ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພັກລັດຖະບານ ກຳປູເຈຍ ຍື່ນຟ້ອງ ໃຫ້ຍຸບ ພັກຝ່າຍຄ້ານ


ພວກສະໜັບສະໜຸນ ພັກກູຸ້ຊາດກຳປູເຈຍ ຊຶ່ງເປັນພັກຝ່າຍຄ້ານ ໂຮມຊຸມນຸມປະທ້ວງ.
ພວກສະໜັບສະໜຸນ ພັກກູຸ້ຊາດກຳປູເຈຍ ຊຶ່ງເປັນພັກຝ່າຍຄ້ານ ໂຮມຊຸມນຸມປະທ້ວງ.

ລັດຖະບານກຳປູເຈຍ ພວມທຳການເຄື່ອນໄຫວ ທີ່ຈະຍຸບພັກຝ່າຍຄ້ານ ທີ່ໃຫຍ່ທີ່ສຸດ ຂອງປະເທດ.

ໂຄສົກ ຂອງກະຊວງພາຍໃນກຳປູເຈຍ ກ່າວວ່າ ພັກປະຊາຊົນກຳປູເຈຍ ຊຶ່ງເປັນພັກ ລັດຖະບານທີ່ປົກຄອງປະເທດຢູ່ໃນເວລານີ້ໄດ້ຍື່ນສຳນວນຟ້ອງຕໍ່ສານສູງສຸດໂດຍມີ
ຈຸດປະສົງເພື່ອຢາກໃຫ້ຍຸບ ພັກກູ້ຊາດກຳປູເຈຍ. ພັກລັດຖະບານ ກ່າວອ້າງວ່າ ພັກກູ້
ຊາດໄດ້ພົວພັນກັບການວາງແຜນທີ່ຈະໂຄ່ນລົ້ມລັດຖະບານ.

ເຄິ່ງນຶ່ງຂອງສະມາຊິກສະພາພັກຝ່າຍຄ້ານ ໄດ້ຫຼົບໜີອອກຈາກປະເທດໄປແລ້ວຫຼັງ ຈາກຜູ້ນຳຂອງພັກ ທ່ານ Kem Sokha ໄດ້ຖືກຈັບໃນເດືອນແລ້ວ ແລະຖືກກ່າວຫາ
ວ່າ ຂາຍຊາດ. ການຈັບທ່ານ Kem Sokha ມີຂຶ້ນທ່າມກາງການປາບປາມຄັ້ງໃຫຍ່
ຂອງລັດຖະບານຕໍ່ອົງການຂ່າວອິດສະຫຼະແລະບັນດາກຸ່ມປົກປ້ອງສິດທິມະນຸດ.

ໜັງສືພິມ Cambodia Daily ຊຶ່ງເປັນນຶ່ງ ໃນບັນດາໜັງສືພິມທີ່ເປັນອິດສະຫຼະ ກຸ່ມ
ສຸດທ້າຍທີ່ຍັງເຫຼືອຢູ່ ໄດ້ຖືກປິດລົງ ຫຼັງຈາກໄດ້ຮັບໃບສັ່ງຈ່າຍຄ່າພາສີເປັນຈຳນວນ
ເງິນຫຼວງຫຼາຍທີ່ຍັງຄ້າງຄາ ທີ່ຜູ້ພິມເວົ້າວ່າ ເປັນຂອງປອມນັ້ນ.

ພວກນັກສັງເກດການກ່າວວ່າ ການປາບປາມນີ້ແມ່ນເປັນທີ່ປາກົດວ່າເປັນຄວາມພະ
ຍາຍາມ ຂອງນາຍົກລັດຖະມົນຕີຮຸນເຊນທີ່ຈະປິດທຸກກະບອກສຽງຄັດຄ້ານກ່ອນໜ້າ
ການເລືອກຕັ້ງໃນປີໜ້າ ທີ່ແນໃສ່ເພື່ອແກ່ຍາວອອກໄປຕື່ມອີກ ການກຳອຳນາດເປັນ
ເວລາສາມທົດສະວັດຂອງທ່ານ.

ລັດຖະບານທ່ານຮຸນເຊນ ເກືອບເສຍໄຊ ໃນການເລືອກຕັ້ງແຫ່ງຊາດ ປີ 2013 ແລະ
ການສະໜັບສະໜຸນພັກຝ່າຍຄ້ານກຳລັງມີເພີ້ມຂຶ້ນໂດຍສະເພາະໃນໝູ່ພວກຊາວກຳ
ປູເຈຍທີ່ຍັງໜຸ່ມນ້ອຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG