ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເລືອກຕັ້ງ ກຳປູເຈຍ ແມ່ນເປັນການທົດສອບ ນາຍົກລັດຖະມົນຕີ


ນາຍົກລັດຖະມົນຕີ ກຳປູເຈຍ ທ່ານ ຮຸນ ເຊັນ ຈາກພັກ
ປະຊາຊົນ ກຳປູເຈຍ ສະແດງນິ້ວມືຖືກຈໍ້ານໍ້າມຶກຫຼັງຈາກ
ໄດ້ລົງຄະແນນສຽງໃນການປ່ອນບັດເລືອກຕັ້ງໃນເມືອງ Takhmua ແຂວງ Kandal ພາກຕາເວັນອອກສຽງໃຕ້ຂອງ ພະນົມເປັນ, ກຳປູເຈຍ. 4 ມິຖຸນາ, 2017.
ນາຍົກລັດຖະມົນຕີ ກຳປູເຈຍ ທ່ານ ຮຸນ ເຊັນ ຈາກພັກ ປະຊາຊົນ ກຳປູເຈຍ ສະແດງນິ້ວມືຖືກຈໍ້ານໍ້າມຶກຫຼັງຈາກ ໄດ້ລົງຄະແນນສຽງໃນການປ່ອນບັດເລືອກຕັ້ງໃນເມືອງ Takhmua ແຂວງ Kandal ພາກຕາເວັນອອກສຽງໃຕ້ຂອງ ພະນົມເປັນ, ກຳປູເຈຍ. 4 ມິຖຸນາ, 2017.

ປະຊາຊົນ ກຳປູເຈຍ ໄດ້ປ່ອນບັດຄະແນນສຽງໃນວັນອາທິດມື້ນີ້ ເພື່ອເລືອກເອົາເຈົ້າໜ້າ ທີ່ເມືອງຫຼາຍກວ່າ 12,000 ຄົນ, ແຕ່ການປ່ອນບັດກໍຍັງຖືກພິຈາລະນາວ່າ ເປັນການ
ປະເຊີນໜ້າ ລະຫວ່າງ ສອງພັກການເມືອງໃຫຍ່ ຖ່າມກາງໄພຂົ່ມຂູ່ຂອງສົງຄາມກາງ
ເມືອງ ແລະ ການປາບປາມ ກ່ຽວກັບ ການຄັດຄ້ານທາງການເມືອງ ກ່ອນການເລືອກຕັ້ງ
ແຫ່ງຊາດເຊິ່ງມີກຳນົດຈະຈັດຂຶ້ນກາງປີໜ້າ.

ນາຍົກລັດຖະມົນຕີ ທ່ານ ຮຸນເຊັນ ແລະ ພັກປະຊາຊົນ ກຳປູເຈຍຂອງທ່ານ ຫຼື CPP ເຊື່ອ
ວ່າການຢັ່ງຫາງສຽງຂອງສັງຄົມ ຈະໃຫ້ການທົດສອບເຖິງຄວາມນິຍົມຂອງພວກເຂົາເຈົ້າ, ເຊິ່ງໄດ້ຕົກຢູ່ພາຍໃຕ້ຄວາມກົດດັນຢ່າງຮຸນແຮງຈາກ ຄະແນນສຽງຂອງຊາວໜຸ່ມທີ່ຂະ
ຫຍາຍອອກຢ່າງໄວວາ ແລະ ການປ່ຽນແປງທັດສະນະຄະຕິ.

ພວກຜູ້ສະໜັບສະໜູນຝ່າຍຄ້ານ ພັກກູ້ໄພແຫ່ງຊາດ ກຳປູເຈຍ ຫຼື CNRP ໄດ້ຮັບການ
ສະໜັບສະໜູນໂດຍການຢືນຢັດຂອງພັກຂອງພວກເຂົາເຈົ້າ ໃນການເລືອກຕັ້ງແຫ່ງຊາດ
ໃນປີ 2013 ເມື່ອພັກ CPP ທີ່ກຳລັງປົກຄອງປະເທດຢູ່ ໄດ້ກຳອຳນາດຄືນ, ແຕ່ພ້ອມກັບ
ສຽງສ່ວນຫຼາຍຂອງພວກເຂົາເຈົ້າຖືກຫຼຸດລົງ 68 ຈາກ 90 ບ່ອນນັ່ງ, ໃນສະພາແຫ່ງຊາດ
ທີ່ມີທັງໝົດ 123 ບ່ອນນັ່ງ.

ພັກ CNRP ໄດ້ຮັບ 55 ບ່ອນນັ່ງ, ຊະນະທຸກໆພັກການເມືອງທີ່ນ້ອຍກວ່າ, ຫຼັງຈາກ
ຊາວໜຸ່ມຂອງ ກຳປູເຈຍ ໄດ້ເຂົ້າຫາພັກຝ່າຍຄ້ານ ແລະ ໄດ້ຮຽກຮ້ອງໃຫ້ມີການປ່ຽນແປງ. ປະຊາກອນ 70 ເປີເຊັນຂອງປະເທດນີ້ແມ່ນມີອາຍຸຕໍ່າກວ່າ 30 ປີ, ເປັນຜົນສືບທອດ
ມາຈາກຍຸກທີ່ມີການເກີດລູກຫຼາຍກວ່າປົກກະຕິຫຼັງສົງຄາມ.

ທ່ານ Bo pao, ຜູ້ບໍລິຫານອົງການການສຶກສາຊາວໜຸ່ມ ເພື່ອການພັດທະນາ ແລະ ສັນ
ຕິພາບ ຫຼື YEDP ໄດ້ກ່າວວ່າ ຄວາມແຕກຕ່າງລະຫວ່າງຄົນໜຸ່ມ ກັບ ຄົນແກ່ ແມ່ນກຳ
ລັງມີຫຼາຍຂຶ້ນ. ຜູ້ລົງຄະແນນສຽງທີ່ມີອາຍຸແກ່ກວ່າ ແມ່ນໄດ້ຮັບຄວາມສົນໃຈຕໍ່ຄວາມ
ປອດໄພທີ່ຖືກສະໜອງໃຫ້ໂດຍພັກ CPP, ເຊິ່ງໄດ້ສິ້ນສຸດສົງຄາມໃນປີ 1998 ແລະ ໄດ້
ຮັບຄໍ້າປະກັນດ້ານສັນຕິພາບທີ່ໄດ້ເຮັດໃຫ້ເສດຖະກິດເຕີບໂຕ.

ທັດສະນາຂອງຄົນໃນທ້ອງຖິ່ນ ກ່ຽວກັບ ການເລືອກຕັ້ງພວກນີ້ບໍ່ໄດ້ຢຸດຢັ້ງທ່ານ ຮຸນເຊັນ ຈາກການພິຈາລະນາເຫັນດີໃນລະດັບຊາດ, ໂດຍເຕືອນວ່າ ປະເທດ ກຳປູເຈຍ ອາດກັບ
ຄືນສູ່ສົງຄາມຖ້າພັກ CPP ຫາກຜ່າຍແພ້. ການເມືອງກໍຍັງຖືກທຳລາຍໂດຍການທຸບຕີ
ບັນດາສະມາຊິກສະພາພັກຝ່າຍຄ້ານ, ການລະເມີດກົດໝາຍການໝິ່ນປະໝາດ ແລະ ຫ້າມທຸກຄົນທີ່ຖືກລົງໂທດທາງອາຍາຈາກການລົງແຂ່ງຂັນໃນການເລືອກຕັ້ງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG