ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໒ ມັງກອນ ໒໐໒໕

ຕຳຫຼວດຈັບມືປືນທີ່ສົງໄສວ່າ ໄດ້ຍິງສັງຫານ ອະດີດສະມາຊິກສະພາຝ່າຍຄ້ານຂອງກຳປູເຈຍ ໃນບາງກອກ


ສະມາຊິກ​ຂອງ​ກົມ​ສືບສວນ​ກາງ (CIB) ຢືນ​ຢູ່​ໃກ້​ກັບ​ບ່ອນ​ທີ່​ມີ​ລາຍ​ງານ​ວ່າ ສະມາຊິກ​ສະພາ​ກຳປູ​ເຈຍ​ຄົນ​ໜຶ່ງ​ຖືກ​ຍິງ, ຢູ່​ບາງກອກ​ໃນ​ວັນ​ທີ 7 ມັງກອນ 2025.
ສະມາຊິກ​ຂອງ​ກົມ​ສືບສວນ​ກາງ (CIB) ຢືນ​ຢູ່​ໃກ້​ກັບ​ບ່ອນ​ທີ່​ມີ​ລາຍ​ງານ​ວ່າ ສະມາຊິກ​ສະພາ​ກຳປູ​ເຈຍ​ຄົນ​ໜຶ່ງ​ຖືກ​ຍິງ, ຢູ່​ບາງກອກ​ໃນ​ວັນ​ທີ 7 ມັງກອນ 2025.

ຕໍາຫຼວດຈັບມືປືນທີ່ສົງໄສວ່າ ໄດ້ສັງຫານອະດີດສະມາຊິກຝ່າຍຄ້ານກຳປູເຈຍ ຢູ່ໃຈກາງບາງກອກ ໄດ້ແລ້ວ ຫຼັງຈາກນໍາຈັບມາເປັນເວລາ 1 ວັນ ຕາມການເປີດເຜີຍຂອງເຈົ້າໜ້າທີ່ໄທເມື່ອວັນພຸດທີ່ຜ່ານມາ ອີງຕາມລາຍງານຂອງອົງການຂ່າວເອພີ ແລະຣອຍເຕີສ.

ທ່ານ ລິມ ກິມຍາ ອະດີດສະມາຊິກສະພາແຫ່ງຊາດກຳປູເຈຍ ອາຍຸ 74 ປີ ເດີນທາງຈາກກຳປູເຈຍມາຍັງປະເທດໄທເມື່ອຕອນສວຍຂອງວັນອັງຄານຜ່ານມາ ພ້ອມກັບພັນລະຍາ ແລະ ນ້ອງ ບໍ່ພໍເທົ່າໃດຊົ່ວໂມງກ່ອນຖືກສັງຫານ ໂດຍມືປືນໄດ້ຍິງໃສ່ 3 ນັດ ເມື່ອວັນອັງຄານຜ່ານມາ ຢັ້ງຢືນຈາກການເປີດເຜີຍຂອງຕຳຫຼວດທີ່ບໍ່ປະສົງເປີດເຜີຍຊື່ ດ້ວຍເຫດຜົນທີ່ວ່າ ບໍ່ໄດ້ຮັບອະນຸຍາດໃຫ້ອອກມາໃຫ້ຂໍ້ມູນກັບນັກຂ່າວ.

ທ່ານ ລິມ ກິມຍາ ຖືສັນຊາດກໍາປະເຈຍແລະຝຣັ່ງ ເປັນສະມາຊິກພັກກູ້ຊາດຂອງກຳປູເຈຍ(Cambodia National Recuse Party) ຫຼື CNRP ຊຶ່ງເປັນພັກຝ່າຍຄ້ານທີ່ໄດ້ຮັບຄວາມນິຍົມຢູ່ກຳປະເຈຍ ແລະພັກໄດ້ຖືກຍຸບກ່ອນການເລືອກຕັ້ງປີ 2018 ໃນຂໍ້ຫາວາງແຜນກະບົດ ຊຶ່ງທາງພັກໄດ້ປະຕິເສດຂໍ້ກ່າວຫານີ້.

ສານອາຍາຂອງໄທໄດ້ອອກໝາຍຈັບຜູ້ຊາຍອາຍຸ 41 ປີ ຄົນນຶ່ງ ທີ່ເຈົ້າໜ້າທີ່ຕຳຫຼວດ 3 ຄົນຢືນຢັນ ຊຶ່ງອົງການຂ່າວຣອຍເຕີສ ວ່າ ເປັນອະດີດທະຫານເຮືອ.

ພົນໂທ ສະຢາມ ບຸນສົມ ຫົວໜ້າກົມຕໍາຫຼວດນະຄອນບານຂອງໄທ ເປີດເຜີຍຕໍ່ອົງການຂ່າວຣອຍເຕິສ ວ່າ ຕຳຫຼວດໄທໄດ້ສົມທົບກັບຕຳຫຼວດກຳປູເຈຍ ຫຼັງຈາກຊອກຫາຜູ້ຕ້ອງສົງໄສເປັນມືປືນທີ່ໄດ້ສັງຫານ ທ່ານ ລິມ ກິມຍາ ຂ້າມຊາຍແດນໄປກໍາປູເຈຍແລ້ວ ກ່ອນທີ່ຕຳຫຼວດກຳປູເຈຍຈະຈັບໄດ້ຢູ່ທີ່ຊາຍແດນດັ່ງກ່າວ ແລະເຈົ້າໜ້າທີ່ໄທ ຈະຍື່ນຂໍສົ່ງຕົວຄົນຮ້າຍຂ້າມຊາຍແດນ ຊຶ່ງຊາຍຜູ້ນີ້ເປັນພົນລະເມືອງໄທ.

ກ່ອນໜ້ານີ້ ຫົວໜ້າກົມຕໍາຫຼວດນະຄອນບານໄດ້ບອກກັບອົງການຂ່າວເອພີ ວ່າ ການສືບສວນເບື້ອງຕົ້ນເຊື່ອວ່າ ມືປືນໄດ້ຮັບການວ່າຈ້າງໃຫ້ສັງຫານ ທ່ານ ລິມ ກິມຍາ ແລະ ພົບປະຫວັດຄະດີອາຊະຍາກຳທີ່ກ່ຽວຂ້ອງກັບເລື່ອງການເງິນຂອງຜູ້ຕ້ອງສົງໄສ ແຕ່ປະຕິເສດທີ່ຈະໃຫ້ຂໍ້ມູນເພີ່ມຕື່ມເນື່ອງຈາກການສືບສວນຍັງດຳເນີນຕໍ່ໄປຢູ່.

ອົງການຂ່າວເອພີລາຍງານວ່າ ຖະແຫຼງການຂອງສຳນັກງານຕຳຫຼວດແຫ່ງຊາດ ກຳປູເຈຍກ່າວວ່າ ມືປືນຜູ້ຕ້ອງສົງໄສຮູ້ຊື່ແມ່ນ ທ້າວ ເອກກະລັກ ແພນ້ອຍ ຊຶ່ງລົບໜີໄປກໍາປູເຈຍໄດ້ບໍ່ດົນ ຫຼັງຈາກໄດ້ສັງຫານທ່ານ ລິມ ກິມຍາ ແລະ ຖືກຈັບໄດ້ເມື່ອວັນພຸດຜ່ານມາທີ່ແຂວງ ພະຕະບອງ ທີ່ມີຊາຍແດນຕິດກັບປະເທດ ແລະ ມືປືນຄົນນີ້ ຈະຖືກສົ່ງຕົວກັບປະເທດຕາມຄໍາສະເໜີຂອງເຈົ້າໜ້າທີ່ໄທ.

ທາງດ້ານ ທ່ານ ໄບຣໂອນີ ເລົາ ຮອງຜູ້ອຳນວຍການອົງການສິດທິມະນຸດ ພາກພື້ນເອເຊຍ HUMAN RIGHT WACTH ອອກຖະແຫຼງການທີ່ກ່າວວ່າ “ເຈົ້າໜ້າທີ່ໄທຄວນສອບສວນແລະດຳເນີນຄະດີກັບຜູ້ທີ່ມີສ່ວນຮັບຜິດຊອບໂດຍທັນທີ” ແລະ “ລັດຖະບານກຳປູເຈຍໄດ້ຂົ່ມຂູ່ ສອດແນມ ແລະ ຄຸກຄາມອະດີດສະມາຊິກພັກ CNRP ລວມເຖິງຜູ້ທີ່ລີ້ໄພໃນປະເທດເພື່ອນບ້ານເຊັ່ນໄທດ້ວຍເຊັ່ນກັນ.”

ດ້ານເຈົ້າໜ້າທີ່ໄທ ໃຫ້ຄຳໝັ້ນສັນຍາວ່າ ຈະມີ “ການສືບສວນຢ່າງທົ່ວເຖິງແລະເຕັມຮູບແບບ” ຕາມການເປີດເຜີຍຂອງໂຄສົກກະຊວງການຕ່າງປະເທດຂອງໄທຍ ທ່ານ ນິກອນເດດ ພະລາງກູນ.

ໂຄສົກລັດຖະບານກໍາປູເຈຍ ທ່ານ ເປນ ໂບນາ ກ່າວວ່າ ການສັງຫານອະດີດສະມາຊິກພັກຝ່າຍຄ້ານກຳປູເຈຍ ເປັນເລື່ອງຂອງທາງເຈົ້າໜ້າທີ່ໄທ ແລະລັດຖະບານກຳປູເຈຍ ມັກຖືກກ່າວຫາໂດຍ “ກຸ່ມອຸດົມການຫົວຮຸນແຮງ” ຂອງຝ່າຍຄ້ານວ່າ ຢູ່ເບື້ອງຫຼັງເຫດການລັກສະນະນີ້.

ຂະນະທີ່ສະຖານທູດກໍາປູເຈຍ ແລະຝຣັ່ງບໍ່ໄດ້ຕອບກັບການຂໍຄວາມເຫັນຂອງອົງການຂ່າວຣອຍເຕີສ ໃນຊ່ວງເວລາທີ່ລາຍງານຂ່າວນີ້.

ທີ່ຜ່ານມາລັດຖະບານກຳປະເຈຍທີ່ນຳໂດຍພັກປະຊາຊົນຂອງກຳປູເຈຍ (Cambodian People’s Party) ຫຼື CPP ຫຼາຍກ່ວາ 4 ທົດສະວັດ ໄດ້ຄວບຄຸມບັນດາກຸ່ມຕໍ່ຕ້ານລັດຖະບານ ແລະບັນດານັກເຄື່ອນໄຫວທາງການເມືອງ ດ້ວຍການຕັດສິນລົງໂທດໃຫ້ຈໍາຄຸກນັກເຄື່ອນໄຫວ ແລະນັກການເມືອງ ແລະ ອີກຫຼາຍຮ້ອຍຄົນຕ້ອງລີ້ໄພການເມືອງ ໄປຕ່າງປະເທດຊຶ່ງລັດຖະບານກຳປູເຈຍ ປະຕິເສດເລື່ອງການຂົ່ມເຫັງລົງໂທດຜູ້ທີ່ມີຄວາມຄິດຄວາມເຫັນຕ່າງນັ້ນ ມາໂດຍຕະຫຼອດ.

ທັງນີ້ ທ່ານ ລິມ ກິມຍາ ບໍ່ແມ່ນສະມາຊິກຄົນສຳຄັນຂອງກຸ່ມເຄື່ອນໄຫວຝ່າຍຕໍ່ຕ້ານລັດຖະບານກຳປູເຈຍ ແລະທັງຕຳຫຼວດໄທ ແລະ ກຳປູເຈຍ ກ່າວວ່າ ຍັງຢູ່ລະຫວ່າງການຫາສາເຫດຈູງໃຈໃນການສັງຫານອະດີດ ສະມາຊິກສະພາ ທ່ານ ລິມ ກິມຍາ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG