ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພັກ​ປະຊາຊົນ​ກຳປູ​ເຈຍ ຫລື CPP ຊະນະການເລືອກຕັ້ງ ສະພາ​ປະຊາ​ຄົມ


ທ່ານ Kem Sokha ປະທານພັກກູ້ຊາດຂະແມ ຫລື CNRP ຊຶ່ງເປັນພັກຝ່າຍຄ້ານນັ້ນ ໄປປ່ອນບັດ ຢູ່ໃນການເລືອກຕັ້ງໃນຂັ້ນທ້ອງຖິ່ນ ທີ່ແຂວງ Kandal ຂອງກໍາປູເຈຍໃນວັນທີ 4 ມິຖຸນາ 2017
ທ່ານ Kem Sokha ປະທານພັກກູ້ຊາດຂະແມ ຫລື CNRP ຊຶ່ງເປັນພັກຝ່າຍຄ້ານນັ້ນ ໄປປ່ອນບັດ ຢູ່ໃນການເລືອກຕັ້ງໃນຂັ້ນທ້ອງຖິ່ນ ທີ່ແຂວງ Kandal ຂອງກໍາປູເຈຍໃນວັນທີ 4 ມິຖຸນາ 2017

ພັກ​ການ​ເມືອງປົກຄອງ​ກຳປູເຈຍຫາຍໃຈໂ​ລ່ງ ​ໃນ​ຂະນະ​ທີ່​ການ​ນັບ​ຄະ​ແນນສຽງດໍາ
ເນີນໄປ ພາຍຫລັງ​ການປ່ອນ​ບັດ​ເລືອກ​ຕັ້ງສະພາ​ປະຊາ​ຄົມ ຊຶ່ງເຮັດໃຫ້​ບັນດາ​ຜູ້​ສະ
ໜັບສ​ະໜູນ ຝ່າຍຄ້ານ​ຜິດ​ຫວັງ ທີ່​ບັນດາ​ຜູ້ນຳ​ຂອງເຂົາ​ເຈົ້າບໍ່ສາມາດເຮັດໄດ້ຕາມ
​ຄາດ​ໝາຍໃນການ​ເລືອກ​ຕັ້ງດ່ງກ່າວ.

​ໂດຍ​ໄດ້​ຮັບ​ຄວາມອຸ່ນໃຈຈາກຄະ​ແນນ​ເລືອກ​ຕັ້ງ​ແຫ່ງ​ຊາດ​ໃນ​ປີ 2013 ພັກ​ກູ້​ຊາດຂະ​ແມ ຫລື CNRP ​ຄາດ​ວ່າ​ຈະ​ຊະນະ 60 ​ເປີ​ເຊັນ ​ຂອງ​ການ​ລົງ​ຄະ​ແນນ​ສຽງປະຊາ​ນິຍົມ ຢູ່​ປ່ອນ​ບັດສະພາ​ປະຊາ​ຄົມ ​ທີ່​ມີ​ການແຂ່ງຂັນ​ກັນເອົາຕໍາແໜ່ງເກືອບຮອດ 12,000 ຕໍາແໜ່ງ ໃນ​ເຂດທ້ອງ​ຖິ່ນ ​ແລະ​ເຂດເມືອງ.

​ແຕ່ວ່າ​ ອີງ​ຕາມ​ໂຕ​ເລກ​ເບື້ອງ​ຕົ້ນຂອງ​ລັດຖະບານ ພັກ CNPR ​ໄດ້​ຮັບ​ຄະ​ແນນ​ພຽງ​ແຕ່ 44.22 ​ເປີ​ເຊັນ​ຂອງຄະນແນນສຽງທັງໝົດ ຊຶ່ງ​ສູງ​ກວ່າ 30.6 ​ເປີ​ເຊັນ ​ທີ່​ພັກດັ່ງກ່າວໄດ້​ຮັບ ຢູ່ໃນການ​ເລື​ອກຕັ້ງ​ສະພາປະຊາ​ຄົມ​ໃນ​ປີ 2012 ຜ່ານມາ ມັນ​ຍັງໄກຫລາຍ ເມື່ອທຽບໃສ່ ກັບ​ຄວາມ​ຄາດໝາຍ ​ແລະຄະແນນທີ່ຕ້ອງ​ການ ເພື່ອໃຫ້ທ່ານ Kem Sokka ​ຜູ້ນຳ ຂອງພັກເປັນ​ນາຍົກ​ຄົນ​ຕໍ່​ໄປໄດ້ພາຍຫລັງການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ປີໜ້າ​.

ພັກ​ປະຊາຊົນ​ກຳປູ​ເຈຍ ຫລື CPP ​ໄດ້​ຄະ​ແນນ 51.39 ​ເປີ​ເຊັນ​ຂອງ​ການ​ລົງ​ຄະ​ແນນ​ສຽງ​ທັງ​ໝົດ.ແຫລ່ງຂ່າວຄົນ​ນຶ່ງທີ່​ບໍ່​ປະສົງ​ອອກ​ຊື່​ກ່າວ​ວ່າ “ຂ້າພ​ະ​ເຈົ້າ​ຄາດ​ວ່າ​ເຂົາ​ເຈົ້າ​ຈະ​ພາກັນ​ດີ​ໃຈ ຫລື​ຢ່າງ​ໜ້ອຍກໍ​ໂລ່​ງ​ໃຈ​.”

ກຳນົດ​ຜົນການ​ເລືອ​ຕັ້ງ​ທີ່​ເປັນ​ທາງ​ການຈະປະກາດໃຫ້ຮູ້ໃນ​ວັນ​ທີ 25 ມິ​ຖຸນາ​ນີ້.

ທ່ານ Hun Sen (ກາງ) ນາຍົກລັດຖະມົນຕີກໍາປູເຈຍ ໂບກມືໃສ່ປະຊາຊົນໃນຂະນະທີ່ຂີ່ລົດໄປໃນວັນທີ 2 ມິຖຸນາ, 2017 ທີ່ນະຄອນພະນົມເປັນ
ທ່ານ Hun Sen (ກາງ) ນາຍົກລັດຖະມົນຕີກໍາປູເຈຍ ໂບກມືໃສ່ປະຊາຊົນໃນຂະນະທີ່ຂີ່ລົດໄປໃນວັນທີ 2 ມິຖຸນາ, 2017 ທີ່ນະຄອນພະນົມເປັນ

​ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG