ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກໍາປູເຈຍ ຈະຕັ້ງ ທີມສືບສວນ ການເຮັດຜິດ ລະບຽບ ການເລືອກຕັ້ງ


 ທ່ານ Sam Rainsy ຫົວໜ້າພັກກູ້ຊາດກໍາປູເຈຍ ກ່າວຕໍ່ສື່ມວນຊົນ ຢູ່ນອກປະຕູເຂົ້າສະໜາມບິນກ່ອນທີ່ທ່ານຈະເລີ້ມຍ່າງໄປໃນນະຄອນພະນົມເປັນ ຂອງກໍາປູເຈຍໃນວັນທີ 16 ສິງຫາ 2013. (Robert Carmichael for VOA)
ທ່ານ Sam Rainsy ຫົວໜ້າພັກກູ້ຊາດກໍາປູເຈຍ ກ່າວຕໍ່ສື່ມວນຊົນ ຢູ່ນອກປະຕູເຂົ້າສະໜາມບິນກ່ອນທີ່ທ່ານຈະເລີ້ມຍ່າງໄປໃນນະຄອນພະນົມເປັນ ຂອງກໍາປູເຈຍໃນວັນທີ 16 ສິງຫາ 2013. (Robert Carmichael for VOA)
ພວກນັກເຈລະຈາຂອງພັກລັດຖະບານ ແລະພັກຝ່າຍຄ້ານ
ເຫັນພ້ອມນໍາກັນວ່າ ທີ່ຈະສ້າງຕັ້ງທີມງານພິເສດຂຶ້ນ ເພື່ອ
ສືບສວນຮ່ວມກັນ ຕໍ່ການກ່າວຫາວ່າ ມີການເຮັດຜິດລະ
ບຽບການເລືອກຕັ້ງ.

ກຸ່ມປະຕິບັດວຽກງານທີ່ປະຊຸມກັນເປັນເວລາສອງຊົ່ວໂມງ
ຢູ່ສະພາແຫ່ງຊາດໃນວັນອັງຄານວານນີ້ ເປັນຜູ້ຕັດສິນວ່າ ໃຫ້ມີການສືບສວນດັ່ງກ່າວ.

ທ່ານ Son Chhay ຜູ້ແທນສະພາຂອງພັກກູ້ຊາດກໍາປູເຈຍ
ຊຶ່ງເປັນພັກຝ່າຍຄ້ານ ທີ່ບໍ່ ຍອມຮັບເອົາຜົນການເລືອກຕັ້ງ
ຂັ້ນຕົ້ນຂອງຄະນະກໍາມະການເລືອກຕັ້ງແຫ່ງຊາດ ຫລື NEC ນັ້ນເວົ້າວ່າ ຖ້າຫາກ
ທີມງານສືບສວນພົບເຫັນຫລັກຖານວ່າ ມີການເຮັດຜິດລະບຽບພວກທ່ານຈະພິຈາລະ
ນາວ່າ ຄວນຈະເອົາມາດຕະການແບບໃດຕໍ່ຄະນະກຳມະການເລືອກຕັ້ງ.

ທີມງານພິເສດຈະປະກອບດ້ວຍສະມາຊິກຂອງພັກປະຊາຊົນກຳປູເຈຍທີ່ປົກຄອງປະ
ເທດຢູ່ໃນເວລານີ້ ແລະພັກຝ່າຍຄ້ານ ແຕ່ວ່າອັດຕາສ່ວນໃນການປະກອບທີ່ແທ້ຈິງ
ຂອງທີມງານດັ່ງກ່າວ ບໍ່ໄດ້ມີການເປີດເຜີຍໃຫ້ຊາບ. ພ້ອມກັນນັ້ນ ວັນເວລາໃນການ
ສ້າງຕັ້ງທີມງານນີ້ ກໍຍັງບໍ່ທັນໄດ້ກໍານົດເທື່ອ.

ການບໍ່ເຫັນພ້ອມນໍາກັນກ່ຽວກັບຜົນການເລືອກຕັ້ງໃນວັນທີ 28 ອາດໝາຍເຖິງສະພາບ ການບໍ່ໄປບໍ່ມາທາງດ້ານການເມືອງ ກ່ຽວກັບການສ້າງຕັ້ງລັດຖະບານໃໝ່ ແລະເຮັດໃຫ້ ມີຄວາມຢ້ານກົວກັນວ່າ ຈະເກີດຄວາມຮຸນແຮງຂຶ້ນຫລັງການເລືອກຕັ້ງກ່ຽວກັບການກ່າວ ຫາວ່າ ມີການສໍ້ໂກງຄະແນນສຽງຢ່າງກວ້າງຂວາງໃນການປ່ອນບັດ.

ພັກປະຊາຊົນກຳປູເຈຍຫຼື CCP ເວົ້າວ່າ ຕົນຊະນະການເລືອກຕັ້ງ ໂດຍໄດ້ຮັບບ່ອນນັ່ງ
68 ບ່ອນ ຂອງຈໍານວນທັງໝົດ 123 ບ່ອນ ຢູ່ໃນສະພາແຫ່ງຊາດ ຊຶ່ງເປັນຈໍານວນບ່ອນ
ນັ່ງທີ່ພັກກູ້ຊາດກໍາປູເຈຍໄດ້ໂຕ້ຖຽງນັ້ນ.
XS
SM
MD
LG