢູ່ຕາມເຂດຊາຍແດນຕິດກັບໄທນັ້ນ ເຮັດໃຫ້ສະພາບການຮ້າຍແຮງລົງ ໄປຕື່ມອີກ.

ພວກຊາວເມືອງສຽມຣຽບ ພາກັນຍ່າງ ແລະຂີ່ລົດຈັກ ໄປຕາມຖະໜົນຫົນທາງທີ່ຖືກນໍ້າ
ຖ້ວມ ແລະພາກັນຕຶກປາຈາກຂົວ ບ່ອນທີ່ລະດັບນໍ້າໄດ້ລົ້ນຖ້ວມຂຶ້ນມາສູງ. ພວກເຈົ້າໜ້າ ທີ່ໄດ້ຈັດສົ່ງອຸບປະກອນໜັກໄປຊ່ວຍລະບາຍນໍ້າອອກ ຈາກຖະໜົນສາຍຕ່າງໆຢູ່ໃນຕົວ ເມືອງ

ເວລານີ້ ຍັງບໍ່ມີລາຍງານກ່ຽວກັບການບາດເຈັບລົ້ມຕາຍ ຫລືຄວາມເສຍຫາຍຮ້າຍແຮງ ແຕ່ປະການໃດ.

XS
SM
MD
LG